ຫວຽດນາມລົງໂທດຄົນບໍ່ຍອມກັກຕົວຫລັງເດີນທາງມາຈາກພື້ນທີ່ສ່ຽງຕິດຄຸກ 5
September 7, 2021 - 12:12 PM

ວັນທີ 7 ກັນຍາ 2021, ສຳນັກຍ່າວຣອຍເຕີ (Reuters) ລາຍງານວ່າ: ສານແຂວງກາເມົາ ທາງຕອນໃຕ້ຂອງຫວຽດນາມ ມີຄຳພິພາກສາໃຫ້ທ້າວ ເລີ ວານ ຕຣີ ອາຍຸ 28 ປີ ຕິກຄຸກ 5 ປີ ຈາກການລະເມີດມາດຕະການກັກຕົວ ຫລັງເດີນທາງກັບຈາກພື້ນທີ່ສ່ຽງ.
ສຳນັກຂ່າວຫວຽດນາມເປີດເຜີຍວ່າ: ຜູ້ຊາຍຄົນນີ້ເດີນທາງຈາກໂຮ່ຈີມິນກັບມາແຂວງກາເມົາ ແລະ ບໍ່ຍອມກັກຕົວໃຫ້ຄົບ 21 ວັນ ຈົນເຮັດໃຫ້ມີຜູ້ຕິດເຊື້ອ 8 ຄົນ ໜຶ່ງໃນນັ້ນຕ້ອງເສຍຊີວິດຫລັງເຂົ້າຮັບການປິ່ນປົວ 1 ເດືອນ.
ປັດຈຸບັນ ຫວຽດນາມຍັງປະສົບບັນຫາໃນການຮັບມືການລະບາດຮອບໃໝ່ ຫລັງຈາກກ່ອນໜ້ານີ້ສາມາດຄວບຄຸມຈຳນວນຜູ້ຕິດເຊື້ອໄດ້ດີມາຕະຫລອດ ຈາກການກວດເຊື້ອຢ່າງທົ່ວເຖິງ, ການສອບສວນພະຍາດເພື່ອຫາຜູ້ສຳຜັດສ່ຽງຢ່າງຈິງຈັງ, ການປິດຊາຍແດນ ລວມທັງມາດຕະການກັກຕົວທີ່ເຂັ້ມງວດ.
ໂດຍໃນການລະບາດຮອບນີ້ ຫວຽດນາມພົບຜູ້ຕິດເຊື້ອແລ້ວ 536.000 ກວ່າຄົນ, ເສຍຊີວິດ 13.385 ຄົນ.
ອ້າງອີງ: