ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ

ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ - 685 - ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ
ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ - kitchen vibe - ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ

ແຫລງຂ່າວສາລະວັນລາຍງານວ່າ, ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ໃຫ້ສຳພາດຕໍ່ໃນວັນທີ 13 ກັນຍານີ້ວ່າ: ເພື່ອເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ໂກນເຊິນ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍ, ໄດ້ແຕ່ງຕັ້ງ​ຄະນະກຳມະການຕ່າງໆ ເປັນຕົ້ນ: ແບ່ງຈຸລົງຕິດຕາມ, ​ກວດກາ​, ເກັບກຳຂໍ້ມູນບ້ານທີ່ໄດ້ຮັບຜົນກະທົບເສຍຫາຍຢ່າງລະອຽດ ແລະ ສິ່ງສຳຄັນ ສຸມໃສ່ຊ່ວຍເຫລືອໃນເບື້ອງຕົ້ນ, ທີ່ຢູ່ອາໄສຊົ່ວຄາວ, ອາຫານການກິນ, ຢາປົວພະຍາດ ແລະ ດ້ານສຸຂະອະນາໄມ ກໍ່ໄດ້ຮີບຮ້ອນເອົາໃຈໃສ່ ແກ້ໄຂຢ່າງທັນການ. ນອກນັ້ນໄດ້ປະສານສົບທົບ ແລະແຕ່ງຕັ້ງ ກຳລັງປ້ອງກັນຊາດ-ປ້ອງກັນ​ຄວາມສະຫງົບ ເຂົ້າຊ່ວຍເຫລືອເກັບມ້ຽນສິ່ງຂອງຕ່າງໆ​ ແລະ ສ້ອມແປງເຮືອນຊານ​ຂອງປະຊາຊົນ ທີ່ເປ່ເພເລັກນ້ອຍ. ເຊິ່ງໄດ້ເລີ່ມສ້າງທີ່ພັກຊົ່ວຄາວໃຫ້ເຂົາເຈົ້າໄດ້ຢູ່ອາໄສ,​ ເອົາໃຈໃສ່ປຸກລະດົມທັງພາກລັດ ແລະເອກະຊົນ, ຜູ້ປະກອບການ ແລະບຸກຄົນ ປະກອບສ່ວນຊ່ວຍເຫລືອປະເພດ, ວັດຖຸ, ປັດໄຈ, ເຄື່ອງອຸໂພກ-ບໍລິໂພກ​ ຕາມທ່າແຮງ ແລະ ເງື່ອນໄຂ ເພື່ອຢຽວຢາ, ໃຫ້ກຳລັງໃຈຜູ້ທີ່ຖືກຜົນກະທົບ, ບັນເທົາທຸກເບື້ອງຕົ້ນ.​ ສໍາລັບເຮືອນ ທີ່ເປ່ເພ ເສຍຫາຍໜັກ ແມ່ນຈະສ້າງທີ່ພັກພາອາໄສ, ສ້ອມແປງຄືນໃຫ້ເຂົາເຈົ້າໄດ້ກັບມາຢູ່ຢ່າງຖາວອນ ແລະ ສືບຕໍ່ສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກຈໍານວນໜື່ງເພື່ອເຮັດໃຫ້ເຂົ້າເຈົ້າໄດ້ດຳລົງຊີວີດໄດ້ຢ່າງເປັນປົກກະຕິ.​

ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ - 03256 273x300 - ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ

ເມືອງສາລະວັນ ໄດ້ຮັບຜົນກະທົບທັງໜົດ 4 ບ້ານ, ມີ 141 ຫລັງຄາເຮືອນ ເຊິ່ງມີ: ບ້ານໂພນໃຜ່ 90 ຫລັງຄາເຮືອນ, ເສຍຫາຍໜັກ 25 ຫລັງ, ບ້ານກ້ວຍ 43 ຫລັງ, ເສຍຫາຍໜັກ 5 ຫລັງ, ບ້ານ ແບ່ງອຸດົມ 6 ຫລັງ, ເສຍຫາຍໜັກ 1 ຫລັງ ແລະ ບ້ານທາດຫ້ວຍ 2 ຫລັງຄາເຮືອນ.​ ໃນນັ້ນໄດ້ຖືເອົາບ້ານໂພນໃຜ່ ເປັນຈຸດໃຈກາງໃນການຕັ້ງສູນການຮັບບໍລິຈາກ ແລະ ຊ່ວຍເຫລືອເປັນບູລິມະສິດພິເສດ, ເຊີ່ງເປັນບ້ານທີ່ຖືກຜົນກະທົບຫລາຍກວ່າໜູ່.​ ສຳລັບ​ການຊ່ວຍເຫລືອມາຮອດປະຈຸບັນ​ ໄດ້ມີຜູ້ປະກອບສວ່ນຊ່ວຍເຫລືອທັງໝົດ 24 ພາກສ່ວນ, ມີປະເພດເຄື່ອງບໍລິໂພກ ແລະ ອຸປະໂພກ ມູນຄ່າຫຼາຍກວ່າ 100 ລ້ານກີບ ແລະ ເງີນສົດເກືອບ 30 ລ້ານກີບ.

 

ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ - 3 - ເມືອງສາລະວັນ ເລັ່ງຊ່ວຍເຫລືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!