ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ

- WhatsApp Image 2021 09 04 at 2 - ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ
- AGL banner - ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ

ໃນລະຫວ່າງວັນທີ 1-2 ກັນຍາ ຜ່ານມາ, ກອງກວດກາປ່າໄມ້ ແລະ ເຈົ້າໜ້າທີ່ກົມກວດກາປ່າໄມ້ ແຂວງຊຽງຂວາງ ໄດ້ລົງກວດກາການລັກລອບ ຊື້-ຂາຍ ສັດປ່າຫວງຫ້າມຜິດກົດໝາຍ ຢູ່ຕະຫລາດທ່າໂຈກ ແລະ ຕະຫລາຍ ນ້ຳງ່ຳ ແຂວງຊຽງຂວາງ ພົບເຫັນ ແລະ ຍືດສັດປ່າທີ່ນຳມາວາງຂາຍທັງໝົດຄື: ເງັນ 5 ໂຕໃນນັ້ນຍັງມີຊີວິດ 1 ໂຕ, ເຕົ່າ 4 ໂຕ, ອົ້ນ 17 ໂຕຍັງມີຊີວິດທັງໝົດ, ກະຮອກ 16 ໂຕ, ຫວ່າງລົ້ວ 1 ໂຕ, ຟານໄກ້ 1 ໂຕ, ໄກ່ປ່າ 1 ໂຕ, ຫອນ 1 ໂຕ, ນົກນ້ອຍ 0,5 ກິໂລ, ສິ້ນສ່ວນໝູປ່າ 15 ກິໂລ, ສິ້ນສ່ວນເຍືອງ 2 ກິໂລ.

ຕໍ່ກັບຊາກສັດປ່າດັ່ງກ່າວແມ່ນພາກສ່ວນທີ່ກ້ອງຂ້ອງໄດ້ຈັດພິທີເຜົາທຳລາຍໃນຕອນແລງວັນທີ 2 ກັນຍາ 2021 ທີ່ຜ່ານມາ ແລະ ສ່ວນສັດທີ່ຍັງມີຊີວິດແມ່ນຈະໄດ້ນຳໄປປ່ອຍຄືນສູ່ທຳມະຊາດ ໂດຍມີທ່ານ ຄຳຫລ້າ ຈັນຖາວອນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

- Wave100S AD to Website 2020 0 - ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ
- lattana banner - ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ
-    AD conten website - ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ
- lattana banner 1 - ເຈົ້າໜ້າກົມກວດກາປ່າໄມ້ ແຂວງຊຽງຂວາງ ຍືດ ແລະ ທຳລາຍຊາກສັດປ່າຫວງຫ້າມ
No comments yet! You be the first to comment.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.

error: Alert: ເນື້ອຫາຂ່າວມີລິຂະສິດ !!