ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ

ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - 014 e1631336228324 - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ
ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - kitchen vibe - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ

ໃນສະພາບການບ້ານເມືອງປະສົບພົບພໍ້ພະຍາດລະບາດໂຄວິດ-19,  ໄພພິບັດ, ການພະນັ້ນ, ບັນຫາຢາເສບຕິດ, ຄວາມຂີ້ຄ້ານມັກງ່າຍ ແຕ່ຢາກໄດ້ ຢາກໃຊ້ ຢາກຈ່າຍຄືເພິ່ນຄືທ່ານ ເເຕ່ພັດບໍ່ຢາກອອກເຫື່ອອອກແຮງ, ບໍ່ຢາກທໍາມາຫາກິນຕາມຄວາມຊອບທໍາ ກໍໄປຫາລັກ ຫາປຸ້ນ ຫາຈີ້ຫາ ເຊີງຊັບຂອງຜູ້ອື່ນມາເປັນຂອງຕົນ ບາງຄົນເມື່ອພົ້ນໂທດອອກມາບໍ່ພໍເທົ່າໃດເດືອນ ກໍກັບໄປກະທໍາຜິດໃໝ່ອີກ ໂດຍບໍ່ມີຄວາມຮູ້ສຶກ ກິນແໜງແຄງໃຈຕໍ່ການກະທໍາຂອງຕົນ ມີຫລາຍຄົນມີຄໍາເຫັນໄປທາງໃຜ ທາງລາວ ສ່ວນຫລາຍກໍຈະມີດ້ານລົບຫລາຍກວ່າດ້ານບວກ, ຕຳຕິຕຽນຫລາຍກວ່າຈະເຫັນອົກເຫັນໃຈ, ຄວາມຈິງມັນກໍເປັນແນວນັ້ນແທ້, ລູກບາງຄົນ, ພໍ່ບາງຄົນ ຫລື ແມ່ບາງຄົນ ສະມາຊິກຄອບຄົວດຽວກັນກໍບໍ່ຍອມຮັບກັນເປັນລູກ, ເປັນພໍ່, ເປັນແມ່, ຍ້ອນຂາດຄຸນສົມບັດ, ຂາດຄວາມເປັນແບບຢ່າງໃຫ້ແກ່ຜູ້ອື່ນໃນທາງທີ່ດີ.

ການປຸ້ນຊັບກໍເປັນອີກເຫດການໜຶ່ງ ເປັນການປະພຶດໜຶ່ງທີ່ໄດ້ສ້າງຄວາມເສຍຫາຍແກ່ຊີວິດ, ເເກ່ສຸຂະພາບ ແລະ ຊັບສົນຂອງບຸກຄົນຜູ້ທີ່ເປັນເຈົ້າຂອງກໍາມະສິດນັ້ນ ຊຶ່ງປາກົດການດັ່ງກ່າວນີ້ ມັນກໍເກີດມາຈາກຫລາຍສາເຫດ ແຕ່ອັນສໍາຄັນແມ່ນເກີດມາຈາກສະພາບໃນຕົວ ແລະ ນອກຕົວ, ໃນຕົວກໍແມ່ນເກີດຈາກຜູ້ກະທໍາຜິດເອງຢາກໄດ້ຊັບສົ່ງຂອງໆບຸກຄົນອື່ນມາເປັນຂອງຕົນໂດຍບໍ່ຕ້ອງຊື້ ບໍ່ຕ້ອງຂໍ ບໍ່ຕ້ອງຢືມເຂົ້າ. ສ່ວນນອກຕົວ ແມ່ນຜູ້ເປັນເຈົ້າຂອງກໍາມະສິດນັ້ນເປັນຜູ້ສ້າງໂອກາດໃຫ້ຜູ້ກະທໍາຜິດໄດ້ລົງມືເຊັ່ນ ພາຍກະເປົາແບບເປີດແປນ ໄປ-ມາຜູ້ດຽວ, ທ່ຽວໃນຍາມຄໍ່າຄືນ ເຮັດໃຫ້ຕົກເປັນເປົ້າໝາຍຂອງກຸ່ມຄົນເຫລົ່ານີ້ໂດຍບໍ່ຮູ້ສຶກຕົວ.

ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - Visit Laos Visit SALANA BOUTIQUE HOTEL - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ
ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - Visit Laos Visit SALANA BOUTIQUE HOTEL - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ

ສະນັ້ນ ເພື່ອເປັນການລົງໂທດຕໍ່ຜູ້ກະທໍາຜິດ ໃນກໍລະນີຄືແນວນີ້ ປະມວນກົດໝາຍອາຍາຈຶ່ງໄດ້ກໍານົດໃຫ້ການປຸ້ນຊັບເປັນການກະທໍາ ຜິດທາງອາຍາ ຕາມມາດ 230 ຂອງປະມວນກົດໝາຍອາຍາ ຊື່ງເນື້ອໃນຂອງມາດຕານີ້ໄດ້ກໍານົດວ່າ: ບຸກຄົນໃດ ຫາກໄດ້ໃຊ້ຄວາມຮຸນແຮງ, ບຸກລຸກ ຫລື ໃຊ້ການນາບຂູ່ໂດຍກົງຕໍ່ຊີວິດ ຫລື ສຸຂະພາບຂອງຜູ້ອື່ນ ເພື່ອເອົາຊັບມາເປັນຂອງຕົນ ຈະຖືກລົງໂທດຕັດອິດສະຫລະພາບ ແຕ່ 4 ປີ ຫາ 8 ປີ ແລະ ຈະຖືກປັບໃໝ່ແຕ່ 5.000.000 ກີບ ຫາ 20.000.000 ກີບ.

ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ເອົາການປຸ້ນຊັບເປັນອາຈິນ ມີການຈັດຕັ້ງເປັນກຸ່ມ ເຮັດໃຫ້ຄົນອື່ນບາດເຈັບສາຫັດ ຫລື ເສຍຊີວິດ ຫລື ໃນ ກໍລະນີກໍ່ຄວາມເສຍຫາຍຢ່າງຫລວງຫລາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ແລະ ຈະຖືກປັບໃໝ່ແຕ່ 10.000.000 ກີບ ຫາ 50.000.000 ກີບ ຫລື ຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝ່ແຕ່ 20.000.000 ກີບຫາ 70.000.000 ກີບ.

ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - 5 - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ
ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - 4 - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ
ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ - 3 - ໂທດຂອງການປຸ້ນຊັບເປັນອາຈິນຈະຖືກຕັດອິດສະລະພາບແຕ່ 8 ປີ ຫາ 20 ປີ ຫລື ຕະຫລອດຊີວິດ