ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ

ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ - 2430242 e1632719549373 - ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ
ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ - Untitled design 1 - ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 27 ກັນຍາ 2021 ນີ້, ຢູ່ສູນປິ່ນປົວໂຮງໝໍແຂວງ, ຄະນະສະເພາະກິດແຂວງເຊກອງ ໄດ້ຈັດສົ່ງຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ກັບສູ່ຄອບຄົວຈໍານວນ 2 ຄົນຄື: ເພດຊາດອາຍຸ 2,8 ປີ, ຢູ່ບ້ານຫ້ວຍຊາຍ ເມືອງທ່າແຕງ, ເຂົ້າຮັບການປິ່ນປົວໃນວັນທີ 13 ກັນຍາ 2021 ແລະ ເພດຍິງອາຍຸ 18 ປີ, ຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມ, ເຂົ້າຮັບການປິ່ນປົວໃນວັນທີ 14 ກັນຍາ 2021.

ທ່ານ ເພັດສະໃໝ ເທບວົງສາ ຜູ້ອໍານວຍການໂຮງໝໍແຂວງ ໄດ້ລາຍງານວ່າ: ຕະຫລອດໄລຍະການປິ່ນປົວ 14 ວັນ ແພດ-ໝໍ ໄດ້ເອົາໃຈໃສ່ເຮັດໜ້າທີ່ຂອງຕົນປະຕິບັດຕາມແຜນການປິ່ນປົວຢ່າງເຂັ້ມງວດ ແລະ ຖືກຕາມຫລັກວິຊາການ, ອັນໄດ້ເຮັດໃຫ້ຜູ້ເຂົ້າມາຮັບການຮັກສາມີສຸຂະພາບແຂງແຮງ ແລະ ມີຈິດໃຈເຂັ້ມແຂງໃນການກັກຕົວເອງຕາມການຮັກສາບວກກັບຜົນການເກັບຕົວຢ່າງເພື່ອກວດວິເຄາະຫາເຊື້ອຂອງພວກກ່ຽວເຫັນວ່າແມ່ນບໍ່ພົບເຊື້ອ. ສະນັ້ນ, ຄະນະສະເພາະກິດຂັ້ນແຂວງຈຶ່ງອະນຸຍາດໃຫ້ກັບບ້ານໄດ້.

ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ - Visit Laos Visit SALANA BOUTIQUE HOTEL - ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ

ໂອກາດນີ້, ທ່ານ ນາງ ລໍາພັນໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງແພດ-ໝໍທີ່ເອົາໃຈ ໃສ່ປິ່ນປົວຜູ້ປ່ວຍໂຄວິດ-19 ດ້ວຍຄວາມເສຍສະຫລະ ແລະ ຖືກຕ້ອງຕາມຫລັກວິຊາສະເພາະ ເຮັດໃຫ້ຜູ້ຫາຍດີກັບບ້ານໄດ້. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ພາຍຫລັງທີ່ກັບເມືອບ້ານ-ເຮືອນແລ້ວ ກໍຕ້ອງຈໍາກັດບໍລິ ເວນຕົນເອງຕື່ມອີກ 7 ວັນ ເພື່ອຕິດຕາມ, ພາຍຫລັງທີ່ຄົບ 7 ວັນແລ້ວ ຫາກບໍ່ມີອາການຫຍັງກໍສາມາດໃຊ້ຊີວິດຢູ່ໃນສັງຄົມໄດ້ເປັນປົກກະຕິ.

ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ -    AD conten website - ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ
ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ - lattana banner 1 - ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ
ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ - lattana banner - ຜູ້ຕິດເຊື້ອໂຄວິດ-19 ຂອງແຂວງເຊກອງ 2 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ສົ່ງກັບສູ່ຄອບຄົວແລ້ວ
error: Alert: ເນື້ອຫາຂ່າວມີລິຂະສິດ !!