ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ

- LYNXMPEH850P6 L - ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ
- AGL banner - ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ

ວັນທີ 6 ກັນຍາ 2021, ມະຫາວິທະຍາໄລຫລາຍແຫ່ງໃນອັບການິດສະຖານກັບມາເປີດການຮຽນການສອນອີກ ຫລັງກຸ່ມກອງກຳລັງຕິດອາວຸດຕາລີບັນຢຶດນະຄອນຫລວງຄາບູລ ແລະ ໂຄ່ນລົ້ມລັດຖະບານອັບການິດສະຖານມາດົນກວ່າ 3 ອາທິດ ໂດຍມີການສັ່ງໃຫ້ນັກຮຽນນັກສຶກສານັ່ງແຍກຊາຍ ແລະ ຍິງ, ບາງແຫ່ງໃຊ້ຜ້າມາກັ້ນລະຫວ່າງກາງ ເຊິ່ງບັນຫາດ້ານສິດທິແມ່ຍິງຖືເປັນໜຶ່ງໃນບັນຫາທີ່ປະຊາຄົມໂລກເຝົ້າຕິດຕາມອັບການິດສະຖານພາຍໃຕ້ຕາລີບັນໃນປັດຈຸບັນ.

ຜ່ານມາ, ຕາລີບັນເຄີຍຂຶ້ນປົກຄອງປະເທດໃນປີ 1996-2001 ເຊິ່ງໃນເວລານີ້ມີການຈຳກັດສິດ ແລະ ພື້ນທີ່ຂອງຜູ້ຍິງໃນການສຶກສາ ລວມທັງສັງຄົມຂອງການເຮັດວຽກ, ແຕ່ຫລັງຈາກກຸ່ມຕາລີບັນກັບຂຶ້ນມາບໍລິຫານປະເທດອີກໃນຮອບ 20 ປີ ກຸ່ມນັກເຄື່ອນໄຫວດ້ານສິດທິແມ່ຍິງຕ່າງຍັງລວມກຸ່ມຮຽກຮ້ອງໃຫ້ກຸ່ມຕາລີບັນຮັບປະກັນສິດ ແລະ ເປີດພື້ນທີ່ໃຫ້ເດັກ ແລະ ຜູ້ຍິງ ເພື່ອຮ່ວມເປັນສ່ວນສຳຄັນຂອງສັງຄົມອັບການິດສະຖານ.

ໃນເອກະສານບົ່ງຊີ້ລະບຽບການຈັດການຮຽນການສອນພາຍໃນມະຫາວິທະຍາໄລໃນອັບການິດສະຖານ ລະບຸໃຫ້ຜູ້ຍິງຕ້ອງໃສ່ຜ້າຄຸມຫົວໃນເວລາຢູ່ຫ້ອງຮຽນ, ມີການແຍກປະຕູເຂົ້າ-ອອກກັບຜູ້ຊາຍ, ມະຫາວິທະຍາໄລບາງແຫ່ງມີຄຳສັ່ງໃຫ້ຈ້າງຄະນະອາຈານຜູ້ຍິງ ເພື່ອມາສອນນັກສຶກສາຍິງໂດຍສະເພາະ. ພ້ອມລະບຸວ່າ: ຈະຕ້ອງມີການແຍກຊາຍ-ຍິງໃຫ້ຜູ້ຍິງຮຽນໃນຫ້ອງຮຽນນ້ອຍ ຫລື ໃຊ້ຜ້າມາກັ້ນກາງລະຫວ່າງຜູ້ຊາຍ ແລະ ຜູ້ຍິງ.

ຂະນະທີ່ສະມາຊິກອາວຸໂສຂອງກຸ່ມຕາລີບັນ ລະບຸວ່າ: ການແບ່ງຫ້ອງຮຽນ ໂດຍໃຊ້ຜ້າມາກັ້ນຖືເປັນສິ່ງທີ່ຍອມຮັບໄດ້ທັງໝົດ ເນື່ອງຈາກອັບການິດສະຖານມີຂໍ້ຈຳກັດດ້ານຊັບພະຍາກອນ ແລະ ຈຳນວນແຮງງານຄົນ ນີ້ຈຶ່ງເປັນວິທີທີ່ດີທີ່ສຸດ;

ນອກຈາກບັນຫາດ້ານສິດທິແມ່ຍິງແລ້ວ, ອາຈານຈຳນວນບໍ່ໜ້ອຍຍັງກັງວົນເລື່ອງຈຳນວນນັກຮຽນນັກສຶກສາທີ່ອາດຈະຫລຸດອອກຈາກລະບົບການສຶກສາຂອງອັບການິດສະຖານ ຫລັງຈາກເກີດສະພາບເສດຖະກິດຫລຸດຖອຍ ຫລາຍພາກສ່ວນຢຸດສະງັກ ຫລື ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກການເຂົ້າຢຶດອຳນາດຂອງກຸ່ມຕາລີບັນ ຍັງບໍ່ນັບລວມກັບສະຖານະການການແຜ່ລະບາດຂອງໂຄວິດ ສົ່ງຜົນໃຫ້ນັກຮຽນນັກສຶກສາຈຳນວນຫລາຍອາດບໍ່ໄດ້ກັບເຂົ້າສູ່ການຮຽນ ເນື່ອງຈາກບັນຫາດ້ານການເງິນ, ບາງຄອບຄົວຂາດລາຍໄດ້ເນື່ອງຈາກຖືກຍົກເລີກການຈ້າງງານ.

ອ້າງອີງ:

- Wave100S AD to Website 2020 0 - ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ

https://www.reuters.com/…/curtain-divides-male-female…/

https://www.businessinsider.com/curtain-divides-men-and…

https://www.voanews.com/…/curtain-divides-male-female…

- lattana banner - ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ
-    AD conten website - ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ
- lattana banner 1 - ມະຫາວິທະຍາໄລໃນອັບການິດສະຖານເປີດການຮຽນການສອນອີກ ໃຫ້ນັກຮຽນນັ່ງແຍກຊາຍ-ຍິງ ບາງແຫ່ງໃຊ້ຜ້າກັ້ນ
No comments yet! You be the first to comment.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.

error: Alert: ເນື້ອຫາຂ່າວມີລິຂະສິດ !!