ນິວຊີແລນກຽມຜ່ານຮ່າງກົດໝາຍຕ້ານກໍ່ການຮ້າຍ.
Afangຂ່າວຕ່າງປະເທດ
ທ່ານ ນາງ ຈາຊິນດາ ອາຣເດີນ ນາຍົກລັດຖະມົນຕີ ຂອງນີວຊີແລນ ໄດ້ຊີ້ແຈງເຖິງເຫດການຄົນຮ້າຍໃຊ້ມີດໄລ່ແທງຜູ້ຄົນໃນຊູເປີມາເກັດ ທີ່ນີວຊີແລນ ໂດຍລະບຸວ່າຕຳຫຼວດໄດ້ເຮັດທຸກວິທີທາງແລ້ວ ໃນການເນລະເທດຜູ້ກໍ່ເຫດກ່ອນໜ້ານີ້ ແຕ່ຂັດປັນຫາດ້ານກົດໝາຍ ແລະ ທັນທີທີ່ສະພາເປີດຈະຮີບຜ່ານຮ່າງກົດໝາຍເພື່ອຕັດບັນຫາດັ່ງກ່າວອອກໂດຍໄວທີ່ສຸດ.
ເຫດການໄລ່ແທງຄົນຢູ່ຊຸເປີມາເກັດ ເມືອງອອກແລນ ປະເທດນີວຊີແລນ ໃນຕອນເຊົ້າວັນທີ 3 ກັນຍາ 2021 ທີ່ຜ່ານມາ, ເຮັດໃຫ້ຄົນໄດ້ຮັບບາດເຈັດຢ່າງໜ້ອຍ 6 ຄົນ, ໃນນັ້ນມີ 3 ຄົນອາການສາຫັດ ແລະ ໃນເຫດການດັ່ງກ່າວເຈົ້າໜ້າທີຕຳຫລວດໄດ້ວິສາມັນຄົນຮ້າຍ.