ເລັ່ງພັດທະນາຕະຫຼາດທຶນ ໃຫ້ກາຍເປັນເຄື່ອງມືດ້ານການເງິນ

- IMG 4448 - ເລັ່ງພັດທະນາຕະຫຼາດທຶນ ໃຫ້ກາຍເປັນເຄື່ອງມືດ້ານການເງິນ
- kitchen vibe - ເລັ່ງພັດທະນາຕະຫຼາດທຶນ ໃຫ້ກາຍເປັນເຄື່ອງມືດ້ານການເງິນ

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງທີ II (ຄຄຊ) ປະຈໍາປີ 2017  ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບ ງາມໃນວັນ ທີ 21 ກໍລະກົດນີ້ ພາຍຫລັງໄດ້ດໍາເນີນມາເປັນເວລາເຄິ່ງວັນ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ​ເພື່ອສືບຕໍ່ພັດທະນາ ຕະຫຼາດທຶນໃຫ້ກາຍເປັນເຄື່ອງມືດ້ານການເງິນ ເພື່ອຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ.

ກອງປະຊຸມໄດ້ແລກປ່ຽນຄໍາຄິດເຫັນຂອງບໍລິສັດຈົດທະບຽນກ່ຽວກັບຜົນດີ ແລະ ຂໍ້ຫຍຸ້ງຍາກໃນການເປັນບໍລິສັດຈົດທະບຽນ ທີ່ສະເໜີໂດຍບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ລາຍງານຄວາມຄືບໜ້າການກະກຽມອອກຈໍາໜ່າຍຮຸ້ນກູ້ຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ລາຍງານການອອກຈໍາໜ່າຍຫຼັກຊັບ ແລະການກະ ກຽມອອກຈໍາໜ່າຍຫຼັກຊັບ ຢູ່ຕະຫຼາດຫຼັກຊັບລາວຂອງ 7 ບໍລິສັດ, ລາຍງານຄວາມຄືບໜ້າການສ້າງບັນຊີລາຍຊື່ເປົ້າໝາຍບໍລິ ສັດຈົດທະບຽນ ແລະ ທິດທາງແຜນການກະກຽມສະໝັກເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ    (IOSCO) ທີ່ສະເໜີໂດຍທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສໍານັກງານ ຄຄຊ; ລາຍງານສະພາບການຊື້-ຂາຍຮຸ້ນ ປະຈໍາ 6 ເດືອນຕົ້ນປີ 2017ຂອງຕະຫຼາດຫຼັກຊັບລາວ ສະເໜີໂດຍທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ.

- Visit Laos Visit SALANA BOUTIQUE HOTEL - ເລັ່ງພັດທະນາຕະຫຼາດທຶນ ໃຫ້ກາຍເປັນເຄື່ອງມືດ້ານການເງິນ

ໃນ​ໂອກາດ​ນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນໍາວ່າ: ວຽກງານຕະຫຼາດທຶນເປັນວຽກໜຶ່ງທີ່ສໍາຄັນ ​ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມຂອງປະ​ເທດໃຫ້ມີຄວາມໝັ້ນທ່ຽງ ແລະ ມີສະຖຽນລະພາບໄປຄຽງຄູ່ກັບຕະຫຼາດເງິນ. ດັ່ງນັ້ນ ເພື່ອພັດທະນາຕະຫຼາດທຶນໃຫ້ກາຍເປັນເຄື່ອງມືດ້ານການເງິນ ເພື່ອຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດຂອງປະເທດ ໃຫ້ບັນລຸຄາດໝາຍທີ່ວາງໄວ້ ພວກເຮົາຕ້ອງສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບໃຫ້ໜັກແໜ້ນ ເຂັ້ມແຂງກວ່າເກົ່າ, ພາຍຫຼັງສໍາເລັດກອງປະຊຸມນີ້ແລ້ວໃຫ້ຮີບຮ້ອນປະສານສົມທົບ ແລະ ຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວເປັນໜ້າວຽກລະອຽດ, ເປັນຮູບປະທໍາ, ເປັນເຈົ້າການ ແລະ ຕ້ອງຕິດຕາມ​ໃຫ້​ເປັນ​ປົກກະຕິ.

- 5 - ເລັ່ງພັດທະນາຕະຫຼາດທຶນ ໃຫ້ກາຍເປັນເຄື່ອງມືດ້ານການເງິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!