ເຈົ້າໜ້າທີ່ເຮັດແທ້ ແກ້ໄຂການຊຸມແຊວ


ການຊຸມແຊວໃນຊ່ວງການລະບາດຂອງພະຍາດໂຄວິດ 19 ນັ້ນຖືວ່າເປັນການລະເມີດ ແລະ ຂາດຄວາມຮັບຜິດຊອບຕໍ່ສັງຄົມ ທີ່ເຈົ້າໜ້າທີ່ກຳລັງລະດົມກຳລັງ ປາບປາມຢ່າງເດັດຂາດ.
ການລະບາດຂອງພະຍາດໂຄວິດ 19 ໃນປະເທດເຮົາ ຍັງມີກໍລະນີຕິດເຊື້ອເພີ່ມຂຶ້ນເລື້ອຍໆ ເຊິ່ງໜ້າເປັນຫ່ວງ ກໍແມ່ນການຕິດເຊື້ອພາຍໃນຊຸມຊົນ ທີ່ສາມາດແຜ່ກະຈາຍເປັນວົງກວ້າງໄດ້ຢ່າງໄວວາ ຖ້າຫາກບໍ່ມີມາດຕະການ ການປ້ອງກັນ ແລະຄວບຄຸມໄດ້ທີ່ດີ ມີການຮ່ວມມືກັບປະຊາຊົນ.
ການຊຸມແຊວຍັງແມ່ນສິ່ງທີ່ເປັນໄພອັນຕະລາຍໃນສັງຄົມ ທີ່ຈະນຳມາເຊິ່ງການລະບາດ ໃນຊຸມຊົນເປັນວົງກວ້າງ ແລະໃນປັດຈຸບັນ ເຖິງວ່າເຈົ້າໜ້າທີຈະອອກ ມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 ໂດຍການ ຫ້າມບໍ່ໃຫ້ມີການຊຸມແຊວກັນ ໃນເຂດແຂວງຕ່າງໆ.
ແຕ່ເຖິງປານນັ້ນ ກໍຍັງມີຫຼາຍກຸ່ມຄົນທີ່ຍັງລະເມີດ ຕໍ່ມາດຕະການທີ່ເຈົ້າໜ້າທີ່ວາງອອກ ໂດຍມີການຊຸມແຊວ ຕາມສະຖານທີ່ຕ່າງໆ ກັນປົກກະຕິ ຄືກັນກັບບ້ານເມືອງບໍ່ມີ ພະຍາດລະບາດຫຍັງ ເຮັດໃຫ້ ເກີດຄວາມສ່ຽງຕໍ່ຕົນເອງ ຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ.
ພ້ອມນັ້ນ ບັນດາຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ ກໍລັກເປີດໃຫ້ບໍລິການລູກຄ້າ ເຮັດໃຫ້ມີການດື່ມສິ່ງມືນເມົາ, ຊຸມແຊວ ແລະຮ້າຍແຮງໄປກວ່ານັ້ນ ບາງກໍລະນີ ກໍມີຮອດການມົ່ວສຸມຢາເສບຕິດ ທີ່ເຈົ້າໜ້າທີ່ໄດ້ ຄຸມຕົວຫຼາຍແກ້ງ ຫຼາຍຈຸໃນເວລາສອງສາມອາທິດທີ່ຜ່ານມາ ອັນນີ້ແມ່ນປະກົດການຍໍ້ທໍ້ ແລະ ເປັນອຸປະສັກຕົ້ນຕໍ່ ການປະຕິບັດວຽກງານ ຂອງເຈົ້າໜ້າທີ່ ທີຈະເຮັດໃຫ້ບ້ານເມືອງເຮົາ ຈະສາມາດກັບປົກກະຕິ ຄືນໄດ້.
ການກະທຳດັ່ງກ່າວແມ່ນລະເມີດຄຳສັ່ງເລກທີ 15/ນຍ ລົງວັນທີ 31 ສິງຫາ 2021 ວ່າດ້ວຍການເພີ່ມທະວີ ການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂອງລັດຖະບານ ແລະຜ່ານມາ ເຈົ້າໜ້າກໍໄດ້ ປັບໃໝໃສ່ໂທດ ເອົາໄປກັກຕົວໂດຍບໍ່ມີການປະນີປານອມ ທັງຜູ້ມາໃຊ້ບໍລິການຢູ່ຮ້ານ ກິນດື່ມ ແລະເຈົ້າຂອງຮ້ານ, ທັງເຈົ້າພາບ ເຈົ້າຂອງເຮືອນ ແລະ ຜູ້ມາຊຸມແຊວ.
ຜ່ານມາ ບໍ່ພຽງແຕ່ ເພິ່ນອອກ ມາດຕະການ ຕ່າງໆ ແຕ່ໄດ້ ຮຽກຮ້ອງການຢຸດເຊົາ ການໄປມາຫາສູ່ກັນ ເພື່ອການຊຸມແຊວນັ້ນ ໃນທ່າມກາງລະບາດຂອງພະຍາດໂຄວິດ 19 ໃນຊຸມຊົນ ທີ່ມີຢູ່ ແລະເພີ່ມຂຶ້ນທຸກມື້.
ເພາະສະນັ້ນ ພວກເຮົາຄົນລາວ ຄວນຮັບຮູ້ຜົນກະທົບ ແລະໄພອັນຕະລາຍ ຂອງການລະບາດພະຍາດໂຄວິດນີ້, ອັດຕາວ່າງງານ ທີ່ເພີ່ມສູງຂຶ້ນ, ຄົນລາວຫຼາຍກວ່າ 2 ແສນຄົນ ຈະກາຍເປັນຄົນທຸກຍາກ, ບັນດາຫົວໜ່ວຍ ທຸລະກິດ ລົ້ມລະລາຍ, ລັດຖະບານ ແລະ ປະຊາຊົນ ມີລາຍຮັບທີ່ໜ້ອຍລົງ, ອາຫານການກິນແພງຂຶ້ນ, ໄພອຶດຫິວເພີ່ມຂຶ້ນ, ລັດຖະບານ ນຳໃຊ້ງົບປະມານ ຈຳນວນຫຼວງຫຼາຍເພື່ອ ການກັກຕົວ, ປິ່ນປົວ ຜູ້ຕິດເຊື້ອພະຍາດໂຄວິດ, ນ້ອງນຸ່ງ ລູກຫຼານບໍ່ໄດ້ເຂົ້າໂຮງຮຽນປົກກະຕິ ແລະ ຜົນກະທົບອື່ນໆ ທີ່ພວກເຮົາຄວນຫຼີງເຫັນ ແລະ ມີຄວາມຮັບຜິດຊອບຊ່ວຍກັນ.
ສະນັ້ນຄວນເຊົາສາ ການກະທຳ ທີ່ກຳລັງເປັນພິດໄພຕໍ່ສັງຄົມນີ້, ປະຊາຊົນພວກເຮົາທຸກຄົນ ຄວນໃຫ້ການ ຮ່ວມມື ເປັນຫູເປັນຕາ ສອດສ່ອງ ດູແລບ້ານ ເມືອງຊ່ວຍກັນ. ຢູ່ນະຄອນຫຼວງວຽງຈັນ ຖ້າທ່ານໃດ ເຫັນມີການ ຊຸມແຊວ ສາມາດ ແຈ້ງເຈົ້າໜ້າທີ ເບີວອດແອບ: 020 28899774 ຫຼື ສົ່ງຂໍ້ຄວາມຫາເພິ່ນໄດ້ ຜ່ານທາງ ເຟສບຸກ “ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ” ແລ້ວເພິ່ນຈະລົງກວດກາ ແລະດຳເນີນການຕາມ ລະບຽບການ.