ຝຣັ່ງເອີ້ນທູດປະຈຳອາເມລິກາ-ອົດສະຕຣາລີກັບປະເທດ ຕອບໂຕ້ຍົກເລີກສັນຍາເຮືອດຳນ້ຳ

ຝຣັ່ງເປີດເຜີຍວ່າ: ກຳລັງເອີ້ນທູດປະຈຳອາເມລິກາ ແລະ ອົດສະຕຣາລີກັບປະເທດເພື່ອປະທ້ວງ ຫລັງອົດສະຕຣາລີຍົກເລີກຂໍ້ຕົກລົງຊື້ເຮືອດຳນ້ຳກັບຝຣັ່ງ ແລະ ຫັນຈັບມືອາເມລິກາ ແລະ ອັງກິດ ສ້າງເຮືອດຳນ້ຳນິວເຄຼຍພາຍໃຕ້ສົນທິສັນຍາຄວາມໝັ້ນຄົງໄຕພາຄີ AUKUS.
ທ່ານ ມອງ-ອີບ ເລີ ຄຣິຢອງ ລັດຖະມົນຕີຕ່າງປະເທດຝຣັ່ງ ເປີດເຜີຍໃນຖະແຫລງການທີ່ອອກໃນຕອນຄໍ່າວັນທີ 17 ກັນຍາ ຕາມເວລາທ້ອງຖິ່ນວ່າ: ທູດຝຣັ່ງກຳລັງຖືກເອີ້ນກັບປະເທດຕາມຄຳຮ້ອງຂໍຂອງປະທານາທິບໍດີ ເອັມມານູເອລ ມາຄຣົງ. ພ້ອມທັງລະບຸອີກວ່າ: ການຕັດສິນໃຈເອີ້ນທູດກັບດັ່ງກ່າວຖືເປັນເລື່ອງທີ່ຖືກຕ້ອງ ເມື່ອພິຈາລະນາຈາກຄວາມຮຸນແຮງຂອງສະຖານະການທີ່ເກີດຂຶ້ນ.
ການເຮັດສົນທິສັນຍາດັ່ງກ່າວ “ຖືເປັນພຶດຕິກຳທີ່ຍອມຮັບບໍ່ໄດ້ລະຫວ່າງພັນທະມິດ ເຊິ່ງຜົນທີ່ເກີດຂຶ້ນຕາມມານັ້ນສົ່ງຜົນກະທົບໂດຍກົງຕໍ່ວິໄສທັດທີ່ເຮົາມີຕໍ່ພັນທະມິດຂອງເຮົາ, ການເປັນຫຸ້ນສ່ວນຂອງເຮົາ ແລະ ຄວາມສຳຄັນຂອງອິນໂດປາຊີຟິກສຳລັບເອີຣົບ” ລັດຖະມົນຕີຕ່າງປະເທດຝຣັ່ງກ່າວ.
ເຈົ້າໜ້າທີ່ທຳນຽບຂາວຄົນໜຶ່ງເປີດເຜີຍວ່າ: ຝ່າຍບໍລິຫານຂອງປະທານາທິບໍດີ ໂຈ ໄບເດນ ຮູ້ສຶກເສຍໃຈຕໍ່ການເຄື່ອນໄຫວດັ່ງກ່າວຂອງຝຣັ່ງ ເຊິ່ງຖືເປັນພັນທະມິດເກົ່າແກ່ທີ່ສຸດຂອງອາເມລິກາ ແລະ ຈະຕິດຕໍ່ປະສານງານກັບຝຣັ່ງໃນອີກໄວໆນີ້ ເພື່ອແກ້ໄຂຄວາມບາດໝາງລະຫວ່າງສອງປະເທດຕໍ່ໄປ.
ທ່ານ ນາງ ມາຣີສ ເພນ ລັດຖະມົນຕີຕ່າງປະເທດຂອງອົດສະຕຣາລີ ກ່າວຢູ່ນະຄອນຫລວງວໍຊິງຕັນ ດີ.ຊີ ວ່າ: ນາງເຂົ້າໃຈຄວາມຜິດຫວັງຂອງຝຣັ່ງ ແລະ ຫວັງວ່າຈະໄດ້ເຮັດວຽກຮ່ວມກັນ ເພື່ອສ້າງຄວາມໝັ້ນໃຈ ແລະ ເຮັດໃຫ້ຝຣັ່ງເຂົ້າໃຈວ່າອົດສະຕຣາລີໃຫ້ຄວາມສຳຄັນຕໍ່ການພົວພັນລະດັບທະວີພາຄີກັບຝຣັ່ງ.
ການເອີ້ນທູດກັບປະເທດຖືເປັນເລື່ອງທີ່ຜິດປົກກະຕິລະຫວ່າງປະເທດພັນທະມິດ ແລະ ເຊື່ອກັນວ່າເປັນຄັ້ງທຳອິດທີ່ຝຣັ່ງເອີ້ນທູດຈາກອາເມລິກາ ແລະ ອົດສະຕຣາລີກັບປະເທດ. ນອກຈາກນີ້ ມີລາຍງານວ່າ: ນັກການທູດຝຣັ່ງໃນວໍຊິງຕັນໄດ້ຍົກເລີກວຽກກາລ່າເພື່ອສະເຫລີມສະຫລອງການພົວພັນລະຫວ່າງ ອາເມລິກາ ແລະ ຝຣັ່ງ ເຊິ່ງຈະມີຂຶ້ນໃນວັນທີ 24 ກັນຍານີ້ແລ້ວ.
ທັງນີ້ ໃນວັນທີ 15 ກັນຍາ, ປະທານາທິບໍດີ ໂຈ ໄບເດນ ແຫ່ງອາເມລິກາ, ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ແຫ່ງອັງກິດ ແລະ ສະກອດ ມໍຣິສັນ ນາຍົກລັດຖະມົນຕີອົດສະຕຣາລີ ປະກາດຮ່ວມມືໃນສົນທິສັນຍາຄວາມໝັ້ນຄົງອິນໂດ-ປາຊີຟິກສະບັບໃໝ່ ແລະ ຈັດຕັ້ງ “ພັນທະມິດໄຕພາຄີດ້ານຄວາມໝັ້ນຄົງ” ຫລື ເອີ້ນວ່າ AUKUS ເຊິ່ງ ໂຈ ໄບເດນ ປະທານາທິບໍດີອາເມລິກາ ຢືນຢັນວ່າເປັນການຮ່ວມມືເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອິນໂດ-ປາຊີຟິກໃນໄລຍະຍາວ. ໃນຂະນະທີ່ຫລາຍຝ່າຍເບິ່ງວ່າຂໍ້ຕົກລົງດັ່ງກ່າວເປັນຄວາມພະຍາຍາມໃນການຕໍ່ຕ້ານອິດທິພົນຂອງຈີນໃນທະເລຈີນໃຕ້ທີ່ມີຫລາຍປະເທດອ້າງສິດ.
ນອກຈາກຈະສ້າງຄວາມບໍ່ພໍໃຈໃຫ້ຈີນທີ່ກ່າວຫາປະເທດມະຫາອຳນາດທັງສາມວ່າມີທັດສະນະຄະຕິແບບສົງຄາມເຢັນແລ້ວ, ການເຄື່ອນໄຫວດັ່ງກ່າວຍັງສ້າງຄວາມຂຸ່ນເຄືອງໃຫ້ຝຣັ່ງ ເນື່ອງຈາກການຈັບມືກັນຂອງອາເມລິກາ, ອົດສະຕຣາລີ ແລະ ອັງກິດໃນຄັ້ງນີ້ ສົ່ງຜົນກະທົບຕໍ່ຂໍ້ຕົກລົງຊື້ເຮືອດຳນ້ຳມູນຄ່າຫລາຍພັນລ້ານໂດລາທີ່ອົດສະຕຣາລີເຮັດຮ່ວມກັບຝຣັ່ງກ່ອນໜ້ານີ້ ໂດຍທ່ານ ໝອງ-ອີບ ເລີດຣິຢອງ ລັດຖະມົນຕີຕ່າງປະເທດຝຣັ່ງ ເອີ້ນການເຮັດສົນທິສັນຍາໄຕພາຄີວ່າເປັນ “ການແທງທາງຫລັງ”.
ລາຍງານຂ່າວລະບຸວ່າ: ຝຣັ່ງໄດ້ຮັບແຈ້ງເລື່ອງການລວມກຸ່ມພັນທະມິດດັ່ງກ່າວພຽງບໍ່ເທົ່າໃດຊົ່ວໂມງກ່ອນຈະມີການປະກາດຕໍ່ສາທາລະນະ ໂດຍການປະກາດເຮັດສົນທິສັນຍາໄຕພາຄີ AUKUS ມາພ້ອມກັບການຢຸດຂໍ້ຕົກລົງມູນຄ່າ 37 ພັນລ້ານໂດລາ ທີ່ຝຣັ່ງເຊັນສັນຍາກັບອົດສະຕຣາລີໃນປີ 2016 ເພື່ອສ້າງເຮືອດຳນ້ຳຈຳນວນ 12 ລຳ.
ຂະນະທີ່ພາຍໃຕ້ກອບການຮ່ວມມືໄຕພາຄີນີ້, ອົດສະຕຣາລີຈະໄດ້ຮັບການຖ່າຍທອດເຕັກໂນໂລຊີໃນການສ້າງເຮືອດຳນ້ຳທີ່ໃຊ້ພະລັງງານນິວເຄຼຍ ເຊິ່ງຈະເຮັດໃຫ້ອົດສະຕຣາລີກາຍເປັນໜຶ່ງໃນພຽງ 7 ປະເທດໃນໂລກທີ່ໄດ້ຄອບຄອງເຮືອດຳນ້ຳພະລັງງານນິວເຄຼຍ. ນອກຈາກນີ້ ປະເທດພັນທະມິດຍັງຈະແບ່ງປັນຂີດຄວາມສາມາດທາງດ້ານໄຊເບີ, ປັນຍາປະດິດ ແລະ ເຕັກໂນໂລຊີອື່ນໆຮ່ວມກັນນຳອີກ.
ອ້າງອີງ: