ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ

- aHR0cDovL3BlMi5pc2Fub29rLmNvbS9sYS8wL3VkLzIvMTI0OTEvdW50aXRsZWQtMS5qcGc - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ
- kitchen vibe - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ

- aHR0cDovL3BlMi5pc2Fub29rLmNvbS9sYS8wL3VkLzIvMTI0OTEvdW50aXRsZWQtMS5qcGc 300x180 - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງພິທີປິດການແຂ່ງຂັນດັ່ງ ກ່າວໄດ້ຈັດຂຶ້ນໃນຕອນແລງວັນທີ 20 ກໍລະກົດຜ່ານມາ ທີ່ສວນ ສະໜຸກ ເຊັນໂຕຊະ ປະເທດສິງ ກະໂປ ໂດຍເປັນການເຂົ້າຮ່ວມ ຂອງ ທ່ານ ຈານຽວ ພຸດຈຸດເຊຍ ລີ ເຈົ້າໜ້າອາວຸໂສຈາ ກະຊວງ ຄົມມະນາຄົມ ແລະ ຂໍ້ມູນຂ່າວ ສານ ແລະ ສຶກສາແຫ່ງປະເທດ ສິງກະໂປ ແລະ ທ່ານ ໄຊນາ ອາ ບັດ ຮອງຜູ້ອຳນວຍການ ພະ ແນກກິລາ ກະຊວງສຶກສາທິການ ແຫ່ງ ມາເລເຊຍ ພ້ອມດ້ວຍຄະ ນະນຳ, ຄູເຝິກ ແລະ ນັກກິລາ ຈາກ 10 ປະເທດ ລວມທັງ ສປປ ລາວ ຕາງໜ້າໂດຍ ທ່ານ ສຸດຖະ ໜອມ ອິນທະວົງ ວ່າການຫົວໜ້າ ຫ້ອງການເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ ທັງເປັນຄະນະຮັບຜິດຊອບນັກກິ ລານັກຮຽນລາວ.
ສຳລັບງານມະຫະກຳກິລານັກຮຽນອາຊຽນ ຄັ້ງທີ 9 ທີປະ ເທດສິງກະໂປ ເປັນເຈົ້າພາບ ລະຫວ່າງວັນທີ 19-23 ກໍລະກົດ ຜ່ານມາ ແມ່ນມີການແຂ່ງຂັນທັງ ໝົດ 1 ປະເພດກິລາ ຄື: ແລ່ນ- ລານ, ດອກປິກໄກ່, ບານບ້ວງ, ຢີມນາສຕິ, ກະຕໍ້, ລອຍນ້ຳ, ປິ່ງ ປ່ອງ, ເຕັນນິສ, ໂບລິ້ງ ແລະ ບານ ສົ່ງ. ເຊິ່ງມີການຊີງໄຊກັນທັງໝົດ 132 ຫຼຽນ ໂດຍມີຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມ ທັງໝົດ 1.6650 ຄົນ ທີ່ມາຈາກ10 ປະເທດ ຄື: ບຣູໄນ, ກຳປູ ເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ຫວຽດນາມ, ໄທ ແລະ ສິງກະໂປ ເຈົ້າພາບ. ໃນນັ້ນ ສປປ ລາວ ໄດ້ສົ່ງຂະນະນຳ, ຄູເຝິກ-ຜູ້ຊ່ວຍ ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງ ໝົດ 66 ຄົນ ໃນນີ້ມີນັກກິລາ 40 ຄົນ, ຍິງ 14 ຄົນ ໃນ 4 ປະເພດ ກິລາປະກອບມີ ກະຕໍ້ 12 ຄົນ, ດອກປິກໄກ່ 13 ຄົນ, ຍິງ 7 ຄົນ, ລອຍນ້ຳ 12 ຄົນ, ຍິງ 6 ຄົນ ແລະ ແລ່ນ-ລານ 12 ຄົນ, ຍິງ 6 ຄົນ.
ຜ່ານການແຂ່ງຂັນມາເປັນ ເວລາ 1 ອາທິດ ຜົນປາກົດວ່າ: ນັກກິລານັກຮຽນລາວ ສາມາດ ຍາດໄດ້ພຽງແຕ່ 2 ຫຼຽນທອງ ເທົ່ານັ້ນ ຈາກກິລາກະຕໍ້ໃນປະ ເພດທີມດ່ຽວຊາຍ ແລະ ທີມຊຸດ ຊາຍ ຈັດໃນອັນດັບທີ 8 ຂອງຕາ ຕະລາງ ສະຫຼຸບຫຼຽນຈາກ 10 ປະເທດເຂົ້າຮ່ວມ. ຂະນະທີ່ນັກ ກິລານັກຮຽນໄທ ຄອງເຈົ້າ ຫຼຽນຄຳ ຫຼັງກວາດມາໄດ້ທັງໝົ້ດ 29 ຫຼຽນຄຳ, 26 ຫຼຽນເງິນ ແລະ 32 ຫຼຽໜທອງ, ອັນດັບ 2 ອິນໂດ ເນເຊຍ 25 ຫຼຽນຄຳ, 33 ຫຼຽນ ເງິນ ແລະ 39 ຫຼຽນທອງ, ອັນ ດັບ 3 ສິງກະໂປ 24 ຫຼຽນຄຳ, 27 ຫຼຽນເງິນ ແລະ 27 ຫຼຽນ ທອງ, ອັນດັບ 4 ມາເລເຊຍ 22 ຫຼຽນຄຳ, 16 ຫຼຽນເງິນ ແລະ 34 ຫຼຽນທອງ, ອັນດັບ 5 ຫວຽດ ນາມ 20 ຫຼຽນຄຳ, 21 ຫຼຽນ ເງິນ ແລະ 10 ຫຼຽນທອງ, ອັນ ດັບ 6 ຟີລິບປິນ 13 ຫຼຽນຄຳ, 8 ຫຼຽນເງິນ ແລະ 21 ຫຼຽນທອງ, ອັນດັບ 7 ມຽນມາ 4 ຫຼຽນທອງ. ສ່ວນ ບຣູໄນ ແລະ ກຳປູເຈຍ ແມ່ນບໍ່ໄດ້ຈັກຫຼຽນ.
ຂະນະທີ່ງານມະຫະກຳກິ ລານັກຮຽນ ຄັ້ງທີ 10 ແມ່ນຈະ ຈັດຂຶ້ນທີ່ ປະເທດມາເລເຊຍ ໃນປີ 2018 ແລະ ຄາດວ່າຈະມີການ ຊີງໄຊທັງໝົດ 11 ປະເພດກິລາ.

- 5 - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ
- 4 - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ
- 3 - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ
- Visit Laos Visit SALANA BOUTIQUE HOTEL - ປິດສາກລົງແລ້ວການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 9, ລາວ ໄດ້ພຽງ 2 ຫຼຽນທອງ