9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ

9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ - 04 2 - 9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ
9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ - kitchen vibe - 9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ

ຄົນລາວເຊື້ອສາຍຈີນທີ່ປະສົບຄວາມສຳເລັດໃນການເຮັດທຸລະກິດຢູ່ຈຳນວນຫລາຍ ມື້ນີ້ມາເບິ່ງວ່າສິ່ງທີ່ຄົນຈີນເຫລົ່ານັ້ນມີ ຄືກັນມີຫຍັງແດ່.

  1. ດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ມີວິໄນ ແລະ ອົດໃຈເປັນດັ່ງມົດງານ : ຄວາມຮັ່ງມີຂອງຄົນຈີນນັ້ນ ພື້ນຖານສຳຄັນມາ ຈາກການມີວິໄນ, ດຸໝັ່ນຂະຫຍັນພຽນ ພ້ອມຈະເຮັດວຽກ ແລລະ ພັດທະນາຕົນເອງທຸກຢ່າງເທົ່າທີ່ເຮັດໄດ້ ທັງຍັງໃຊ້ຊີ ວິດແບບທຳມະດາ ພໍພຽງ, ປະຢັດມັດທະຍັດ ຈຶ່ງເຮັດໃຫ້ມີເງິນກ້ອນໄວໃນການເລີ່ມເຮັດທຸລະກິດ ແລະ ຍັງເປັນນິໄສ ຕິດໂຕໄປຕະຫລອດ ເຖິງຈະຮັ່ງມີລ້ຳລວຍແລ້ວກໍຕາມ.
  2. ຍຶດໝັ້ນໃນເລື່ອງການຄ້າຂາຍ : ຄົນເຊື້ອສາຍຈີນສ່ວນຫລາຍມີຮາກຖານອາຊີບຄ້າຂາຍ ຫລື ເຮັດທຸລະກິດສ່ວນໂຕ ບໍ່ ແມ່ນເປັນພະນັກງານລັດຖະກອນ ຫລື ເປັນລູກຈ້າງປະຈຳ ເຊິ່ງເຮົາຈະເຫັນໄດ້ວ່າເມື່ອຄົນຈີນອົບພະຍົບ ຫລື ຍ້າຍຖິ່ນ ຖານເຂົ້າມາໃນປະເທດໃດກໍຕາມ ມັກຈະເອົາຄວາມຮູ້ເກົ່າທີ່ຕິດໂຕມາເປັນຈຸດເລີ່ມຕົ້ນຂອງການຄ້າຂາຍ ຍ້ອນຄົນຈີນ ເຊື່ອວ່າການຄ້າຂາຍແມ່ນການລົງທຶນທີ່ດີທີ່ສຸດ.
  3. ຄົນຈີນຮັກສາສັດຈະເທົ່າຊີວິດ : ບໍ່ວ່າຈະເຮັດກິດຈະການວຽກງານຫຍັງ ຄົນຈີນຈະມີວິໄນໜຶ່ງທີ່ຖືເປັນເຄື່ອງໝາຍການ ຄ້າເລີຍກໍວ່າໄດ້ ນັ້ນກໍແມ່ນສັດຈະໃນການເຮັດວຽກ ຫລື ການດຳລົງຊີວິດ ເຊິ່ງການຮັກສາຄຳເວົ້າ, ເວົ້າຄຳໃດຄຳນັ້ນ ຖືເປັນສິ່ງສຳຄັນໃນການເຮັດທຸລະກິດ ແລະ ເຮັດໃຫ້ໄດ້ຮັບໂອກາດດີໃນຊີວິດທີ່ເຮັດໃຫ້ພວກເຂົາຮັ່ງມີໄວ.
  4. ເຮັດໃນສິ່ງທີ່ແຕກຕ່າງ ຫລື ສິ່ງທີ່ຄົນອື່ນບໍ່ກ້າເຮັດ : ແນ່ນອນວ່າຖ້າຢາກຮັ່ງມີກໍຕ້ອງເຮັດສິ່ງທີ່ແຕກຕ່າງຈາກຄົນທົ່ວ ໄປ ເພາະຄົນຮັ່ງມີລ້ຳລວຍມີບໍ່ເທົ່າໃດເປີເຊັນເທົ່ານັ້ນ. ສະນັ້ນແລ້ວ, ເຂົາຈຶ່ງແຕກຕ່າງ ຄົນຈີນຖືເປັນຜູ້ບຸກເບີກທຸລະກິດ ໃນຫລາຍອຸດສາຫະກຳ ໂດຍມີຄະຕິວ່າ “ເຮັດທຸລະກິດຕ້ອງເຮັດເປັນຄົນທຳອິດ ຢ່າໄປແຂ່ງກັບຄົນທີ່ເຂົາເຮັດຢູ່ແລ້ວ” ຄວາມດຸໝັ່ນໃນການຄິດ ແລະ ຄົ້ນຫາສິນຄ້າມາຂາຍກ່ອນໝູ່ ຖືເປັນກົນລະຍຸດການຄ້າທີ່ສ້າງໃຫ້ພວກເຂົາຮັ່ງມີ ແລະ ກາຍເປັນເຈົ້າຕະຫລາດຫລວງຫລາຍ.
  5. ເຕັກນິກຊື້ເມື່ອອີ່ມ ຂາຍເມື່ອຫິວ : ຄົນຈີນສ່ວນຫລາຍມັກມີຫົວທຸລະກິດທີ່ບໍ່ແມ່ນຫົວພໍ່ຄ້າ ຄື ຮູ້ຂັກເບິ່ງການໄກ ແລະ ຍາດໂອກາດທີ່ເໝາະສົມແບບບໍ່ຍອມປ່ອຍໃຫ້ຫລຸດມື ດັ່ງທີ່ເຮົາຈະເຫັນວ່າຄົນຈີນຄິດອັນນັ້ນເຮັດອັນນີ້ອອກມາຂາຍ ເຊິ່ງໃນໄລຍະທຳອິດອາດຂາຍບໍ່ໄດ້ເລີຍ, ແຕ່ກໍບໍ່ເຄີຍເປັນບັນຫາ ເພາະພວກເຂົາຖືວ່າອັນໃດທີ່ເລີ່ມຕົ້ນມັກຍາກສະເໝີ. ຄົນຈີນຈະຮູ້ຈັກປະເມີນຈາກປັດໄຈແວດລ້ອມວ່າທຸລະກິດໃດຄວນເຮັດ ຫລື ບໍ່ຄວນເຮັດໃນພື້ນທີ່ນັ້ນ.
  6. ບໍ່ຈຳເປັນຢ່າມີໜີ້ສູນ : ເຮົາຈະເຫັນຕາມຮ້ານຄ້າຂາຍຍ່ອຍທີ່ມັກມີຮູບພາບລໍ້ລຽນລະຫ່ວາງພໍ່ຄ້າເງິນສົດກັບພໍ່ຄ້າເງິນ ເຊື່ອ ຄືກັບຄຳລາວທີ່ລຶ້ງຫູກັນດີວ່າ ຈ່າຍສົດງົດເຊື່ອເບື່ອທວງ ນັ້ນແມ່ນລັກສະນະຂອງການຄ້າແບບຈີນທີ່ບໍ່ຕ້ອງການ ໃຫ້ເກີດໜີ້ສູນ. ສ່ວນຫລາຍມັກໃຊ້ລະບົບເງິນສົດ ບໍ່ໃຊ້ເງິນສິນເຊື່ອ ຫລື ເງິນຜ່ອນ ຄົນຈີນເຊື່ອວ່າການເປັນໜີ້ເຮັດໃຫ້ ເສຍເວລາໃນການເຮັດທຸລະກິດຫລາຍກ່ວາເກົ່າ ແລະ ບໍ່ກໍ່ໃຫ້ເກີດປະໂຫຍດໃດໆ.
  7. ຄົນຈີນຮູ້ຈັກກະຈາຍຄວາມສ່ຽງ : ເຮົາຈະເຫັນວ່າຄົນຈີນທີ່ເປັນນັກທຸລະກິດບໍ່ໄດ້ເອົາເງິນໄປກອງໄວ້ບ່ອນດຽວ, ແຕ່ມີ ການກະຈາຍຄວາມສ່ຽງໄປສູ່ການລົງທຶນໃນຮູບແບບອື່ນ ເຊັ່ນ : ອະສັງຫາລິມະຊັບ, ຫຸ້ນສ່ວນໃນກິດຈະການອື່ນ ລວມ ເຖິງການລົງທຶນ ຫລື ຂະຫຍາຍກິດຈະການໃນຕ່າງປະເທດ ອັນເປັນການກະຈາຍຄວາມສ່ຽງ ຫາກເກີດບັນຫາກັບທຸລະ ກິດຫລັກກໍຍັງມີລາຍໄດ້ຈາກທາງອື່ນຫລົງເຫລືອຢູ່.
  8. ຄົນຈີນສອນລູກຫລານໃຫ້ຮູ້ຈັກທ້ອນເງິນໄວ້ເປັນທຶນເຮັດທຸລະກິດ : ແນະນຳຄວາມສຳເລັດທີ່ທຸລະກິດຄົນຈີນຂະຫຍາຍ ໃຫຍ່ຂຶ້ນ ຍ້ອນພວກເຂົາຈະສອນລູກຫລານວ່າເມື່ອມີເງິນ ຢ່າໄປໃຊ້ຈ່າຍຟູມເຟືອຍ, ສ່ວນໜຶ່ງເກັບໄວ້ໃຊ້ ແລະ ຕ້ອງມີ ສ່ວນທີ່ເກັບໄວ້ຂະຫຍາຍທຸລະກິດນຳ, ການຂະຫຍາຍທຸລະກິດແບບຈີນບໍ່ແມ່ນວ່າຈະເຕີບໃຫຍ່ຢ່າງໄວວາທັນທີທັນໃດ, ແຕ່ພວກເຂົາຈະຄ່ອຍໆຂະຫຍາຍ ຈາກໜຶ່ງເປັນສອງ ຈາກສອງເປັນສາມ ບາງເທື່ອຫາກບໍ່ໝັ້ນໃຈກໍຍັງບໍ່ລົງທຶນຂະ ຫຍາຍກໍມີ.

ຂະຫຍາຍກິດຈະການໃຫ້ເຕີບໃຫຍ່ໄປເທື່ອລະໜ້ອຍ : ຄົນຈີນມັກຂະຫຍາຍກິດຈະການຕົນເອງໄປເທື່ອລະໜ້ອຍ ບໍ່ເນັ້ນ ເລັ່ງລັດ ໄວວາ ເພື່ອປ້ອງກັນຄວາມຜິດພາດ ລວມເຖິງການຂະຫຍາຍທີ່ວ່ອງໄວເທົ່າກັບເປັນການເຮັດໃຫ້ເງິນທຶນໄປ ຈົມຢູ່ກັບບ່ອນແບບທີ່ບໍ່ຕໍ່ຍອດ ຄ້າຍຄືກັບເປັນການທຳລາຍຕົນເອງຫລາຍກ່ວາທີ່ຈະເອີ້ນວ່າເຕີບໃຫຍ່.

9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ - Visit Laos Visit SALANA BOUTIQUE HOTEL - 9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ
9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ - 5 - 9 ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີໄວ ແລະ ໝັ້ນຄົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!