ຊຸບເປີໄຕ້ຝຸ່ນຈັນທູກຽມຖະຫລົ່ມໄຕ້ຫວັນ ຂະນະພາຍຸເຂດຮ້ອນໂກນເຊິນກຽມພັດເຂົ້າຫວຽດນາມ

ໄຕ້ຫວັນອອກປະກາດເຕືອນໄພພາຍຸໄຕ້ຝຸ່ນຈັນທູ (Chanthu) ເຊິ່ງທະວີກຳລັງແຮງຂຶ້ນເປັນຊຸບເປີໄຕ້ຝຸ່ນໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ໂດຍຄາດວ່າຊຸບເປີໄຕ້ຝຸ່ນຈະເຄື່ອນຜ່ານໄຕ້ຫວັນໃນວັນທີ 11 ກັນຍານີ້ ກ່ອນຈະມຸ້ງໜ້າໄປທາງເໜືອສູ່ຊຽງໄຮ້ ແລະ ແຄມຝັ່ງຂອງຈີນ.
ຈັນທູ ຫລື ເອີ້ນວ່າ: ກີໂກ (Kiko) ໃນຟີລິບປິນ ມີຄວາມໄວລົມ 240 ກິໂລແມັດຕໍ່ຊົ່ວໂມງ ເຖິງວ່າກຳລັງລົມຈະອ່ອນລົງເລັກໜ້ອຍເມື່ອເຂົ້າໃກ້ໄຕ້ຫວັນ.
ກົມອຸຕຸນິຍົມວິທະຍາຂອງໄຕ້ຫວັນຄາດວ່າຈະເກີດຝົນຕົກໜັກທາງຕອນໃຕ້ຂອງໄຕ້ຫວັນ ແລະ ເຕືອນວ່າອາດເກີດລົມພັດແຮງ, ນ້ຳຖ້ວມ ແລະ ດິນເຈື່ອນໃນພື້ນທີ່ສູງຂອງໄຕ້ຫວັນ.
ຂະນະດຽວກັນ, ພາຍຸເຂດຮ້ອນໂກນເຊິນ (Conson) ກຽມພັດເຂົ້າຫວຽດນາມໃນຕອນບ່າຍວັນທີ 12 ກັນຍານີ້ ສົ່ງຜົນໃຫ້ຫວຽດນາມສັ່ງລະດົມທະຫານ 500.000 ຄົນ ເພື່ອກຽມພ້ອມຮັບມືພາຍຸຫົວນີ້ ເຖິງວ່າຈະມີກຳລັງອ່ອນກວ່າຊຸບເປີໄຕ້ຝຸ່ນຈັນທູ, ແຕ່ຄາດວ່າໂກນເຊິນຍັງມີຄວາມໄວລົມສູງເຖິງ 150 ກິໂລແມັດຕໍ່ຊົ່ວໂມງ ກ່ອນຈະພັດເຂົ້າຝັ່ງໃນທ້າຍອາທິດນີ້.
ນອກຈາກນີ້, ລັດຖະບານຫວຽດນາມຍັງໄດ້ສັ່ງໃຫ້ເຮືອຕ່າງໆຢຸດອອກຈາກຝັ່ງ ແລະ ກຽມແຜນອົບພະຍົບ ໂດຍເຕືອນວ່າປະຊາຊົນປະມານ 800.000 ຄົນ ໃນແຂວງຕ່າງໆທາງພາກເໜືອຂອງປະເທດອາດໄດ້ຮັບຜົນກະທົບຈາກພາຍຸໂກນເຊິນ ເຊິ່ງເປັນພາຍຸຫົວທີ 5 ທີ່ພັດເຂົ້າຝັ່ງຫວຽດນາມໃນປີນີ້.
ຫວຽດນາມບໍ່ແມ່ນປະເທດດຽວທີ່ໄດ້ຮັບຜົນກະທົບຈາກພາຍຸເຂດຮ້ອນໂກນເຊິນ. ສຳນັກງານສຳຫລວດບັນຍາກາດ, ທໍລະນີຟີຊິກ ແລະ ດາລາສາດຂອງຟີລິບປິນ (PAGASA) ໄດ້ປະກາດເຕືອນໄພພາຍຸລະດັບ 3 ຈາກທັງໝົດ 5 ລະດັບ ໂດຍເຕືອນວ່າພາຍຸໂກນເຊິນ ເຊິ່ງໃນຟີລິບປິນເອີ້ນວ່າ: ໂຈລີນາ (Jolina) ຈະສົ່ງຜົນເຮັດໃຫ້ເກີດຝົນຕົກໜັກ, ລົມແຮງ ແລະ ນ້ຳຖ້ວມບໍລິເວນແຄມຝັ່ງໃນອີກ 24 ຊົ່ວໂມງຕໍ່ໜ້າ.
ສ່ວນກົມອຸຕຸນິຍົມວິທະຍາຂອງຫວຽດນາມເຕືອນວ່າ: ອາດມີພາຍຸໄຕ້ຝຸ່ນ ແລະ ພາຍຸເຂດຮ້ອນອີກ 6-8 ຫົວໃນທະເລຈີນໃຕ້ໃນປີນີ້.
ອ້າງອີງ: