ຊາວຈີນສັກວັກຊີນ 2 ເຂັມຄົບພັນລ້ານ ອັດຕາສ່ວນກວ່າ 70% ຂອງປະຊາກອນ ຍັງເຂັ້ມງວດເພື່ອຫລຸດການລະບາດ

ຈີນປະສົບຜົນສຳເລັດໃນການສັກວັກຊີນຄົບ 70% ຂອງປະຊາກອນ, ແຕ່ຍັງໃຊ້ມາດຕະການເຂັ້ມງວດເພື່ອຄວບຄຸມການລະບາດຢູ່.
ວັນທີ 16 ກັນຍາ 2021, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ຈີນມີການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາກອນຄົບໂດສແລ້ວ 1 ພັນກວ່າລ້ານຄົນ ຫລື ທຽບເປັນອັດຕາສ່ວນສູງກວ່າ 70% ຂອງປະຊາກອນທັງໝົດ, ແຕ່ຈະຍັງເລືອກໃຊ້ມາດຕະການເຂັ້ມງວດຕໍ່ໄປ.
ຂໍ້ມູນຈາກທ່ານ ໝີ່ ເຟັງ ໂຄສົກຄະນະກຳມາທິການສຸຂະພາບແຫ່ງຊາດຂອງຈີນ ໃນວັນທີ 15 ກັນຍາ ເປີດເຜີຍວ່າ: ຈີນໄດ້ລະດົມສັກວັກຊີນໄປແລ້ວທັງໝົດ 2,16 ພັນລ້ານໂດສ ໂດຍມີຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັມຫລາຍກວ່າ 1,01 ພັນລ້ານຄົນ.
ຖືເປັນເວລາເກືອບ 10 ເດືອນແລ້ວ ທີ່ຈີນອະນຸມັດໃຫ້ມີການໃຊ້ວັກຊີນເຊື້ອຕາຍຂອງຊິໂນຟາມ (Sinopharm) ເປັນວັກຊີນຊະນິດທຳອິດ, ຈາກນັ້ນໄດ້ມີການອະນຸມັດວັກຊີນທີ່ຜະລິດໃນປະເທດເພີ່ມອີກ 6 ຊະນິດ ສຳລັບໃຊ້ໃນເດັກອາຍຸ 12 ປີຂຶ້ນໄປ.
ຖ້າທຽບໃສ່ປະເທດມະຫາອຳນາດທາງເສດຖະກິດປະເທດອື່ນໆແລ້ວ ປະເທດທີ່ສັກວັກຊີນຄົບ 2 ໂດສໄດ້ໃກ້ຄຽງກັບຈີນຫລາຍທີ່ສຸດຄືອັງກິດ ແລະ ຝຣັ່ງ ທີ່ສັກເກີນ 60% ຂອງປະຊາກອນໄປແລ້ວ. ຂະນະທີ່ອາເມລິກາ ແລະ ຍີ່ປຸ່ນສັກໄດ້ເກີນ 50%, ສ່ວນອິນເດຍທີ່ພົບເຊື້ອເດວຕາລະບາດເປັນປະເທດທຳອິດຍັງສັກໄດ້ພຽງ 15% ເທົ່ານັ້ນ.
ເຖິງຢ່າງໃດກໍຕາມ, ຍັງມີການຕັ້ງຄຳຖາມເຖິງປະສິດທິພາບຂອງວັກຊີນທີ່ນຳໃຊ້ໃນຊ່ວງຜ່ານມາ ໂດຍສະເພາະເມື່ອຕ້ອງພົບກັບເຊື້ອກາຍພັນຊະນິດໃໝ່ໆເຊັ່ນ: ສາຍພັນເດວຕາທີ່ອາດສົ່ງຜົນເຮັດໃຫ້ພູມຕ້ານທານທີ່ໄດ້ຮັບຈາກວັກຊີນເຫລົ່ານີ້ ບໍ່ພຽງພໍຕໍ່ການຮັບມືກັບເຊື້ອທີ່ມີຄວາມຮຸນແຮງຂຶ້ນ.
ການມາເຖິງຂອງເຊື້ອເດວຕາ ເຮັດໃຫ້ຄວາມຫວັງທີ່ຈະສ້າງພູມຕ້ານທານໝູ່ອາດຈະເປັນໄປໄດ້ຍາກຂຶ້ນ ເຮັດໃຫ້ຫລາຍປະເທດຕ່າງຫັນມາຜ່ອນຄາຍມາດຕະການເພື່ອຮຽນຮູ້ທີ່ຈະຢູ່ຮ່ວມກັນກັບພະຍາດນີ້.
ແຕ່ສຳລັບຈີນແລ້ວ, ພວກເຂົາຍັງຍຶດໝັ້ນຕໍ່ມາດຕະການເກົ່າ ຄືການກວດຈັບການລະບາດແຕ່ຫົວທີ່, ລະດົມກວດຫາເຊື້ອເປັນວົງກວ້າງ ແລະ ພ້ອມຈະລັອກດາວເພື່ອຢຸດການແຜ່ລະບາດໃນທັນທີ ໂດຍເບິ່ງວ່າວິທີນີ້ຈະຍັງເຮັດໃຫ້ເສດຖະກິດໂດຍລວມເຕີບໃຫຍ່ໄດ້.
ໃນໄລຍະຜ່ານມາ, ເຖິງວ່າທາງການຈະເຂັ້ມງວດຈົນເບິ່ງຄືວ່າຈະຄວບຄຸມການລະບາດໄດ້ແລ້ວ, ຈາກນັ້ນບໍ່ດົນກໍຈະມີກຸ່ມກ້ອນໃໝ່ເກີດຂຶ້ນອີກ, ແຕ່ຫລາຍຄົນຍັງໄດ້ຮັບການປ້ອງກັນຈາກວັກຊີນທີ່ສັກໄປ ຈົນເຮັດໃຫ້ບໍ່ເກີດການປ່ວຍໜັກຕາມມາ.
ອ້າງອີງ: