ປກສ ເມືອງສີສັດຕະນາກ ເຊີນນາງ ລັດຕະນາ ມາປັບທັດສະນະຄະຕິ ທີ່ສ້າງຄວາມເສຍຫາຍໃຫ້ເຈົ້າໜ້າທີ່ໃນການຈັດຕັ້ງປະຕິບັດໜ້າທີ່

ໃນວັນທີ 15 ກັນຍາ 2021 ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມ ຈອມແຈ້ງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ເຊີນເອົາ ນາງ ລັດຕະນາ ຫລື ປາເປົ້າ ອາຍຸ 21 ປີ ນັກສຶກສາ, ປັດຈຸບັນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມາສຶກສາອົບຮົມ ຍ້ອນຜູ້ກ່ຽວສ້າງຄວາມເສຍຫາຍຜ່ານສື່ອອນລາຍ ດ້ວຍການຂຽນຂໍ້ຄວາມອັນທີໃຫ້ເກີດຄວາມເສຍຫາຍຕໍ່ເຈົ້າໜ້າທີ່ໃນການຈັດຕັ້ງປະຕິບັດໜ້າທີ່.
ພັທ ໂອໃດ ພີມມະຈັນ ຫົວໜ້າພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ:ຄວາມບໍ່ພໍໃຈຂອງຜູ້ກ່ຽວເກີດຂຶ້ນ ວັນທີ 31 ສິງຫາ 2021, ຢູ່ຈຸດປ້ອງກັນເວນຍາມ ເຂດບ້ານຈອມເພັດ ເໜືອ ຜູ້ກ່ຽວຈະນໍາເອົາອາຫານ ໄປໃຫ້ຍາດພີ່ນ້ອງທີ່ຖືກຈໍາກັດໃນຂອບເຂດພຶ້ນທີ່ສ່ຽງ ແຕ່ເຈົ້າໜ້າທີ່ ຢູ່ຈຸດຍາມປ້ອງກັນບໍ່ອະນຸຍາດໃຫ້ຜ່ານຈຸດກວດກາໄປຫາພື້ນທີ່ສີແດງ, ແນະນໍາໃຫ້ເອົາອາຫານການກີນຕ່າງໆ ປະໄວ້ຈຸດປ້ອງກັນແລ້ວຈະແຈ້ງໃຫ້ຜູ້ຖືກກັກກັນຕິດເຊື້ອພະຍາດໂຄວິດ ອອກມາຮັບເອົາ, ທັງນີ້ ກໍ່ແມ່ນປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດໃນການຮັກສາໄລຍະຫ່າງ ແລະ ເຝົ້່າລະວັງບໍ່ໃຫ້ມີການພົວພັນ ລະຫວ່າງ ຜູ້ຕິດເຊື້ອກັບຍາດພີ່ນ້ອງ ຈິ່ງເຮັດໃຫ້ເກີດຄວາມບໍ່ພໍໃຈຕໍ່ເຈົ້າໜ້າທີ່ຕໍາຫຼວດຈຸດປ້ອງກັນດັ່ງກ່າວ, ນາງ ລັດຕະນາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວທີ່ມີຊື່ວ່າ: papao pherngsavanh ບອກວ່າເຈົ້າໜ້າທີ່ບໍ່ເປັນທີ່ເພີ່ງຂອງປະຊາຊົນ, ບໍ່ໃຫ້ຄວາມຊ່ວຍເຫຼືອ. ເພື່ອໃຫ້ເກີດຄວາມເຂົ້າໃຈລະຫວ່າງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີສັດຕະນາກ ຈິ່ງໄດ້ເຊີນເອົາ ນາງ ລັດຕະນາ ຫລື ປາເປົ້າ ມາປັບທັດສະນະຄະຕິ ໃຫ້ເຂົ້າໃຈເປັນເອກະພາບກັບມາດຕະການປ້ອງກັນ,ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.