ລາຍລະອຽດຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເພີ່ມໃໝ່ 1 ກໍລະນີ ຢູ່ແຂວງເຊກອງ

ວັນທີ 15 ກັນຍາ 2021 ນີ້, ທ່ານ ດຣ. ນາງ ລໍາພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ຫົວໜ້າກອງເລຂາສະເພາະກິດຂັ້ນແຂວງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງເຊກອງວ່າ: ແຕ່ວັນທີ 10 ສິງຫາ ຫາ ວັນທີ 14 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 437 ຕົວຢ່າງ, ກວດພົບເຊື້ອ 6 ກໍລະນີ, ຍິງ 3 ກໍລະນີ, ໃນນີ້ພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ, ປິ່ນປົວຫາຍດີແລ້ວ 4 ກໍລະນີ, ປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 6 ກໍລະນີ, ເຊິ່ງທັງໝົດແມ່ນເປັນການຕິດເຊື້ອໃນຊຸມຊົນ.
ລາຍລະອຽດກໍລະນີຢັ້ງຢືນໃໝ່ຄົນທີ 6 ຂອງແຂວງແມ່ນ: ເພດຍິງ ອາຍຸ 18 ປີ, ອາຊີບ ນັກສຶກສາ, ປັດຈຸບັນຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ, ຕາມຂໍ້ມູນເບື້ອງຕົ້ນມີຜູ້ສໍາຜັດໃກ້ຊິດທັງໝົດ C1 ມີ 3 ຄົນ, ໃນລະຫວ່າງວັນທີ 3-8 ກັນຍາ 2021 ຜູ້ກ່ຽວໄດ້ໄປຊ່ວຍວຽກເຮືອນດີພີ່ນ້ອງ ຢູ່ບ້ານສາງນໍ້າມັນ ນະຄອນປາກເຊ ແຂວງຈໍາປາສັກ, ວັນທີ 9 ກັນຍາ ຮູ້ສຶກເປັນໄຂ້-ຕັນດັງເລັກນ້ອຍ ຈຶ່ງໄດ້ກັກໂຕຢູ່ຫໍພັກ ຈົນຮອດວັນທີ 13 ກັນຍາ ແລະ ຕອນແລງເວລາ 16 ໂມງ ໄດ້ເດີນທາງກັບແຂວງເຊກອງ ໂດຍຂີ່ລົດຈັກກັບຄົນດຽວ, ຮອດເຊກອງເວລາ 19 ໂມງມາຮອດເຮືອນ ຈຶ່ງໄດ້ກັກໂຕແຍກປ່ຽວຢູ່ເຮືອນໂຕເອງ (ຢູ່ຫ້ອງຄົນດຽວ, ໃຊ້ຫ້ອງນໍ້າສ່ວນໂຕ), ໂດຍແມ່ໄດ້ນໍາເອົາອາຫານມາປະໄວ້ຫນ້າຫ້ອງ, ວັນທີ 14 ກັນຍາ ເວລາ 9 ໂມງ ໄດ້ເຂົ້າໄປຈຸດກວດໂຄວິດ-19 ຂອງໂຮງໝໍແຂວງ ເພື່ອເກັບຕົວຢ່າງສົ່ງກວດວິເຄາະຢູ່ໂຮງໝໍແຂວງ ແລ້ວໄດ້ເຂົ້າກັກໂຕຢູ່ສູນຈໍາກັດບໍລິເວນເຮືອນຮັບແຂກ ແລະຕອນແລງຂອງວັນດຽວກັນ ຜົນກວດອອກມາເປັນບວກ ຈຶ່ງໄດ້ນໍາສົ່ງເຂົ້າແຍກປ່ຽວ ແລະຮັບການປິ່ນປົວຢູ່ສູນຂອງໂຮງໝໍແຂວງ.
ທ່ານ ດຣ. ນາງ ລໍາພັນ ໃຫ້ຮູ້ອີກວ່າ: ຕໍ່ກັບສະພາບການດັ່ງກ່າວ ຄະນະສະເພາະກິດຈິ່ງໄດ້ກໍານົດບ້ານເຂດແດງແມ່ນຄຸ້ມ 1 ແລະຄຸ້ມ 2 ບ້ານໃໝ່ຫົວ ເມືອງລະມາມ; ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະຜູ້ທີ່ຢູ່ໃນກຸ່ມເປົ້າໝາຍທີ່ເປັນບູລິມະສິດ ຕ້ອງຮີບຮ້ອນໄປສັກວັກຊີນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ເພື່ອສ້າງພູມຄຸມກັນໃຫ້ແກ່ຕົນເອງ, ພ້ອມນັ້ນ ກໍຕ້ອງເປັນເຈົ້າການປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະວາງອອກຢ່າງເຂັ້ມງວດ.