ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.

ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - images 2 - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.
ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - kitchen vibe - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.

ອີງຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫລວງວຽງຈັນ ກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID – 19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 16 – 30 ກັນຍາ 2021

  1. ໃຫ້ສືບຕໍ່ປະຕິບັດມາດຕະການຫ້າມ ແລະ ຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນ ຄຳສັ່ງ ເລກທີ 015/ຈນວ, ລົງວັນທີ 30 ສິງຫາ2021, ແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ແຈ້ງການ ເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ2021, ຄຳແນະນຳ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ແລະ ບັນດາຄຳແນະນຳຂອງຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ເມືອງ ວາງອອກ ຢ່າງເຂັ້ມງວດ ແລະ ເດັດຂາດ;
  1. ໃຫ້ເພີ່ມທະວີ ການປະຕິບັດຂໍ້ຫ້າມເພີ່ມ ຄື:

2.1. ຫ້າມບຸກຄົນ ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເຊັ່ນ: ແຂວງຈຳ

ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - Visit Laos Visit SALANA BOUTIQUE HOTEL - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.
ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - Visit Laos Visit SALANA BOUTIQUE HOTEL - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.

ປາສັກ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງບໍ່ແກ້ວ (ເມືອງຕົ້ນເຜິ້ງ). ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດ

ຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ນະຄອນຫຼວງວຽງຈັນ ແຕ່ເວລາເດີນທາງກັບມາ ຕ້ອງຈຳກັດບໍລິເວນຕົນເອງໃຫ້

ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຈັດໄວ້;

2.2. ຫ້າມບຸກຄົນ ຢູ່ແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເດີນທາງເຂົ້າມານະຄອນຫຼວງວຽງຈັນ. ກໍລະນີຈຳ

ເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ແຕ່ເມື່ອມາຮອດນະຄອນຫຼວງວຽງຈັນ ຕ້ອງຈຳກັດບໍລິ

ເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຈັດໄວ້;

2.3. ຫ້າມຜູ້ທີ່ຕິດເຊື້ອພະຍາດ COVID-19 ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການເຂົ້າປິ່ນປົວ

ຢູ່ໂຮງໝໍ ຕາມຄຳສັ່ງຂອງແພດໝໍ ຢ່າງເດັດຂາດ, ຖ້າສືບຮູ້ວ່າມີການປິດອຳ ຫຼື ຕົວະ ຫຼື ຫຼົບໜີ ແມ່ນຈະຖືກປັບໄໝ ແລະ

ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງເຂັ້ມງວດ;

2.4. ຫ້າມຜູ້ທີ່ສຳພັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 (C2) ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນຫຼື ຫຼົບໜີ ບໍ່ຈຳກັດບໍລິເວນຕົນເອງ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຫຼື ເມືອງ

ກຳນົດໄວ້, ຖ້າມີກໍລະນີປິດອໍາ ຫຼື ຕົວະ ຫຼື ຫຼົບໜີ ບໍ່ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ແມ່ນຈະຖືກ

ປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງ

ເຂັ້ມງວດ.

  1. ໃຫ້ປະຕິບັດມາດຕະການຜ່ອນຜັນເພີ່ມ ຄື: ອະນຸຍາດໃຫ້ໂຮງຮຽນ ກິນ-ນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ

ແລະ ພະນັກງານຄູອາຈານ ດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບ

ຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ຫຼື

ນະຄອນຫຼວງວຽງຈັນ;

  1. ໃຫ້ກຳລັງ ປກສ ສົມທົບກັບກຳລັງ ປກຊ ຈັດຕັ້ງຈຸດກວດກາບູກຄົນເດີນທາງເຂົ້າ ແລະ ຈຸດກວດກາບູກຄົນເດີນທາງອອກນະຄອນຫຼວງວຽງຈັນ ແລະ ປ່ຽນຜັນກັນປະຈຳການ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ. ກໍລະນີກວດພົບເຫັນບຸກຄົນ ທີ່ເດີນທາງມາຈາກແຂວງທີ່ມີການລະບາດຂອງພະຍາດ COVID-19 ໃນລະດັບ 2 ແລະ 3 ແມ່ນໃຫ້ບຸກຄົນດັ່ງກ່າວ ເຂົ້າໄປຈຳກັດຕົວ ຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຫຼື ເມືອງ ຈັດໄວ້, ຜູ້ໃດລະເມີດ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;
  2. ສຳລັບມາດຕະການຕໍ່ຜູ້ລະເມີດ ແມ່ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ ສະບັບເລກທີ 24/ສພກ.ນວ, ລົງວັນທີ 19 ສິງຫາ 2021 ຂໍ້ທີ 12 ຂອງຂໍ້ 2.2 ຢ່າງເຂັ້ມງວດ;
  3. ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິ

ບັດໜ້າທີ່ ຢູ່ນະຄອນຫຼວງວຽງຈັນ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມ

ງວດ, ພ້ອມທັງເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດ

ຕະການຕ່າງໆ ໃຫ້ຄະນະສະເພາະກິດ ລົງກວດກາ ແລະ ແກ້ໄຂ ຢ່າງທັນການ;

  1. ໃຫ້ຄະນະສະເພາະກິດ, ກອງບັນຊາການ ປກຊ – ປກສ, ພະແນກການ, ອົງການທຽບເທົ່າພະແນກ ນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ – ບ້ານ ເພື່ອບັນຊາ, ອຳນວຍຄວບຄຸມ ໂດຍການຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນລະບຽບການ ແລະ ຄຳແນະນຳລະອຽດຕື່ມ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ໃຫ້ການຮ່ວມມືໃນການຕັ້ງປະຕິບັດ ຢ່າງເຂັ້ມງວດ.

 

ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - 4 - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.
ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - 3 - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.
ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ. - 5 - ຜູ້ທີ່ເດີນທາງມາຈາກ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ(ເມືອງຕົ້ນເຜິ້ງ) ເຂົ້າ ນະຄອນຫລວງວຽງຈັນ ຕ້ອງໄດ້ກັກໂຕຢູ່ສູນ 14 ວັນ.