ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ

ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - 241895775 569786134470091 1625581341842446018 n - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ
ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - kitchen vibe - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ

ອີງຕາມການປະເມີນຜົນທາງດ້ານເສດຖະກິດເມັກຊິໂກຂອງທະນາຄານໂລກໃຫ້ຮູ້ວ່າ: ເມັກຊິໂກເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຈາກທັງໝົດ 33 ປະເທດໃນອາເມຣິກາລາຕິນ ໂດຍມີປະຊາກອນເກືອບ 130 ລ້ານຄົນ, ມີຊື່ສຽງທາງດ້ານວັດທະນະທີ່ຫຼາກຫຼາຍ, ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ. ເມັກຊິກເປັນປະເທດທີ່ຢູ່ໃນກຸ່ມ 15 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ, ມີສະຖາບັນເສດຖະກິດມະຫາພາກທີ່ເຂັ້ມແຂງ ແລະ ເປີດໃຫ້ບໍລິການທາງການຄ້າ.

ໃນປີ 2020 ເສດຖະກິດມີການຫົດຕົວລົງ 8,2%. ດ້ວຍການຫຼຸດລົງຢ່າງຫຼວງຫຼາຍໃນ 6 ເດືອນຕົ້ນປີຍ້ອນຄວາມຕ້ອງການ ແລະ ການສະໜອງ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ກັບບໍລິສັດ, ການຈ້າງງານ ແລະ ການໃຊ້ຈ່າຍໃນຊີວິດປະຈຳວັນຂອງປະຊາຊົນໃນແຕ່ລະຄອບຄົວ. ຊຶ່ງການຟື້ນຟູເສດຖະກິດໃນປີ 2021 ຈະອີງໃສ່ປັດໃຈພາຍນອກ ແລະ ພາຍໃນຫຼາຍອັນ, ລວມທັງຄວາມໄວຂອງການສົ່ງວັກຊີນ ແລະ ຂະບວນການສັກຢາກັນພະຍາດ.

ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - Visit Laos Visit SALANA BOUTIQUE HOTEL - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ
ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - Visit Laos Visit SALANA BOUTIQUE HOTEL - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ

ຂ່າວຕ່າງປະເທດລາຍງານວ່າ: ຊິຕິບານາເມັກ ໄຟແນນໂຊ ກຣຸບ(Citibanamex Financial Group), ຊຶ່ງເປັນບໍລິສັດດ້ານທຸລະກິດການເງິນຂອງເມັກຊິ ເປີດເຜີຍວ່າ: ເສດຖະກິດຂອງເມັກຊິໂກ ຈະໃຊ້ເວລາຫຼາຍປີໃນການຟື້ນຕົວຄືນ. ໂດຍຜູ້ຊ່ຽວຊານຄາດວ່າ ເສດຖະກິດຈະບໍ່ສາມາດຟື້ນຕົວຄືກັບລະດັບປີ 2018 ໄດ້ຈົນຮອດກາງປີ 2025 ເນື່ອງມາຈາກຜົນກະທົບຈາກພະຍາດໂຄວິດ-19. ແນວໃດກໍ່ຕາມ, ຊິຕິບານາເມັກ ໄດ້ປັບການຄາດຄະເນການຂະຫຍາຍຕົວຂອງເສດຖະກິດສໍາລັບປີ 2020 ດີກວ່າປີ 2019 ຜ່ານມາ ຊຶ່ງເສດຖະກິດປີ 2020 ຫຼຸດລົງ 9,8% ທຽບກັບການຄາດຄະເນໄວ້ກ່ອນໜ້ານີ້ວ່າຫຼຸດລົງເຖິງ 11,2%. ສ່ວນໃນປີ 2021, ຊິຕິບານາເມັກ ໄດ້ປັບຫຼຸດການຄາດຄະເນການຂະຫຍາຍຕົວຂອງເສດຖະກິດລົງເຫຼືອ 3,5% ຈາກທີ່ເຄີຍຄາດຄະເນໄວ້ທີ່ 4,1%.

ຊິຕິບານາເມັກ ລະບຸວ່າ “ເຮົາຄາດຄະເນວ່າ ລວມຍອດຜະລິດຕະພັນພາຍໃນປະເທດ ຫຼື GDPຂອງເມັກຊິໂກ ຈະບໍ່ຟື້ນຕົວກັບສູ່ລະດັບປີ 2018 ຈົນກວ່າຈະຮອດກາງປີ 2025”. ນອກຈາກນີ້, ຍັງຄາດຄະເນວ່າ ການສົ່ງອອກຂອງເມັກຊິໂກ ຫຼຸດລົງ 11,5% ໃນປີ 2020 ແລະ ການບໍລິໂພກຂອງພາກເອກະຊົນຫຼຸດລົງ 10,1%. “ປັດໃຈທີ່ເປັນຕົວກໍານົດການບໍລິໂພກຂອງພາກເອກະຊົນຍັງຄົງຢູ່ໃນລະດັບປານກາງ. ໃນຂະນະທີ່ມີຄວາມເຊື່ອໝັ້ນໃນທາງບວກຕໍ່ຕະຫຼາດແຮງງານ”. ຊິຕິບານາເມັກ ລະບຸໃນລາຍງານ.

ຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ ຜ່ານມາວ່າ: ເສດຖະກິດສະຫະລັດກໍາລັງຟື້ນຕົວຢ່າງໄວ ທາງດ້ານ IMF ຈຶ່ງຕ້ອງໄດ້ປັບການຄາດຄະເນລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະຫະລັດໃນປີ 2021 ຂຶ້ນເປັນ 7% ເພາະຟື້ນຕົວຈາກໂຄວິດ-19 ໄດ້ຢ່າງໜ້າປະທັບໃຈ. ການຟື້ນຕົວຂອງສະຫະລັດເປັນໜຶ່ງໃນປັດໃຈທີ່ເຮັດໃຫ້ປະເທດອື່ນໆຂະຫຍາຍຕົວໄປນໍາເຊັ່ນ: ການາດາ ແລະ ເມັກຊິໂກ ເພາະເສດຖະກິດຟື້ນຕົວຂອງສະຫະລັດ ໝາຍເຖິງການບໍລິໂພກຢ່າງມະຫາສານຂອງປະເທດເສດ ຖະກິດອັນດັບໜຶ່ງ ແລະ ການລົງທຶນຈາກບໍລິສັດລະດັບໂລກທີ່ຈະກັບມາ. ຂ່າວແຈ້ງຕື່ມວ່າ: ທະນາຄານກາງຂອງການາດາໄດ້ປັບການຄາດຄະເນເສດຖະກິດຂອງການາດາເພີ່ມຂຶ້ນເປັນ 6,5% (ຈາກທີ່ເຄີຍຄາດຄະເນໄວ້ທີ່ 4%). ສ່ວນເມັກຊິໂກຈະຂະຫຍາຍຕົວເຖິງ 6% (ຈາກທີ່ຄາດຄະ ເນໄວ້ 4,8%) ໃນປີນີ້. ສາ ເຫດສໍາຄັນທີ່ເຮັດໃຫ້ເສດຖະກິດຂອງທັງສອງປະເທດຂະຫຍາຍຕົວແມ່ນຍ້ອນການສົ່ງອອກໄດ້ຫຼາຍຂຶ້ນ. ການສົ່ງອອກຂອງການາດາໄປຍັງສະຫະລັດເພີ່ມຂຶ້ນ 29% ເມື່ອທຽບກັບໄລຍະດຽວກັນຂອງປີ 2020. ສ່ວນການສົ່ງອອກຂອງເມັກຊິກໄປຍັງສະຫະລັດເພີ່ມຂຶ້ນ 30% ເມື່ອທຽບກັບໄລຍະດຽວກັນຂອງປີ 2020, ທີ່ສໍາຄັນຄື ການສົ່ງອອກຂອງທັງສອງປະເທດໃນປັດຈຸບັນຫຼາຍກວ່າໄລຍະກ່ອນການລະບາດໃນປີ 2019.

 

ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - 3 - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ
ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - 5 - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ
ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ - 4 - ປີ 2021 ເສດຖະກິດເມັກຊິກຈະຂະຫຍາຍຕົວຊ້າ