ສະມາຊິກລະດັບສູງກຸ່ມຕາລີບັນເຜີຍ ການລົງໂທດທີ່ເຂັ້ມງວດ ຕັດມືຕັດຕີນ-ປະຫານຊີວິດ ຈະຖືກເອົາກັບມາໃຊ້ອີກ

ວັນທີ 23 ກັນຍາ 2021, ມຸລເລາະ ນູຣຸດດິນ ຕູຣາບີ (Mullah Nooruddin Turabi) ສະມາຊິກລະດັບສູງ ແລະ ໜຶ່ງໃນຜູ້ຮ່ວມສ້າງຕັ້ງກຸ່ມຕາລີບັນ ເປີດເຜີຍວ່າ: ການລົງໂທດທີ່ເຂັ້ມງວດ, ຕັດມື, ຕັດຕີນ ລວມທັງປະຫານຊີວິດ ຈະຖືກເອົາກັບມາໃຊ້ອີກໃນອັບການິດສະຖານພາຍໃຕ້ການປົກຄອງຂອງກຸ່ມຕາລີບັນ.
ນັບແຕ່ກຸ່ມຕາລີບັນບຸກຢຶດນະຄອນຫລວງຄາບູລ ໂຄ່ນລົ້ມລັດຖະບານອັບການິດສະຖານຂອງອະດີດປະທານາທິບໍດີ ອັຊຣາຟ ການີ ແລະ ກ້າວຂຶ້ນປົກຄອງປະເທດອີກໃນຮອບເກືອບ 20 ປີ ທົ່ວໂລກຕ່າງເຝົ້າຕິດຕາມທິດທາງການບໍລິຫານປະເທດຂອງກຸ່ມຕາລີບັນວ່າຈະນຳພາອັບການິດສະຖານເດີນໜ້າໄປໃນທິດທາງໃດ, ສິດທິແມ່ຍິງຈະເປັນແນວໃດ, ການລົງໂທດທີ່ເຂັ້ມງວດດັ່ງທີ່ເຄີຍໃຊ້ໃນອະດີດຈະຖືກນຳເອົາກັບມາໃຊ້ໃໝ່ຫລາຍໜ້ອຍສໍ່າໃດ.
ຕູຣາບີ ລະບຸວ່າ: ເຖິງວ່າອັບການິດສະຖານພາຍໃຕ້ຕາລີບັນຈະຍັງເປັນສັງຄົມອະນຸລັກນິຍົມທີ່ເຊື່ອມໂຍງກັບສາສະໜາອິດສະລາມຢ່າງເລິກເຊິ່ງ, ແຕ່ພວກເຂົາກໍເປີດພື້ນທີ່ໃຫ້ເຕັກໂນໂລຊີ, ຮູບຖ່າຍ, ວິດີໂອ, ໂທລະສັບມືຖື ທີ່ທະວີຄວາມສຳຄັນຍິ່ງຂຶ້ນສຳລັບຄົນໃນຍຸກປັດຈຸບັນ. ອີກທັງໃນມິຕິໜຶ່ງສິ່ງເຫລົ່ານີ້ກໍເປັນຂົວການສື່ສານ, ສົ່ງສັນຍານ ແລະ ຂໍ້ຄວາມບາງຢ່າງຈາກສັງຄົມອັບການິດສະຖານສູ່ຄົນກຸ່ມອື່ນໆອີກຫລາຍລ້ານຄົນໃນປະຊາຄົມໂລກ.
ໂດຍ ຕູຣາບີ ເຄີຍນັ່ງຕັ່ງລັດຖະມົນຕີກະຊວງຍຸຕິທຳ ມີອຳນາດຄວບຄຸມເບິ່ງແຍງຕຳຫລວດສາສະໜາ ເພື່ອປ້ອງກັນ ແລະ ລົງໂທດຜູ້ຝ່າຝືນ ແລະ ຜູ້ກະທຳຜິດ. ໃນຊ່ວງກ່ອນໜ້ານີ້ທີ່ກຸ່ມຕາລີບັນບໍລິຫານປະເທດ ການລົງໂທດຜູ້ກະທຳຜິດໃນເວລານັ້ນໄດ້ຮັບສຽງວິພາກວິຈານຢ່າງໜັກ ເປັນການລົງໂທດຕໍ່ໜ້າສາທາລະນະ ມີຊາຍຊາວອັບການິດສະຖານຈຳນວນຫລາຍເຂົ້າເບິ່ງການຕັດສິນໂທດດັ່ງກ່າວທີ່ຈັດຂຶ້ນທັງໃນສະໜາມກິລາ ແລະ ບ່ອນໂລ່ງແຈ້ງ.
ຜູ້ໃດມີຄວາມຜິດຂໍ້ຫາຄາດຕະກຳຜູ້ອື່ນ ສ່ວນຫລາຍມັກຖືກໂທດປະຫານຊີວິດດ້ວຍການຍິງປືນ 1 ນັດໃສ່ຫົວ. ຂະນະທີ່ຄອບຄົວຂອງເຫຍື່ອຜູ້ເສຍຊີວິດສາມາດເລືອກໄດ້ວ່າຈະຍອມຮັບເງິນ (Blood Money) ແລະ ປ່ອຍໃຫ້ນັກໂທດມີຊີວິດຕໍ່ໄປໄດ້ ຫລື ຈະປະຫານຊີວິດນັກໂທດ. ຂະນະທີ່ ຜູ້ໃດມີຄວາມຜິດຂໍ້ຫາລັກຊັບ, ເປັນຂີ້ລັກ ຕ້ອງຖືກລົງໂທດດ້ວຍການຕັດມື. ສ່ວນຜູ້ໃດມີການປຸ້ນຊີງຊັບ ຕ້ອງຖືກລົງໂທດດ້ວຍການຕັດມື ແລະ ຕັດຕີນ ເປັນຕົ້ນ.
“ທຸກຄົນວິພາກວິຈານເຮົາທີ່ຕັດສິນໂທດພາຍໃນສະໜາມກິລາ, ແຕ່ເຮົາບໍ່ເຄີຍເວົ້າເຖິງຫຍັງກໍຕາມກ່ຽວກັບກົດໝາຍ ຫລື ການລົງໂທດຂອງພວກເຂົາ, ບໍ່ມີໃຜຈະມາບອກເຮົາໄດ້ວ່າກົດໝາຍຂອງເຮົາຄວນໜ້າຕາເປັນແນວໃດ ເຮົາຈະປະຕິບັດຕາມຫລັກການອິດສະລາມ ແລະ ສ້າງຫລັກກົດໝາຍທີ່ເຊື່ອມໂຍງຢູ່ກັບຄຳພີອັລກຸຣອ່ານ” ຕູຣາບີ ລະບຸ.
ນອກຈາກນີ້, ຕູຣາບີ ຊີ້ວ່າ: ການລົງໂທດທີ່ເຂັ້ມງວດ ແລະ ຮຸນແຮງມີຄວາມຈຳເປັນຫລາຍຕໍ່ຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມອັບການິດສະຖານ, ເປັນການປ້ອງປາມ ຫລື ຂ້າໄກ່ໃຫ້ລີງເບິ່ງ ເພື່ອບໍ່ໃຫ້ຜູ້ອື່ນປະພຶດປະຕິບັດຕາມຜູ້ກະທຳຜິດເຫລົ່ານັ້ນ ໂດຍໃນອາທິດຜ່ານມາເລີ່ມມີການປະຈານຜູ້ກະທຳຄວາມຜິດໄປອ້ອມເມືອງໃນນະຄອນຫລວງຄາບູລ ເພື່ອໃຫ້ເກີດຄວາມອັບອາຍ ແລະ ບໍ່ກະທຳຄວາມຜິດຊ້ຳອີກ.
ເຖິງວ່າຄົນໃນເມືອງຫລວງຂອງອັບການິດສະຖານຈະຢ້ານກົວຕໍ່ການກ້າວຂຶ້ນມາປົກຄອງປະເທດຂອງກຸ່ມຕາລີບັນ, ແຕ່ຕ້ອງຍອມຮັບວ່າມີປະຊາຊົນບາງສ່ວນທີ່ຮູ້ສຶກວ່ານະຄອນຫລວງຄາບູລມີຄວາມປອດໄພຂຶ້ນ ເມື່ອທຽບໃສ່ຫລາຍເດືອນກ່ອນທີ່ກຸ່ມໂຈນເຕັມທ້ອງຖະໜົນຍາມຄໍ່າຄືນ, ກຸ່ມອາດຊະຍາກອນເຮັດໃຫ້ຄົນບໍ່ກ້າອອກມານອກທີ່ພັກອາໄສໃນຕອນກາງຄືນເທົ່າໃດ.
ເຈົ້າຂອງຮ້ານຄ້າແຫ່ງໜຶ່ງໃນນະຄອນຫລວງຄາບູລ ລະບຸວ່າ: ມັນບໍ່ແມ່ນເລື່ອງທີ່ດີທີ່ເຫັນຄົນຖືກເຮັດໃຫ້ອາບໃນພື້ນທີ່ສາທາລະນະ, ແຕ່ສິ່ງນີ້ສາມາດຊ່ວຍຫລຸດການເກີດອາດຊະຍາກຳໄດ້ ເພາະພວກເຂົາຄິດວ່າຂ້ອຍບໍ່ຢາກໃຫ້ສິ່ງນັ້ນເກີດຂຶ້ນກັບຂ້ອຍ ແລະ ເຖິງວ່າການລົງໂທດທີ່ເຂັ້ມງວດຈະເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ, ແຕ່ນັ້ນເຮັດໃຫ້ສັງຄົມປອດໄພຂຶ້ນ ເປີດຮ້ານຄ້າຕອນກາງຄືນໄດ້ແບບບໍ່ມີກັງວົນ.
ອ້າງອີງ:
- https://apnews.com/article/religion-afghanistan-kabul-taliban-22f5107f1dbd19c8605b5b5435a9de54
- https://www.forbes.com/sites/teakvetenadze/2021/09/23/taliban-plans-return-of-executions-and-amputations-as-punishment-though-possibly-not-in-public-co-founder-says/?sh=1d237667241d
- https://www.scmp.com/news/world/russia-central-asia/article/3149878/afghanistan-taliban-official-says-executions-and