Microsoft ໄດ້ເພີ່ມລາຍການ CPU ທີ່ຮອງຮັບຕົວລະບົບປະຕິບັດການ Windows 11 ຕື່ມເຊິ່ງ CPU ລຸ້ນ AMD Ryzen 1000 series ແລະ Intel 7 generation ສ່ວນຫຼາຍແມ່ນບໍ່ສາມາດຮອງຮັບໄດ້
ພາຍຫຼັງຈາກທີ່ທາງ Microsoft ໄດ້ມີການປ່ອຍໃຫ້ຜູ້ໃຊ້ທົດລອງໃຊ້ຕົວ Windows 11 Insider Preview ເຊິ່ງເປັນເວີຊັນສໍາລັບຜູ້ພັດທະນາ ເພື່ອເອົາໄປພັດທະນາ ແລະ ປັບປຸງປະສິດພາບຂອງໂປຣແກຣມໃຫ້ດີຂື້ນ ກ່ອນທີ່ຈະເປີດຕົວໃຫ້ໄດ້ນໍາໃຊ້ຢ່າງເປັນທາງກາງໃນຊ່ວງທ້າຍປີນີ້
ເຊິ່ງທາງ Microsoft ກໍໄດ້ເວົ້າເຖິງສະເປັກຄອມຂັ້ນຕໍ່າເພື່ອນໍາໃຊ້ຕົວລະບົບປະຕິບັນໄວ້ກ່ອນແລ້ວ, ໂດຍເຄື່ອງຄອມດັ່ງກ່າວຕ້ອງສາມາດເປີດໃຊ້ງານ TPM 1.2 (Trusted Platform Module), ໃຊ້ຄວາມຈໍາຢູ່ 64GB, RAM 4GB ແລະ CPU ຕ້ອງເປັນແບບ Dual-Core ຂື້ນໄປເປັນຕົ້ນ, ແລະຍັງປະກາດອີກຄັ້ງວ່າ CPU ທີ່ຈະສາມາດໃສ່ຮ່ວມກັບລະບົບປະຕິບັດການດັ່ງກ່າວແມ່ນຕ້ອງເປັນ Intel Gen 8 ແລະ AMD Ryzen 2000 series ຂື້ນໄປເປັນຕົ້ນ.
ເນື່ອງຈາກມີຜູ້ໃຊ້ຫຼາຍຄົນບໍ່ສາມາດຕິດຕັ້ງຕົວ Windows 11 ນີ້ໄດ້ເນື່ອງຈາກຕົວເຄື່ອງຄອມພິວເຕີຂອງເຂົາເອງ, ທາງ Microsoft ກໍໄດ້ສະແດງໃຫ້ເຫັນລາຍການ CPU Intel Gen 7 ບາງລຸ້ນທີ່ຮອງຮັບກໍຄື: Intel Core i7-7820HQ, Intel Core i5-7640X, Intel Core i7-7740X, Intel Core i7-7800X, Intel Core i7-7820HQ, Intel Core i7-7820X, Intel Core i7-7900X, Intel Core i7-7920X, Intel Core i9-7940X, Intel Core i9-7960X ແລະ Intel Core i9-7980XE.
ສ່ວນ CPU ຂອງ AMD ຄື Ryzen 1000 series ແມ່ນບໍສາມາດຮອງຮັບໄດ້ ແຕ່ເຮົາກໍຍັງສາມາດທີ່ຈະຕິດຕັ້ງຕົວ Windows 11 ຜ່ານໄຟຣ ISO ຂອງ Microsoft ໄດ້ສໍາລັບເຄື່ອງຄອມທີ່ມີສະເປັກຕາມທີ່ Microsoft ກໍານົດໄວ້ໃນຕອນທໍາອິດ ພຽງແຕ່ເຮົາຈະບໍ່ສາມາດໃຊ້ feature Windows Update ທີ່ຢູ່ນໍາຕົວ Windows 11 ໄດ້.