ອາຍັດໄມ້ຈາກນັກທຸລະກິດ 6 ຄົນ ທີ່ລັກລອບຕັດຈາກປ່າສະຫງວນພູພະນັງ
September 10, 2021 - 11:41 AM

ວັນທີ 9 ກັນຍາ 2021 ນີ້ ຄະນະສະເພາະກິດເມືອງ, ປກສ ເມືອງສັງທອງ ແລະ ທະຫານເມືອງ ລົງກວດກາພົບເຫັນກຸ່ມຄົນນັກທຸລະກິດທີ່ລັກລອບຕັດໄມ້ເຂດພູພະນັງທີ່ຜິດກົດໝາຍ…
ຈຶ່ງໄດ້ອາຍັດໄມ້ໄວ້ເພື່ອສືບສວນ-ສອບສວນດຳເນີນຄະດີ ໂດຍປະຕິບັດຄຳສັ່ງເລກທີ 013/ຈນວ ລົງວັນທີ 18 ສິງຫາ 2021 ວ່າດ້ວຍການປົກປັກຮັກສາປ່າສະຫງວນແຫ່ງຊາດພູພະນັງ ແລະ ປະຕິບັດຕາມປະທານປ້ອງກັນຊາດ ຫົວໜ້າຄະນະສະເພາະກິດເມືອງສັງທອງ