ແມ່ຊາວອັງກິດຊະນະຄະດີໄດ້ເງິນຊົດເຊີຍ 185.000 ປອນ ຫລັງຫົວໜ້າປະຕິເສດບໍ່ໃຫ້ເລີກວຽກໄວເພື່ອໄປຮັບລູກຢູ່ໂຮງຮຽນ
ແມ່ຊາວອັງກິດຊະນະຄະດີ ຟ້ອງຮ້ອງຫົວໜ້າບໍ່ອະນຸຍາດໃຫ້ເລີກວຽກເວລາ 17:00 ໂມງ ເພື່ອໄປຮັບລູກຢູ່ໂຮງຮຽນ ໄດ້ເງິນຊົດເຊີຍ 185.000 ປອນ.
ວັນທີ 8 ກັນຍາ 2021, ເວັບໄຊບີບີຊີລາຍງານວ່າ: ນາງ ອາລິສ ທອມສັນ ຍິງຊາວອັງກິດ ເຊິ່ງຖືກຫົວໜ້າປະຕິເສດບໍ່ໃຫ້ເລີກວຽກໃນເວລາ 17:00 ໂມງ ເພື່ອໄປຮັບລູກຢູ່ໂຮງຮຽນ ຈົນຕ້ອງຕັດສິນໃຈລາອອກຈາກວຽກ ແລະ ກາຍເປັນຄະດີຟ້ອງຮ້ອງກັບຫົວໜ້າ. ໃນທີ່ສຸດສານໄດ້ຕັດສິນໃຫ້ຊະນະຄະດີ ສັ່ງນາຍຈ້າງຈ່າຍເງິນຊົດເຊີຍເປັນຈຳນວນ 185.000 ປອນ.
ໃນການພິຈາລະນາຄະດີດັ່ງກ່າວ, ສານພິພາກສາແລ້ວເຫັນວ່າ: ການທີ່ຫົວໜ້າປະຕິເສດຄຳຂໍຮ້ອງຂອງນາງ ທອມສັນ ທີ່ຕ້ອງການເລີກວຽກໄວກວ່າປົກກະຕິ ແລກກັບການເຂົ້າວຽກໄວກວ່າເວລາ ເພື່ອໃຫ້ຄົບຊົ່ວໂມງເຮັດວຽກ ໂດຍໃຫ້ເຫດຜົນວ່າຕ້ອງໄປຮັບລູກຢູ່ໂຮງຮຽນໃຫ້ທັນເວລານັ້ນ ເປັນພຶດຕິກຳທີ່ສະແດງເຖິງການກີດກັນທາງເພດ.
ພາຍຫລັງການຕັດສິນ, ນາງ ທອມສັນ ເປີດໃຈຕໍ່ບີບີຊີວ່າ: “ນີ້ເປັນການເດີນທາງທີ່ຍາວນານ ແລະ ເມື່ອຍຫລາຍ, ຂ້ອຍທຸ້ມເທທັງກາຍ ແລະ ໃຈໃຫ້ອາຊີບນາຍໜ້າອະສັງຫາລິມະຊັບມາດົນກວ່າທົດສະວັດ, ແຕ່ບໍ່ປະສົບຜົນສຳເລັດ. ໃນສະພາບສັງຄົມທີ່ໃຫ້ຄວາມສຳຄັນຕໍ່ຜູ້ຊາຍຫລາຍກວ່າຜູ້ຍິງ ເຖິງວ່າຂ້ອຍຈະທຸ້ມເທເຮັດວຽກໜັກຕະຫລອດມາ ເພື່ອສ້າງການພົວພັນກັບລູກຄ້າຈຳນວນຫລາຍ”.
ທັງນີ້, ນາງ ອາລິສ ທອມສັນ ເປັນອະດີດຜູ້ຈັດການຝ່າຍຂາຍຂອງບໍລິສັດຕົວແທນອະສັງຫາລິມະຊັບນ້ອຍໆແຫ່ງໜຶ່ງໃນນະຄອນຫລວງລອນດອນ, ນາງເຮັດວຽກໃຫ້ບໍລິສັດແຫ່ງນີ້ມາໄລຍະເວລາໜຶ່ງກ່ອນຈະຖືພາໃນປີ 2018 ຫລັງສິ້ນສຸດໄລຍະເວລາເກີດລູກ, ນາງ ທອມສັນ ໄດ້ກັບໄປເຮັດວຽກ ແລະ ຂໍຮ້ອງຫົວໜ້າພິຈາລະນາໃຫ້ນາງເລີກວຽກໃນເວລາ 17:00 ໂມງ ແທນເວລາເລີກວຽກປົກກະຕິ 18:00 ໂມງ ເພື່ອໄປຮັບລູກຢູ່ໂຮງຮຽນ 4 ວັນຕໍ່ອາທິດ.
ເຖິງຢ່າງໃດກໍຕາມ, ຫົວໜ້າຂອງນາງ ທອມສັນ ໄດ້ປະຕິເສດຄຳຮ້ອງຂໍດັ່ງກ່າວ ໂດຍໃຫ້ເຫດຜົນວ່າ: ບໍ່ສາມາດອະນຸຍາດໃຫ້ນາງເຮັດວຽກນອກເວລາໄດ້ ເຖິງວ່ານາງ ທອມສັນ ຈະຂໍເຂົ້າວຽກໄວກວ່າເກົ່າໃນເວລາ 8:00 ໂມງ ເຖິງ 17:00 ໂມງ ເພື່ອໃຫ້ຄົບຊົ່ວໂມງເຮັດວຽກກໍຕາມ.
ນາງ ທອມສັນ ກ່າວວ່າ: “ຂ້ອຍຂໍໃຫ້ພວກເຂົາຂະຫຍາຍເລື່ອງເວລາການເຮັດວຽກ, ແຕ່ພັດບໍ່ໄດ້ຮັບການພິຈາລະນາຢ່າງຈິງຈັງ, ຂ້ອຍໄດ້ສະເໜີໃນສິ່ງທີ່ຂ້ອຍຕ້ອງການໄປແລ້ວ ແຕ່ຖ້າສິ່ງນັ້ນບໍ່ໄດ້ເປັນຜົນດີກັບບໍລິສັດ ມັນອາດຈະດີຖ້າພວກເຂົາຍື່ນຂໍ້ສະເໜີຫຍັງບາງຢ່າງກັບມາ”. ພ້ອມລະບຸວ່າ: ຖ້າເຂົາຕ້ອງການໃຫ້ຂ້ອຍເຂົ້າວຽກໄວຂຶ້ນ ອາດຈະເປັນ 8:00-17:00 ໂມງ ເພື່ອໃຫ້ຄົບຊົ່ວໂມງເຮັດວຽກ, ຂ້ອຍກໍຍິນດີ ແຕ່ນີ້ບໍ່ໄດ້ທາງອອກຫຍັງໃຫ້ຂ້ອຍເລີຍ, ບໍ່ມີການຮັບຟັງ, ບໍ່ມີການພິຈາລະນາໃດໆ ຂ້ອຍບໍ່ມີທາງເລືອກອື່ນ ນອກຈາກຕັດສິນໃຈລາອອກ.
“ເຮັດແນວໃດຄົນເປັນແມ່ຈຶ່ງຈະມີໂອກາດເຮັດວຽກ ແລະ ເບິ່ງແຍງຄອບຄົວໄປພ້ອມໆກັນໄດ້, ນີ້ມັນຄືປີ 2021 ແລ້ວບໍ່ແມ່ນປີ 1971 ຂ້ອຍມີລູກສາວ ແລະ ຂ້ອຍບໍ່ຕ້ອງການໃຫ້ນາງຕ້ອງມີພົບສະພາບແບບດຽວກັນໃນອີກ 20-30 ປີຕໍ່ໜ້າ ເມື່ອນາງຕ້ອງເຂົ້າສູ່ສັງຄົມການເຮັດວຽກ”. ນາງ ທອມສັນ ກ່າວ. “ຄວາມພະຍາຍາມຄັ້ງນີ້ກຸ້ມຄ່າຫລາຍ ທີ່ໄດ້ຕໍ່ສູ້ເພື່ອຄວາມຖືກຕ້ອງ” ນາງ ທອມສັນ ກ່າວຕື່ມ.
ອ້າງອີງ: