ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ

ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - 47539209 0 image a 55 1630867649575 - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ
ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - kitchen vibe - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ

ຫົວໜ້າໜ່ວຍຮົບພິເສດກິນີປະກາດຢຶດອຳນາດຜ່ານສະຖານີໂທລະພາບຂອງລັດ, ພ້ອມທັງໄດ້ຄວບຄຸມປະທານາທິບໍດີໄວ້ແລ້ວ. ຂະນະທີ່ ສະຖານະການໂດຍລວມຍັງບໍ່ແນ່ນອນວ່າກໍ່ລັດຖະປະຫານສຳເລັດ ຫລື ບໍ່.

ວັນທີ 6 ກັນຍາ 2021, ສຳນັກຂ່າວເອພີ (AP) ລາຍງານວ່າ: ທະຫານກຸ່ມໜຶ່ງຂອງກອງທັບກິນີປະກາດຜ່ານສະຖານີໂທລະພາບລັດຖະບານ ວ່າໄດ້ມີການໂຄ່ນລົ້ມລັດຖະບານຂອງປະທານາທິບໍດີ ອັລຟາ ຄອນເດ ແລະ ຢຶດອຳນາດປົກຄອງປະເທດໄວ້ແລ້ວ ຫລັງຈາກທີ່ມີລາຍງານສຽງປືນດັງຂຶ້ນຢ່າງຕໍ່ເນື່ອງ ໃກ້ກັບເຮືອນພັກຂອງປະທານາທິບໍດີ.

ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - Visit Laos Visit SALANA BOUTIQUE HOTEL - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ
ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - Visit Laos Visit SALANA BOUTIQUE HOTEL - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ

ຜູ້ນຳໃນການກໍ່ລັດຖະປະຫານຄັ້ງນີ້ຄື ພັນເອກ ມາມາດີ ດູມບູຢາ ຫົວໜ້າໜ່ວຍຮົບພິເສດ ທີ່ປະກາດຕົວພ້ອມກັບທະຫານໃນເຄື່ອງແບບ 6 ຄົນ ຂະນະທີ່ອ່ານຖະແຫລງການຢຶດອຳນາດ ເຊິ່ງມີການຖ່າຍທອດສົດໄປທົ່ວປະເທດ.

ພັນເອກ ດູມບູຢາ ປະກາດວ່າ: ໜ້າທີ່ຂອງທະຫານຄືການກອບກູ້ປະເທດ ໂດຍລະບຸວ່າການຢຶດອຳນາດຄັ້ງນີ້ເຮັດໄປເພື່ອຜົນປະໂຫຍດຂອງປະເທດ ເນື່ອງຈາກບໍ່ເຫັນການເຕີບໃຫຍ່ທາງເສດຖະກິດ ນັບແຕ່ໄດ້ຮັບເອກະລາດຈາກຝຣັ່ງມາແຕ່ປີ 1958.

ພ້ອມກັນນີ້, ຍັງປະກາດຍົກເລີກລັດຖະທຳມະນູນຂອງປະເທດ ແລະ ປິດຊາຍແດນເປັນເວລາ 1 ອາທິດ.

ກ່ອນຈະມີການປະກາດຢຶດອຳນາດ ມີລາຍງານວ່າເກີດສຽງປືນດັງຂຶ້ນເປັນເວລາຫລາຍຊົ່ວໂມງໃກ້ເຮືອນພັກຂອງປະທານາທິບໍດີ. ຂະນະທີ່ໃນໂລກອອນລາຍໄດ້ມີການເຜີຍແຜ່ຮູບຂອງປະທານາທິບໍດີ ຄອນເດ ທີ່ຢູ່ໃນການຄວບຄຸມຂອງທະຫານ ໂດຍຍັງບໍ່ຮູ້ແນ່ນອນວ່າຖືກນຳໄປໄວ້ບ່ອນໃດ.

ປັດຈຸບັນ ສະຖານະການຍັງບໍ່ແນ່ນອນວ່າຜູ້ສະໜັບສະໜູນພັນເອກ ດູມບູຢາ ມີຫລາຍຊໍ່າໃດ ເຊິ່ງໃນລະຫວ່າງການປະກາດ ພັນເອກ ດູມບູຢາ ໄດ້ຮຽກຮ້ອງໃຫ້ທະຫານຄົນອື່ນມາຢືນຢູ່ເບື້ອງຂອງປະຊາຊົນ ແລະ ຂໍໃຫ້ກຳລັງພົນຢູ່ໃນທີ່ຕັ້ງ.

ສ່ວນເລຂາທິການສະຫະປະຊາຊາດ ອັນໂຕນິໂອ ກູເຕີເຣສ ອອກມາກ່າວຜ່ານທະວິດເຕີສ່ວນຕົວວ່າ: ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ພ້ອມທັງຂໍໃຫ້ມີການປ່ອຍປະທານາທິບໍດີ ຄອນເດ ທັນທີ.

ອ້າງອີງ:

https://apnews.com/…/africa-guinea-army-government…

https://www.bbc.com/news/world-africa-58453778

https://twitter.com/antoniogut…/status/1434549674719993859

ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - 3 - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ
ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - 5 - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ
ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ - 4 - ທະຫານກິນີຄວບຄຸມຕົວປະທານາທິບໍດີ ປະກາດຢຶດອຳນາດ-ຍົກເລີກລັດຖະທຳມະນູນ