ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022

ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022 - 1071df72 60a5 4c75 a604 a852db25d0f9 - ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022
ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022 - Untitled design 1 - ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022

ວັນທີ 23 ກັນຍາ 2021 ນີ້, ກົມນະໂຍບາຍການເງິນ ແລະ ນິຕິກໍາ ກະຊວງການເງິນ, ໄດ້ຈັດກອງປະຊຸມທາງໄກ ທົບທວນການຈັດຕັ້ງປະຕິບັດແຜນພັດທະນາວຽກງານການເງິນໃນ 9 ເດືອນ 2021 ແລະ ທິດທາງໃນຕໍ່ໜ້າ, ພ້ອມທັງປຶກສາຫາລືການສ້າງແຜນງົບປະມານແຫ່ງລັດປີ 2022 ໂດຍຜ່ານລະບົບກອງປະຊຸມທາງໄກ,ພາຍໃຕ້ການເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າຫ້ອງການ ກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນຕໍ່ກອງໃນຄັ້ງນີ້ວ່າ: ເພື່ອເປັນການທົບທວນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ 9 ເດືອນ 2021 ແລະ ທິດທາງໃນຕໍ່ໜ້າ, ພ້ອມດຽວກັນນີ້, ຍັງໄດ້ພ້ອມກັນປຶກສາຫາລືການສ້າງແຜນງົບປະມານແຫ່ງລັດປີ 2022 ແລະ ຮັບຟັງການສະຫຼຸບລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນໄລຍະ 09 ແລະ ການຄາດຄະເນການຈັດຕັ້ງປະຕິບັດກໍ່ຄືການຄາດຄະເນແຜນງົບປະມານແຫ່ງລັດໝົດປີ 2021.

ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022 - Visit Laos Visit SALANA BOUTIQUE HOTEL - ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022

ສຳລັບສ້າງແຜນງົບປະມານແຫ່ງລັດປີ 2022 ຂອງແຕ່ລະກົມທີ່ໄດ້ມີການວິເຄາະວິໄຈ ແລະ ບັນຫາຕ່າງໆ ຕ້ອງໄດ້ມີການປຶກສາຫາລືໂດຍສະເພາະແມ່ນຂົງເຂດລາຍຮັບ-ລາຍຈ່າຍເປັນຕົ້ນ: ການກໍານົດຕົວເລກລາຍຮັບ-ລາຍ ຈ່າຍ, ການຈັດສັນລາຍຈ່າຍທີ່ຈະຮັບຮອງໃນປີ 2022, ລວມການປະຕິບັດບັນດາວາລະແຫ່ງຊາດທີ່ຕິດພັນກັບ ວຽກງານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ລັດຖະບານກໍ່ຄືສະພາແຫ່ງຊາດໄດ້ຮັບຮອງ ແລະ ພ້ອມກັນປຶກສາຫາລືຄວາມຄືບໜ້າໃນການຄົ້ນຄວ້າການສ້າງແຜນການປະຕິຮູບໃນແຕ່ລະຂະແໜງການ ທີ່ ຈະປະຕິບັດໃນປີ 2022 ເພື່ອໃຫ້ສາມາດຮັບຮອງໄດ້ແຜນຄາດຄະເນການຈັດຕັ້ງປະຕິບັດງົບປະມານປີ 2021 ແລະ ແຜນງົບປະມານປີ 2022, ລວມທັງແຜນການປະຕິຮູບຂອງແຕ່ລະພາກສ່ວນ, ເພື່ອສັງລວມເປັນແຜນການ ປະຕິຮູບຂອງຂະແໜງການເງິນໃນຕໍ່ໜ້າ.

ໃນກອງປະຊຸມດັ່ງກ່າວ, ບັນດາກົມຍັງໄດ້ມີການປະກອບຄໍາຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາຂະແໜງການເງິນ 09 ເດືອນ ແລະ ລາຍງານໃຫ້ຮູ້ເຖິງສະພາບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ 5 ປີ (2021-2025) ທີ່ຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະກົມ, ເພື່ອແກ້ໄຂໃຫ້ສອດຄ່ອງກັບ ວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເປັນຂໍ້ມູນອ້າງອີງໃນການນໍາ ນົດແຜນໃນຕໍ່ໜ້າ, ທັງເປັນການກະກຽມລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານໝົດປີ 2021 ເພື່ອ ລາຍງານຕໍ່ລັດຖະບານນໍາອີກດ້ວຍ.

ທັງນີ້, ກໍເພື່ອຍົກສູງວຽກງານການເງິນ ແລະ ງົບປະມານໃຫ້ກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມໝັັ້ນຄົງກຸ້ມຕົນເອງເທື່ອລະກ້າວ, ດ້ວຍການເພີ່ມທະວີການຄຸ້ມຄອງຢ່າງເຂັັ້ມງວດ, ຫັນເປັນທັນສະໄໝ, ມີປະສິດທິຜົນສູງ, ທັງ ເປັນການການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານໃນ 5 ປີໃຫ້ກັບຄືນມາສູ່ສະພາບປົກກະຕິ.

ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022 -    AD conten website - ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022
ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022 - lattana banner 1 - ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022
ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022 - lattana banner - ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງການສ້າງແຜນງົບປະມານປີ 2022
error: Alert: ເນື້ອຫາຂ່າວມີລິຂະສິດ !!