ສປປ ລາວ ເລັ່ງສັກວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນ ພ້ອມແຈ້ງໃຫ້ນັກຮຽນອາຍຸ 17 ປີ ແລະ ແມ່ຍິງຖືພາ 12 ອາທິດຂຶ້ນໄປສາມາດສັກວັກຊີນໄດ້


ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ ງເສີມສຸຂະພາບ ລາຍງານໃນວັນທີ 18 ກັນຍາ 2021 ວ່າ: ປັດຈຸບັນຢູ່ໃນ ສປປ ລາວ ມີວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ນໍາເຂົ້າມາສັກມີ 5 ຊະນິດຄື: ຊີໂນຟາມ, ແອັດຕຣາເຊເນກາ, ສະປູນິກ, ໄຟເຊີ, ຈອນສັນ ແອນ ຈອນສັນ. ລວມມີທັງໝົດ 5.567,490 ໂດສ. ເຊິ່ງຢາດັ່ງກ່າວກໍໄດ້ມີການແຈກຈ່າຍໄປໃຫ້ກັບແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອສັກໃຫ້ກັບກຸ່ມປະຊາກອນທີ່ມີອາຍຸ ແຕ່ 18 ປີຂຶ້ນໄປ.
ມາຮອດປັດຈຸບັນສາມາດສັກວັກຊີນ ເຂັມທີ 1 ໄດ້ 2.788,830 ໂດສ ກວມເອົາ 38,01% ຂອງປະຊາກອນ ແລະ ເຂັມທີ 2 ສັກໄດ້ 1.907,657 ໂດສ ກວມເອົາ 26% ຂອງປະຊາກອນ. ໃນນັ້ນແຂວງທີ່ສັກກາຍ 50% ຂຶ້ນໄປແລ້ວກໍມີ ນະຄອນຫລວງ ແລະ ບໍ່ແກ້ວ ແລະ ແຂວງອື່ນໆກໍແມ່ນສະເລ່ຍຢູ່ໃນ 38% ຂອງເຂັມທີ 1. ຢູ່ແຕ່ລະແຂວງກໍພວມຕະລຸມບອນໃສ່ກັບການສັກເຂັມທີສອງ ຂອງ ຊີໂນຟາມ ແລະ ແອັດຕຣາເຊເນກາ ແລະ ຂໍໃຫ້ປະຊາຊົນບັນດາເຜົ່າຈົ່ງໄດ້ຮີບຮ້ອນເຂົ້າໄປບໍລິການ ເພື່ອສ້າງພູມຕ້ານທານໃຫ້ກັບຕົນເອງ.
ພ້ອມດຽວກັນນີ້ທ່ານຍັງແຈ້ງໃຫ້ຮູ້ຕື່ມວ່າ: ຕາມແຜນການຈັດສັນວັກຊີນໃນໄຕມາດທີ 4 ຂອງ ປີ 2021 ນີ້ຈະມີວັກຊີນເຂົ້າມາຕື່ມ 2.434,580 ໂດສ ຈາກລັດຖະບານ ສປຈີນ, ອົດສະຕາລີ, ກາແດງຈີນ ແລະ ການລະດົມທືນຈັດຊື້ຈາກພາກສ່ວນເອກະຊົນ. ວັກຊີນດັ່ງກ່າວທີ່ຈະໄດ້ຮັບມານັ້ນແມ່ນຈະຈັດສັນໄປໃສ່ພື້ນທີ່ມີການລະບາດໃນບັນດາແຂວງພາກໃຕ້ ເປັນບູລິມະສິດ ເພື່ອຍົກລະດັບອັດຕາພູມຄຸ້ມກັນໃນໝູ່ປະຊາກອນໃຫ້ສູງຂຶ້ນເລື້ອຍໆຈຶ່ງຈະຢັບຢັ້ງການລະບາດໄດ້. ແລະ ໃນທ້າຍປີນີ້ທາງລັດຖະບານລາວ ມີແຜນທີ່ຈະເປີດເສັ້ນທາງລົດໄຟຄວາມໄວສູງ ຈາກຈີນສູ່ລາວ ລາວສູ່ຈີນ ມາດຕະການສັກຢາວັກຊີນຄົບ 2 ເຂັມຈະເປັນເງື່ອນໄຂໜຶ່ງທີ່ຈະຕ້ອງໄດ້ມີການກວດສອບຄືກັນກັບການເດີນທາງຢູ່ພາຍໃນປະເທດຂອງເຮົາ ສະນັ້ນຈຶ່ງໃຫ້ທຸກຄົນຕ້ອງມີການກຽມພ້ອມໃຫ້ໄດ້ສັກວັກຊີນໃຫ້ຄົບ 2 ເຂັມ ເພື່ອເຂົ້າໃຊ້ບໍລິການ.
ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກແຈ້ງການສະບັບເລກທີ 1079/ສທ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການໃຫ້ບໍລິການ ວັກຊີນໂຄວິດ-19 ແລະ ຫ້າມການໃຫ້ບໍລິການວັກຊີນໂຄວິດ-19 ເຂັມ3. ພ້ອມທັງແຈ້ງໃຫ້ນ້ອງນັກຮຽນທີ່ຈົບມໍປາຍປີນີ້ສາມາດເຂົ້າຮັບວັກຊີນໄດ້ ຫລື ຜູ້ທີ່ມີອາຍຸ 17 ປີຂຶ້ນໄປ ໃຫ້ພ້ອມກັນໄປສັກວັກຊີນກັນພະຍາດໂຄວິດ-19 ເພື່ອຈະໄດ້ມີຄວາມສະດວກໃນການເດີນທາງ ແລະ ເຂົ້າຫ້ອງສອບເສັງເຂົ້າມະຫາວິທະຍາໄລ ແລະ ແມ່ຍິງທີ່ຖືພາ ທີ່ມີອາຍຸຂອງການຕັ້ງຄັນ 12 ອາທິດຂຶ້ນໄປກໍແມ່ນສາມາດສັກໄດ້.