ອົງການໄອຍະການແຂວງເຊກອງ ດຳເນີນຊີວິດການເມືອງປັບປຸງປົວແປງພັກ


ໃນວັນທີ 24 ກໍລະກົດນີ້, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດກອງປະ ຊຸມດໍາເນີນຊີວິດການເມືອງປັບ ປຸງປົວແປງພັກປະຈໍາປີ 2017, ໂດຍການເປັນປະທານ ຂອງສະ ຫາຍ ພອນເພັດ ຄິວລະວົງ ຮອງ ເລຂາພັກແຂວງ, ປະທານສະ ພາປະຊາຊົນແຂວງ, ມີສະຫາຍ ສົມນິດ ສີລິບຸນລ້ຽງເລຂາ ໜ່ວຍ ພັກຮາກຖານອົງການໄອຍະ ການປະຊາຊົນແຂວງ, ມີບັນດາ ສະມາ ຊິກພັກສົມບູນ- ສໍາຮອງ ພາຍໃນອົງການດັ່ງກ່າວເຂົ້າ ຮວ່ມຢ່າງພ້ອມພຽງ.


+ ອົງການສິດທິມະນຸດເຕືອນບຣາຊິນ ສ່ຽງຜະເຊີນໄວຣັສຊິກາລະບາດຮອບໃໝ່
+ ຄະນະຜູ້ແທນລາວສຳເລັດເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງກ່ຽວກັບການພັດທະນາແບບຍືນຍົງ
ສະຫາຍ ສົມນິດ ສີລິບຸນ ລ້ຽງ ກ່າວວ່າ: ການຈັດຕັ້ງດໍາ ເນີນຊີວິດການເມືອງປັບປຸງປົວ ແປງພັກຄັ້ງນີ້, ແນໃສ່ເຮັດໃຫ້ສະ ມາຊິກພັກທຸກສະຫາຍກຳແໜ້ນແນວທາງນະໂຍບາຍ ແລະ ເສີມ ຂະຫຍາຍມູນເຊື້ອອັນດີງານ ຂອງພັກໃນໄລຍະຜ່ານມາ, ໂດຍ ສະເພາະຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິ ວັດ, ແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ, ມີນໍ້າໃຈ ຮັບໃຊ້ປະຊາຊົນ ແລະ ເສຍສະ ຫລະເພື່ອສ່ວນລວມ, ມີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກຄະນະ ພັກຂັ້ນເທິງ.
ກອງປະຊຸມຄັ້ງນີ້ຈະໄດ້ ພ້ອມກັນເຊື່ອມຊຶມ ເນື້ອໃນ ເອກະ ສານເດັດດ່ຽວປັບປຸງປົວແປງ ທົ່ວພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຕີລາຄາຄວາມ ຮັບຜິດຊອບລວມຂອງຄະນະ ບໍລິຫານງານພັກແຂວງ ໃນການ ນຳພາຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫ່ຍຄັ້ງທີ່ IX ຂອງອົງຄະ ນະພັກແຂວງ ແລະ ມະຕິກອງ ປະຊຸມໃຫ່ຍຄັ້ງທີ X ຂອງພັກປະ ຊາຊົນປະຕິວັດລາວ ແລະ ຮັບ ຟັງການຕີລາຄາຄວາມຮັບຜິດ ຊອບລວມຂອງ ໜ່ວຍພັກຮາກ ຖານອົງການໄອຍະການແຂວງໃນໄລຍະຜ່ານມາ, ພ້ອມທັງ ປະກອບຄໍາຄິດເຫັນ, ຕຳນິຕິຊົມ ເຊີ່ງກັນ ແລະ ກັນ ແລະ ລົງຄະ ແນນສຽງຄວາມເຊື່ອໝັ້ນໄວ້ ວາງໃຈຕໍ່ບຸກຄົນໃນໜ່ວຍພັກ ຂອງຕົນ, ແນໃສ່ສ້າງ ໃຫ້ໜ່ວຍ ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນເພື່ອສືບຕໍ່ຊີ້ ນໍາ-ນໍາພາພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາ ເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ຈະດໍາ ເນີນໄປຮອດວັນທີ 28 ກໍລະກົດ ນີ້ຈຶ່ງຈະອັດລົງ.