ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021

ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021 - 8d794ee7 c50c 47c1 94de 1fd0eabc7e85 - ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021
ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021 - kitchen vibe - ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021

Prudential Laos named Domestic Life Insurer of The Year by The Insurance Asia Award 2021
Vientiane, September 7th, 2021

Prudential Life Assurance Lao Company Limited (“Prudential Laos”) is pleased to be named “Domestic Life Insurer of the Year” by The Insurance Asia Award 2021. The company was recognised for launching its all-in-one digital health and wellness application Pulse by Prudential (Pulse) to help Lao people take charge of their health and wellness.The prestigious award also applauded the community engagement initiatives rolled out by Prudential Laos in response to the COVID-19 outbreak.

ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021 - Visit Laos Visit SALANA BOUTIQUE HOTEL - ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021

Veejay Madhavan, Chief Executive Officer of Prudential Laos said: “We are proud to be named the ‘Domestic Life Insurer of the Year’, which is a testament to the dedication and hard work of our employees to meet the health and protection needs of the Lao community.

“Our purpose at Prudential is to help people get the most out of life, and we are fulfilling this purpose by making healthcare affordable and accessible to everyone. With Pulse, Lao people are able to access healthcare and manage their wellbeingon their fingertips. We are also providingcash allowance and free insurance coverage through the Pulse app under our COVID-19 Care Fund to help people safeguard their health and financial security amid the pandemic outbreak.”

Prudential Laos was recognised for its notable innovation, the Pulse app, a first-of-its-kind to offer holistic health management to users in the region. Using Artificial Intelligence (AI)-powered self-help tools and real-time information, Pulse serves as a 24/7 partner to users, empowering them to take control of their health and wellbeing anytime, anywhere.

Earlier this year, the company also launched the COVID-19 Care Fund (the Fund), which offered a support allowance of LAK 5,000,000 to successful registrants via the Pulse app upon the diagnosis of COVID-19 and a lump sum of LAK 15,000,000 upon the loss of life due to COVID-19. The Fund aimed to help ease the financial burden of individuals and families impacted by the pandemic in times of need.

The judging panel of the Insurance Asia Awards 2021 said:“These initiatives reflected that Prudential Laos is a nimble and agile organisationto be able to react and respond effectively and efficiently to market needs. This made them stand out to win the ‘Domestic Life Insurer of the Year – Laos’award at the Insurance Asia Awards 2021.”

About Prudential Laos

Prudential Laos is a wholly-owned subsidiary of Prudential Corporation Asia. Prudential Laos opened its representative office in Vientiane in March 2015 and received its operating license from The Ministry of Finance in April 2016. Prudential Laos began business in May 2016 and offers life and health insurance products that meet the protection and savings needs of the Lao people. Currently, Prudential Laos distributes products and services through the network of reputable bank partners, direct sales force as well as its mobile application – Pulse by Prudential.
Please visit www.prudential.lafor more details on Prudential Laos.

About Pulse by Prudential

Pulse by Prudential (Pulse) is a digital health app and the first service in Asia and Africa to provide consumers with holistic healthcare. With built-in assessment tools through an intelligent AI operating system and delivering real-time data, the app acts as a 24/7 healthcare companion, helping users protect, delay, and protect yourself from illnesses Pulse is part of Prudential’s region-wide strategy. To provide healthcare services that are accessible to everyone across Asia. through the use of leading digital technology and collaborating with leading partners

Pulse by Prudential was first launched in Malaysia in August 2019 and has been launched in 11 other countries in Asia and 6 in Africa. It is supported by various partners as well as an expanding suite of ancillary services such as screening machines and health assessments. personal health service This includes video consultations with certified doctors and specialists.

Since its launch, Pulse has received over 30 million downloads* in Asia and Africa to date. Pulse is now available for free on the Apple App Store and Google Play Store in Asian countries including Cambodia, Hong Kong, Indonesia, Laos, Malaysia. Myanmar, Philippines, Singapore, Taiwan, Thailand and Vietnam. In the Africa region, it has opened services in countries including Cameroon, Ivory Coast, Kenya, Ghana, Nigeria, Uganda and Zambia.

Find out more or download it for free at the website. http://www.wedopulse.com

*Information as of August 2021
NEWS RELEASE

…………………………………………………………………………………………………..

ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ
The Insurance Asia Award 2021
ວຽງຈັນ, ວັນທີ7 ກັນຍາ 2021

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ຮັບການສະເໜີຊື່ໃຫ້ເປັນ“ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ”ໂດຍ The Insurance Asia Award 2021. ພຣູເດັນໂຊລ໌ຖືກຍອມຮັບຈາກການເປີດຕົວເພົ້າສ໌ ແອັບພລິເຄເຊິນໂດຍ ພຣູເດັນໂຊລ໌ເຊິ່ງເປັນແອັບພລິເຄເຊິນກ່ຽວກັບສຸຂະພາບແລະການເປັນຢູ່ທີ່ດີທາງດິຈິຕອລແບບຄົບວົງຈອນເພື່ອຊ່ວຍໃຫ້ຄົນລາວດູແລສຸຂະພາບໂຕເອງ. ນອກຈາກນີ້, ພຣູເດັນໂຊລ໌ ລາວໄດ້ຮັບລາງວັນອັນຊົງກຽດນີ້ເນື່ອງຈາກກິດຈະກຳການຊ່ວຍເຫຼືອສັງຄົມລາວເພື່ອເປັນການຮັບມືກັບການແຜ່ລະບາດຂອງ ພະຍາດໂຄວິດ-19.

ທ່ານວີເຈມັດດາວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ກ່າວໄວ້ວ່າ: “ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ຮັບການສະເໜີຊື່ໃຫ້ບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີເຊິ່ງເປັນເຄື່ອງພິສູດເຖິງຄວາມຕັ້ງໃຈແລະ ການເຮັດວຽກໜັກຂອງພະນັກງານເຮົາໃນການຕອບສະໜອງດ້ານສຸຂະພາບ ແລະການຄຸ້ມຄອງໃຫ້ກັບສັງຄົມລາວ”

“ຈຸດປະສົງຂອງພວກເຮົາແມ່ນເພື່ອຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດແລະ ພວກເຮົາບັນລຸເປົ້າໝາຍນີ້ດ້ວຍການເຮັດໃຫ້ການດູແລສຸຂະພາບເປັນເລື່ອງທີ່ທຸກຄົນສາມາດເຂົ້າເຖິງໄດ້. ດ້ວຍແອັບເພົ້າສ໌, ຄົນລາວສາມາດເຂົ້າເຖິງການດູແລສຸຂະພາບແລະຈັດການສຸຂະພາບແລະການເປັນຢູ່ຂອງຕົວເອງດ້ວຍການສຳພັດໜ້າຈໍ. ພວກເຮົາຍັງໃຫ້ການສະໜັບສະໜູນເງິນອຸດໜູນຜ່ານແອັບພລິເຄເຊິນເພົ້າສ໌ພາຍໃຕ້ ໂຄງການທຶນອຸດໜູນໂຄວິດແຄຣ໌ ເພື່ອຄຸ້ມຄອງສຸຂະພາບແລະການເງິນໃນສັງຄົມລາວໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19”

ພຣູເດັນໂຊລ໌ ລາວຍັງເປັນທີ່ຍອມຮັບໃນດ້ານວິວັດຕະນະກຳທີ່ໂດດເດັ່ນນັ້ນກໍ່ຄືແອັບພລິເຄເຊິນ ເພົ້າສ໌, ເຊິ່ງເປັນແອັບພລິເຄເຊິນທຳອີດທີ່ໃຫ້ການຈັດການດ້ານສຸຂະພາບໃຫ້ກັບຜູ້ໃຊ້ ດ້ວຍການໃຫ້ການຊ່ວຍເຫຼືອຜ່ານລະບົບປັນຍາປະດິດ ຫຼື ເອໄອແລະຂໍ້ມູນໃນເວລາຈິງ. ແອັບພລິເຄເຊິນເພົ້າສ໌ໃຫ້ບໍລິການຕະຫຼອດ 24 ຊົ່ວໂມງເພື່ອຊຸກຍູ້ໃຫ້ຄົນດູແລສຸຂະພາບແລະການເປັນຢູ່ຂອງຕົວເອງທຸກທີ່ທຸກເວລາ.

ໃນຊ່ວງເວລາທີ່ຜ່ານມາ, ບໍລິສັດຍັງໄດ້ເປີດຕົວໂຄງການທຶນອຸດໜູນໂຄວິດ-19 ແຄຣ໌ຜ່ານແອັບພລິເຄເຊິນເພົ້າສ໌. ສຳລັບຜູ້ທີ່ສາມາດລົງທະບຽນສຳເລັດຜ່ານແອັບເພົ້າສ໌ ສາມາດຮັບທຶນອຸດໜູນ 5.000.000ກີບ ໃນກໍລະນີທີ່ໄດ້ຮັບເຊື້ອພະຍາດ ໂຄວິດ-19 ແຄຣ໌ ແລະຮັບທຶນອຸດໜູນສູງເຖິງ 15.000.000ກີບ ໃນກໍລະນີເສຍຊີວິດຈາກເຊື້ອພະຍາດໂຄວິດ-19. ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອຫຼຸດຜ່ອນຄວາມກັງວົນທາງດ້ານການເງິນໃຫ້ບຸກຄົນແລະຄອບຄົວຢູ່ໃນຊ່ວງເວລາຂອງການແຜ່ລະບາດ.

ຄະນະກຳມະການຂອງthe Insurance Asia Awards 2021ໄດ້ກ່າວວ່າ: “ແນວຄິດລິເລີ່ມເຫຼົ່ານີ້ເປັນເຄື່ອງພິສູດວ່າ ພຣູເດັນໂຊລ໌ ລາວ ເປັນອົງກອນທີ່ມີການເຄື່ອນໄຫວແລະວ່ອງໄວ ໃນການຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ຢ່າງມີປະສິດທິພາບ. ນີ້ເປັນເຫດຜົນທີ່ພວກເຂົາໂດດເດັ່ນແລະຊະນະລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີ.”
ກ່ຽວກັບ ພຣູເດັນໂຊລ໌ ລາວ
ພຣູເດັນໂຊລ໌ ຄໍອອບໂປເຣເຊິນເອເຊຍເປັນເຈົ້າຂອງພຣູເດັນໂຊລ໌ ລາວແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນມີນາ 2015 ເເລະໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນເມສາ 2016 ພຣູເດັນໂຊລ໌ ລາວເລີ່ມຕົ້ນທຸລະກິດໃນເດືອນພຶດສະພາ 2016 ແລະນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການໃນການປົກປ້ອງຄຸ້ມຄອງແລະການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດພຣູເດັນໂຊລ໌ ລາວໄດ້ຈຳໜ່າຍຜະລິດຕະພັນຜ່ານລະບົບທະນາຄານທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພຣູເດັນໂຊລ໌ ລາວທີ່ www.prudential.la

ກ່ຽວກັບເພົ້າສ໌ໂດຍ ພຣູເດັນໂຊລ໌

ເພົ້າສ໌ແມ່ນແອັບພີເຄເຊີນກ່ຽວກັບສຸຂະພາບແລະເປັນໜຶ່ງດຽວໃນພາກພື້ນອາຊີແລະອາຟຣິກາທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດຫຼີກລ້ຽງ, ປ້ອງກັນກ່ຽວກັບການພະຍາດ. ເພົ້າສ໌ແມ່ນເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝແລະຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.

ແອັບພິເຄເຊິນເພົ້າສ໌ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາປີ 2019 ທີ່ ປະເທດມາເລເຊຍແລະໄດ້ນຳໃຊ້ແລ້ວໃນ 11 ປະເທດທົ່ວອາຊີແລະ 6 ປະເທດໃນທະວີບອາຟຣິກາ. ໂດຍມີການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນແລະການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະການໃຫ້ຄຳປຶກສາຈາກທ່ານໝໍແລະຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.

ຕັ້ງແຕ່ເປີດໂຕຫາປະຈຸບັນເພົ້າສ໌ແອັບພິເຄເຊິນຖືກດາວໂຫຼດຫຼາຍກວ່າ 30 ລ້ານເທື່ອໃນຂົງເຂດອາຊີແລະອາຟຣິກາ. ເພົ້າສ໌ແອັບພິເຄເຊິນສາມາດດາວໂຫຼດໄດ້ໃນ Apple/Google Play stores ເຊິ່ງໃນທະວີບອາຊີມີ: ປະເທດກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທແລະຫວຽດນາມແລະທະວີບ ອາຟຣິກາມີປະເທດແຄມມາຣູນ, ການາ, ເຄນຍາ, ໄນຈີເຣຍ, ອຸການດາ, ແລະແຊມເບຍ.
ສຳລັບຂໍ້ມູນເພີ່ມເຕີມ, ແລະສາມາດດາວໂຫຼດແອັບພິເຄເຊິນເພົ້າສ໌, ເຂົ້າໄປໃນເວັບໄຊ www.wedopulse.com

*ຂໍ້ມູນລ່າສຸດຄັ້ງເດືອນສິງຫາ 2021

ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021 - 5 - ພຣູເດັນໂຊລ໌ ລາວໄດ້ຮັບລາງວັນບໍລິສັດປະກັນໄພຊີວິດໃນປະເທດແຫ່ງປີໂດຍ The Insurance Asia Award 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!