ຍິງຊາວແຄລິຟໍເນຍທີ່ເຄື່ອນໄຫວຕໍ່ຕ້ານການໃສ່ຜ້າປິດປາກ-ດັງ ແລະ ການສັກວັກຊີນ ເສຍຊີວິດແລ້ວຈາກການຕິດເຊື້ອໂຄວິດ
September 24, 2021 - 2:38 PM

ຍິງຊາວແຄລິຟໍເນຍທີ່ບອກວ່ານາງ “ບໍ່ໃສ່ຜ້າປິດປາກ-ດັງ, ບໍ່ໄດ້ສັກວັກຊີນ, ບໍ່ຢ້ານ” ເສຍຊີວິດຈາກໂຄວິດ-19 ດ້ວຍອາຍຸ 40 ປີ.
ນາງ ຄຣິສເຕນ ໂລເວີຣີ (Kristen Lowery) ອາຍຸ 40 ປີ ເປັນແມ່ຂອງລູກໃນໄວຮຽນອີກ 4 ຄົນ ໃນເມືອງເອສຄາລອນ ລັດແຄລິຟໍເນຍ ໃນເຟສບຸກຂອງນາງ ນາງປະກາດຕົນເອງວ່າເປັນ “ນັກຄິດອິດສະຫລະ” ທີ່ “ເປີດໂປ ບໍ່ປິດປາກ ບໍ່ໄດ້ຮັບວັກຊີນ ແລະ ບໍ່ຢ້ານ” ໃນຮູບໜຶ່ງນາງຍົກປ້າຍປະທ້ວງທີ່ຂຽນວ່າ: “ສົ່ງສຽງໃຫ້ວັກຊີນທີ່ໄດ້ຮັບບາດເຈັບ”.
ໃນເດືອນກັນຍາ ນ້ອງສາວຂອງນາງຂຽນວ່າ: ນາງ ໂລເວີຣີ ເຂົ້າຮັບການປິ່ນປົວຢູ່ໂຮງໝໍຈາກພະຍາດໂຄວິດ.
ອ້າງອີງ:
https://www.independent.co.uk/news/world/americas/california-mother-unvaccinated-dies-covid-b1924322.html