WHO ລະບຸ “ເຊື້ອເດວຕາ” ຍັງເປັນເຊື້ອທີ່ໜ້າກັງວົນຫລາຍທີ່ສຸດ ເຖິງວ່າຈະກວດພົບເຊື້ອໂຄວິດກາຍພັນຊະນິດໃໝ່ຄື “ເຊື້ອມູ”

Noi Laophattanana

ຂ່າວຕ່າງປະເທດ

ວັນທີ 7 ກັນຍາ 2021, ອົງການອະນາໄມໂລກ (WHO) ລະບຸວ່າ: ເຊື້ອໄວຣັສໂຄໂຣນາກາຍພັນສາຍພັນເດວຕາ (B.1.617.2) ຍັງເປັນເຊື້ອທີ່ໜ້າກັງວົນຫລາຍທີ່ສຸດໃນປັດຈຸບັນ ເຖິງວ່າຈະມີການກວດພົບເຊື້ອໂຄວິດກາຍພັນຊະນິດໃໝ່ຄື “ເຊື້ອມູ” (B.1.621) ທີ່ມີທ່າອ່ຽງຈະສາມາດຫລີກລ່ຽງ ແລະ ຕ້ານທານພູມຕ້ານທານທີ່ເກີດຈາກການສັກວັກຊີນ ຫລື ການເຄີຍຕິດເຊື້ອໂຄວິດໄດ້.

ຈາກຄວາມສາມາດທີ່ແຜ່ກະຈາຍເຊື້ອໄດ້ດີກວ່າເຊື້ອໄວຣັສດັ້ງເດີມທີ່ກວດພົບຢູ່ເມືອງອູ່ຮັ່ນ ມົນຫົນຫູເປີຍຂອງຈີນ ສົ່ງຜົນໃຫ້ເຊື້ອເດວຕາກາຍເປັນເຊື້ອສາຍພັນຫລັກທີ່ກວດພົບແລ້ວຢ່າງໜ້ອຍໃນ 170 ປະເທດທົ່ວໂລກພາຍໃນໄລຍະເວລາວ່ອງໄວ. ຂະນະທີ່ເຊື້ອມູທີ່ກວດພົບຄັ້ງທຳອິດໃນໂຄລອມເບຍເມື່ອຕົ້ນປີ 2021 ຜ່ານມາ ແລະ ກວດພົບເຊື້ອແລ້ວຢ່າງໜ້ອຍ 39 ປະເທດ ແຕ່ໃນພາບລວມເຊື້ອມູພັດມີທ່າອ່ຽງການແຜ່ລະບາດຫລຸດລົງ ແລະ ຍັງຢູ່ໃນລະດັບຕໍ່າ.

ທ່ານ ດຣ. ໄມ ໄຣອັນ ຫົວໜ້າທີມສຸກເສີນຂອງ WHO ລະບຸວ່າ: “ເຊື້ອໄວຣັສຕ່າງພະຍາຍາມຈະຂຶ້ນມາແຂ່ງຂັນກັບເຊື້ອໄວຣັສແຖວໜ້າ ເຊິ່ງໃນປັດຈຸບັນຄືເຊື້ອເດວຕາ ແລະ ມີທ່າອ່ຽງທີ່ເຊື້ອເດວຕາຈະເໜືອກວ່າເຊື້ອກາຍພັນອື່ນໆ ຄືເຊື້ອມູ.

ຖ້າເຊື້ອມູຍົກລະດັບກາຍເປັນເຊື້ອທີ່ໜ້າກັງວົນ ພວກເຮົາຈຳເປັນຕ້ອງສຶກສາອາການຂອງພະຍາດ ແລະ ຫາວິທີພັດທະນາຂີດຄວາມສາມາດຂອງວັກຊີນຕ້ານໂຄວິດ”.

ແຕ່ຢ່າງໃດກໍຕາມ, WHO ຈະເຝົ້າຕິດຕາມເຊື້ອກາຍພັນຊະນິດໃໝ່ນີ້ ພ້ອມກຳນົດໃຫ້ເຊື້ອມູກາຍເປັນໜຶ່ງໃນເຊື້ອໄວຣັສໂຄໂຣນາກາຍພັນທີ່ຢູ່ໃນກຸ່ມການກາຍພັນທີ່ໜ້າສົນໃຈ (Variants of Interest: VOI) ໃນອາທິດຜ່ານມາ ຮ່ວມກັບເຊື້ອອີຕາ (B.1.525), ເຊື້ອໄອໂອຕາ (B.1.526), ເຊື້ອແຄບປາ (B.1.617.1) ແລະ ເຊື້ອແລມດາ (C.37) ແລະ ຖ້າມີຂໍ້ມູນຢືນຢັນໄດ້ວ່າ: ເຊື້ອມີລະດັບຄວາມຮຸນແຮງຫລາຍຂຶ້ນ, ແຜ່ກະຈາຍເຊື້ອໄດ້ຫລາຍຂຶ້ນ ຈະເລື່ອນລະດັບໃຫ້ຢູ່ໃນກຸ່ມການກາຍພັນທີ່ໜ້າກັງວົນ (Variants of Concern: VOC) ເຊິ່ງປັດຈຸບັນມີເຊື້ອກາຍພັນທີ່ WHO ຈັດໃຫ້ຢູ່ໃນກຸ່ມນີ້ 4 ສາຍພັນ ບໍ່ວ່າຈະເປັນເຊື້ອອັລຟາ (B.1.1.7), ເຊື້ອເບຕາ (B.1.351), ເຊື້ອແກມມາ (P.1) ແລະ ເຊື້ອເດວຕາ (B.1.617.2).

ຂະນະທີ່ທ່ານ ດຣ. ແອນໂທນີ ເຟົາຊີ ທີ່ປຶກສາທາງດ້ານການແພດປະຈຳທຳນຽບຂາວ ລະບຸວ່າ: ທາງການອາເມລິກາຈະເຝົ້າຕິດຕາມການກາຍພັນຂອງເຊື້ອມູ ພ້ອມພະຍາຍາມສຶກສາ ແລະ ສ້າງຄວາມເຂົ້າໃຈເຊື້ອກາຍພັນຊະນິດຕ່າງໆໃຫ້ຫລາຍຂຶ້ນ.

ອ້າງອີງ: