ເມືອງຜູ່ຖຽນໃນມົນທົນຝູຈ້ຽນຂອງຈີນອອກມາດຕະການຈຳກັດການເດີນທາງ ແລະ ປິດສະຖານທີ່ສາທາລະນະ ຫລັງພົບການລະບາດຂອງໂຄວິດຄັ້ງໃໝ່

ການລະບາດຂອງໂຄວິດ ເຮັດໃຫ້ເມືອງຜູ່ຖຽນໃນມົນທົນຝູຈ້ຽນທາງຕາເວັນອອກສຽງໃຕ້ຂອງຈີນ ປະກາດປິດສະຖານທີ່ສາທາລະນະເຊັ່ນ: ໂຮງຮູບເງົາ, ຄາເຟ່ອິນເຕີເນັດ, ເທັກ, ຫ້ອງສະໝຸດ, ພິພິທະພັນ ແລະ ບ່ອນອອກກຳລັງກາຍ ຕະຫລອດຈົນຫລຸດໄລຍະເວລາໃຫ້ບໍລິການ ແລະ ຈຳກັດຜູ້ໃຊ້ບໍລິການຮ້ານອາຫານ. ນອກຈາກນັ້ນ ຍັງປິດທາງເຂົ້າ-ອອກຈາກທາງຫລວງບາງສ່ວນ ແລະ ລະບຸວ່າ: ປະຊາຊົນບໍ່ຄວນອອກຈາກເມືອງດ້ວຍເຫດຜົນທີ່ບໍ່ຈຳເປັນ ແລະ ຜູ້ທີ່ຈະອອກຈາກເມືອງຈະຕ້ອງສະແດງຫລັກຖານຜົນກວດໂຄວິດທີ່ກວດພາຍໃນ 48 ຊົ່ວໂມງວ່າເປັນລົບກ່ອນເດີນທາງ.
ຂໍ້ມູນຫລ້າສຸດ ເມື່ອເວລາ 20:00 ໂມງ ວັນທີ 13 ກັນຍາ ຕາມເວລາທ້ອງຖິ່ນ ເຊິ່ງເປັນຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ: ພົບຜູ້ຕິດເຊື້ອທີ່ຢືນຢັນໃນ “ກຸ່ມກ້ອນຜູ່ຖຽນ” ແລ້ວທັງໝົດ 58 ຄົນ ແລະ ພົບຜູ້ຕິດເຊື້ອທີ່ບໍ່ສະແດງອາການ ເຊິ່ງທາງການຈີນຈະບໍ່ນັບເປັນຜູ້ຕິດເຊື້ອຢືນຢັນ ຈົນກວ່າຈະມີການສະແດງອາການທາງຄລີນິກຈຳນວນ 21 ຄົນ.
ຂະນະທີ່ ສະຖານີໂທລະພາບ CCTV ຂອງທາງການຈີນລາຍງານວ່າ: ສະຖານະການໃນເມືອງຜູ່ຖຽນນັ້ນ “ຮຸນແຮງ ແລະ ສັບຊ້ອນ” ແລະ ມີທ່າອ່ຽງວ່າຈະມີຜູ້ຕິດເຊື້ອໃໝ່ເກີດຂຶ້ນໃນຊຸມຊົນ, ໂຮງຮຽນ ແລະ ໂຮງງານ. ຂະນະທີ່ Reuters ລາຍງານວ່າ: ການຮຽນການສອນແບບບໍ່ແມ່ນອອນລາຍບາງສ່ວນໃນໂຮງຮຽນຖືກລະງັບໃນເມືອງດັ່ງກ່າວ ແລະ ໜ່ວຍງານດ້ານສຸຂະພາບແຫ່ງຊາດຂອງຈີນໄດ້ສົ່ງທີມຜູ້ຊ່ຽວຊານໄປເມືອງແຫ່ງນີ້ແລ້ວ.
ຜູ້ຊ່ຽວຊານຄາດການວ່າ: ແຫລ່ງທີ່ມາຂອງການລະບາດອາດຈະມາຈາກພໍ່ຂອງນັກຮຽນຄົນໜຶ່ງທີ່ເດີນທາງໄປສູ່ເຂດຊຽນໂຢໃນເມືອງຜູ່ຖຽນ ເຊິ່ງໃນເຂດນີ້ເອງທີ່ເປັນພື້ນທີ່ທຳອິດທີ່ພົບຜູ້ຕິດເຊື້ອຈາກການກວດຫາເຊື້ອຕາມປົກກະຕິ ໂດຍກວດພົບຜູ້ຕິດເຊື້ອເປັນນັກຮຽນຊັ້ນປະຖົມຫລາຍຄົນ, ຄາດວ່າພໍ່ຄົນດັ່ງກ່າວຈະເດີນທາງມາຈາກເມືອງເຊຍເໝິນ ເຊິ່ງຢູ່ໃນມົນທົນດຽວກັນ ຫລັງຈາກການເດີນທາງກັບຈາກປະເທດສິງກະໂປ. ຫລ້າສຸດໃນເຂດນີ້ເລີ່ມມີການກວດຫາເຊື້ອ, ໂຈະໃຫ້ບໍລິການລົດປະຈຳທາງ ແລະ ຕັກຊີ, ປິດສະຖານີລົດໂດຍສານໄລຍະໄກ ແລະ ຫ້າມຜູ້ໂດຍສານຂຶ້ນ ຫລື ລົງຈາກສະຖານີລົດໄຟ.
ທັງນີ້ ລັດຖະບານທ້ອງຖິ່ນລະບຸວ່າ: ພໍ່ຂອງນັກຮຽນຄົນດັ່ງກ່າວຖືກກັກຕົວໃນໂຮງແຮມມາແລ້ວເປັນເວລາ 14 ວັນ ແລະ ຍັງກັກຕົວເພີ່ມອີກ 7 ວັນໃນການກັກຕົວແບບລວມສູນ ຢູ່ສະຖານທີ່ແຫ່ງໜຶ່ງໃນເຂດຊຽນໂຢ ກ່ອນເດີນທາງກັບບ້ານ ແລະ ຮັບການຕິດຕາມສຸຂະພາບອີກເປັນເວລາ 1 ອາທິດ. ສ່ວນສື່ຂອງທາງການລະບຸວ່າ: ລາວມີຜົນກວດເຊື້ອເປັນລົບເຖິງ 9 ຄັ້ງລະຫວ່າງການກັກຕົວ 21 ວັນ ກ່ອນຈະໄດ້ຜົນກວດເປັນບວກຫລັງຈາກລາວເດີນທາງເຂົ້າປະເທດຈີນມາແລ້ວ 37 ວັນ. ສຳນັກຂ່າວ CNN ລາຍງານວ່າ: ເຈົ້າໜ້າທີ່ທາງການບໍ່ໄດ້ເປີດເຜີຍໂດຍກົງວ່າລາວໄດ້ຮັບເຊື້ອຕອນໃດ, ຈາກບ່ອນໃດ ແລະ ຮັບມາແນວໃດ, ແຕ່ໄລຍະຟັກຕົວທີ່ເກີນກວ່າ 21 ວັນຖືວ່າບໍ່ປົກກະຕິ ແລະ ເຮັດໃຫ້ເກີດຄຳຖາມຕໍ່ຄວາມຍືນຍົງຂອງກົນລະຍຸດ “ໂຄວິດເປັນສູນ” ທີ່ເຂັ້ມງວດຂອງຈີນ, ສ່ວນຜູ້ໃຊ້ສື່ສັງຄົມອອນລາຍບາງຄົນຕັ້ງຄຳຖາມວ່າ: ເປັນໄປໄດ້ ຫລື ບໍ່ທີ່ຜູ້ຊາຍຄົນດັ່ງກ່າວຈະຮັບເຊື້ອຫລັງຈາກເດີນທາງກັບມາເຂດຊຽນໂຢແລ້ວ.
ສ່ວນຢູ່ເມືອງເຊຍເໝິນເອງ ຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ: ເມື່ອເວລາ 18:00 ໂມງ ຂອງວັນທີ 13 ກັນຍາ ຕາມເວລາທ້ອງຖິ່ນ ພົບຜູ້ຕິດເຊື້ອຢືນຢັນແລ້ວທັງໝົດ 12 ຄົນ ທັງໝົດອາການຄົງທີ່ ແລະ ກຳລັງປິ່ນປົວຢູ່ໂຮງໝໍ.
ການລະບາດຄັ້ງກ່ອນໜ້າຂອງຈີນ ເຊິ່ງກະທົບຕໍ່ມົນທົນຈຽງຊູເປັນຫລັກ ແລະ ໃຊ້ເວລາປະມານ 1 ເດືອນ ໄດ້ສິ້ນສຸດລົງເມື່ອປະມານ 2 ອາທິດກ່ອນ ໂດຍບໍ່ມີລາຍງານຜູ້ຕິດເຊື້ອໃໝ່ໃນພື້ນທີ່ມົນທົນດັ່ງກ່າວ.
ອ້າງອີງ:
https://www.reuters.com/…/china-reports-49-new…/