ສະປິດ ຄວ້າແຊ໊ມກ໊ອຟ ດິ ໂອເພນ ໄປຄອງ
ການແຂ່ງຂັນກ໊ອຟ ເມເຈີ ລາຍການ ດິ ໂອເພນ ແຊ໊ມປຽນ ຊິບ ຄັ້ງທີ 146 ຊີງເງິນລາງວັນ ລວມ 10.2 ລ້ານໂດລາ ສະຫະ ລັດ ທີ່ສະໜາມ ຣອຍອັລ ເບິກ ເດລ ໄລຍະ 6.817 ຫຼາ 72 ພາ ໃນເມືອງເຊົາພອດ ປະເທດອັງ ກິດ ຫຼັງຈົບການແຂ່ງຂັນຮອບ ສຸດທ້າຍ ຈໍແດນ ສະປິດ ນັກກ໊ອຟ ໜຸ່ມຊາວ ອາເມຣິກາ ເຊິ່ງຄອງ ຕຳແໜ່ງຜູ້ນຳມາຕະຫຼອດທັງ 3 ກ່ອນຈະຄວ້າແຊ໊ມໄປຄອງໄດ້ສຳເລັດ ຫຼັງເກັບເພີ່ມ 1 ອັນເດີພາ 69 ຄະແນນ ລວມ 12 ອັນເດີພາ 268 ຄະແນນ ໂດຍໜີຫ່າງ ແມດ ຄູຊາ ໝູ່ຮ່ວມຊາດທີ່ຕາມເຂົ້າມາ ເປັນອັບດັບ 2 ດ້ວຍຄະແນນລວມ 9 ອັນເດີພາ 271 ຄະແນນ ຫ່າງ 3 ສະໂຕຣກ.
ສະປິດ ອອກນຳຮອບສຸດ ທ້າຍ ໂດຍໜີຫ່າງ ຄູຊາ ທີ່ຢູ່ຮອງ ຜູ້ນຳຫຼັງຈົບຮອບ 3 ຫ່າງ 3 ສະ ໂຕຣກ ແຕ່ທຸກຢ່າງເບິ່ງຄືບໍ່ເປັນ ໃຈ ຫຼັງເສຍໄປເຖິງ 5 ໂບກີ້ ແລະ ເກັບໄດ້ພຽງ 1 ເບີດີ້ໃນການ 13 ຂຸມທຳອິດ ເຮັດໃຫ້ສະຖານະ ການພິກກັບມາຕົກເປັນຮອງ ຄູ ຊາ ຢູ່ 1 ສະໂຕຣກ ຂະນະທີ່ເຫຼືອ 5 ຂຸມສຸດທ້າຍ ແນວໃດກໍຕາມ ສະປິດ ຮຽກຜົນງານກັບມາໄດ້ ທັນເວລາ ໂດຍເກັບເພີ່ມ 3 ເບີດີ້ ກັບ 1 ອີເກິລ ເຮັດໃຫ້ກັບມາຈົບ ຮອບນີ້ດ້ວຍຄະແນນ 1 ອັນເດີພາ 69 ຄະແນນ ແລະ ຄວ້າແຊ໊ມເມ ເຈີທີ 3 ໃນອາຊີບໄປຄອງໄດ້ສຳ ເລັດໃນທີ່ສຸດ.
ດ້ານ ຫຼີ່ ເຫົາຕົງ ນັກກ໊ອຟ ໜຸ່ມຈາກ ຈີນ ເຮັດຜົນງານສຸດ ຮ້ອນແຮງໃນຮອບນີ້ ຫຼັງເກັບໄປ 7 ອັນເດີພາ 63 ຄະແນນ ລວມ 6 ອັນເດີພາ 274 ຄະແນນ ຄວ້າອັນ ດັບ 3. ສ່ວນ ຣໍຣີ ແມັກອິລຣອຍ ຈາກ ໄອແລນເໜືອ ເກັບເພີ່ມ 3 ອັນເດີພາ 67 ຄະແນນ ລວມ 5 ອັນເດີພາ 275 ຄະແນນ ຄວ້າ ອັນດັບ 4 ຮ່ວມ. ຣຟາເອລ ກາ ເບຣຣາ ເບໂຢ ຈາກ ສະເປນ ແລະ ເຮນຣິກ ສະເຕນສັນ ລວມ 3 ອັນເດີພາ 277 ຈົບທີ່ອັນດັບ 11 ຮ່ວມ.