ມຽນມາເຕືອນຈະມີຝົນຕົກໜັກອີກ ຫລັງມີຄລິບເຈດີລົ້ມອອກມາ
ລັດຖະບານມຽນມາປະກາດເຕືອນວ່າ: ຈະມີຝົນຕົກໜັກລົງມາອີກ, ຂະນະທີ່ລະດັບນ້ຳເພີ່ມຂຶ້ນຢ່າງວ່ອງໄວ ເຮັດໃຫ້ກະແສນ້ຳພັດເຈດີທາງພາກກາງຂອງມຽນມາຈົມລົງ ແລະ ສົ່ງຜົນໃຫ້ປະຊາຊົນຫລາຍໝື່ນຄົນຕ້ອງອົບພະຍົບອອກຈາກເຮືອນ.
ພາບເຫດການເຜີຍແຜ່ໃນສື່ອອນລາຍເມື່ອເຈດີແຄມຝັ່ງແມ່ນ້ຳລົ້ມ ແລະ ຈົມລົງໄປຕາມກະແສນ້ຳໄຫລແຮງ ຢູ່ເຂດມາເກວ ຕໍ່ໜ້າຝູງຄົນທີ່ຢູ່ບໍລິເວນນັ້ນ. ພະສົງອົງໜຶ່ງທີ່ບັນທຶກພາບໄດ້ບອກວ່າ: ເຈດີລົ້ມໃນວັນທີ 20 ກໍລະກົດ ພາຍຫລັງສ້າງຂຶ້ນໃນປີ 2009 ແລະ ຕັ້ງຢູ່ຫ່າງຈາກແມ່ນ້ຳ. ເຖິງຢ່າງໃດກໍຕາມ ໃນແຕ່ລະປີກະແສນ້ຳໄດ້ກັດເຊາະຕາຝັ່ງເຂົ້າມາເລື້ອຍໆ ແລະ ເຮັດໃຫ້ເຈດີລົ້ມລົງໄປໃນແມ່ນ້ຳ. ລັດຖະບານມຽນມາຖະແຫລງວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ບໍ່ມີບ່ອນຢູ່ຫລາຍກວ່າ 90.000 ຄົນຈາກອຸທົກກະໄພທົ່ວພາກກາງ ແລະ ພາກໃຕ້ຂອງມຽນມາໃນເດືອນນີ້ ໂດຍພື້ນທີ່ປະສົບໄພສ່ວນຫລາຍຢູ່ເຂດມາເກວ ເຊິ່ງມີເຈດີລົ້ມ ແລະ ປະຊາຊົນກວ່າ 60.000 ຄົນຕ້ອງອົບພະຍົບໜີ້ລະດັບນ້ຳທີ່ຖ້ວມສູງຂຶ້ນ. ກະຊວງຊັບພະຍາກອນນ້ຳອອກປະກາດເຕືອນໄພນ້ຳຖ້ວມໃນຫລາຍພື້ນທີ່ໃນ 2-3 ມື້ຕໍ່ໜ້າ, ຂະນະທີ່ຝົນມໍລະສຸມຍັງຕົກໜັກຢ່າງຕໍ່ເນື່ອງ.
ຂະນະທີ່ສຳນັກງານອຸຕຸນິຍົມວິທະຍາຫວຽດນາມປະກາດເຕືອນວ່າ: ພາຍຸໝູນເຂດຮ້ອນຊົງກາກຳລັງເຄື່ອນທີ່ຈະພັດຂຶ້ນຝັ່ງທາງຕອນກາງຂອງປະເທດ ຖືເປັນພາຍຸເຂດຮ້ອນຫົວທີ 4 ຈາກທະເລຈີນໃຕ້ໃນປີນີ້.
ສຳນັກງານອຸຕຸນິຍົມວິທະຍາຄາດວ່າ: ອິດທິພົນຂອງພາຍຸຈະສົ່ງຜົນໃຫ້ເກີດຝົນຕົກໜັກຢູ່ຫລາຍແຂວງທາງຕອນກາງຂອງຫວຽດນາມ ລວມທັງທະເລຈະມີຄື້ນແຮງສູງ 2-3 ແມັດໃນວັນທີ 25 ກໍລະກົດນີ້, ສ່ວນພື້ນທີ່ເຂດພູຢູ່ແຂວງທາງຕອນເໜືອມີໂອກາດເກີດນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນ. ທັງນີ້ ພາຍຸຊົງກາຈະອ່ອນກຳລັງລົງເປັນພາຍຸດີເປສຊັນໃນວັນທີ 26 ກໍລະກົດ ຫລັງເຄື່ອນທີ່ອອກຈາກຫວຽດນາມ ແລະ ເຂົ້າສູ່ພາກກາງຂອງ ສປປ ລາວ.