13 ສັບພະຄຸນດີໆທີ່ເປັນປະໂຫຍດຈາກໝາກຂຽບ

ຮູ້ຫລືບໍ່ວ່າໝາກໄມ້ຊື່ ໝາກຂຽບ ມີຄຸນຄ່າ ແລະ ຄຸນປະໂຫຍດທີ່ດີຕໍ່ສຸຂະພາບຂອງຄົນເຮົາຫລາຍ ນອກຈາກຈະຊ່ວຍເຮັດໃຫ້ ຮ່າງກາຍແຂງແຮງຂຶ້ນແລ້ວ ຍັງບໍ່ເຈັບປ່ວຍງ່າຍ ທັງຍັງຊ່ວຍປ້ອງກັນ ແລະ ປິ່ນປົວພະຍາດໄດ້ນຳອີກ. ໝາກຂຽບມີສັບພະຄຸນ ທາງຢາທີ່ໃຊ້ປິ່ນປົວອາການເຈັບປ່ວຍພະຍາດຕ່າງໆໄດ້ທັງໝາກສຸກ, ໝາກດິບ ແລະ ໝາກແຫ້ງ ລວມໄປເຖິງແກ່ນ, ໃບ, ຮາກ, ເປືອກ ແລະ ລຳຕົ້ນຂອງໝາກຂຽບກໍໃຫ້ປະໂຫຍດໃນການເບິ່ງແຍງດູແລຮ່າງກາຍໄດ້ຄືກັນ. ໃນຊີ້ນໝາກຂຽບອຸດົມໄປດ້ວຍ ສານອາຫານສຳຄັນຫລາກຫລາຍ ມີຄຸນຄ່າທາງໂພຊະນາການຫລາຍ ໃນໝາກຂຽບ 1 ໜ່ວຍ ສາມາດໃຫ້ນ້ຳແກ່ຮ່າງກາຍຫລາຍ ເຖິງ 74%, ມີຄາໂບໄຮເດຣດ 24% ຫລື ໂປຣຕິນ ແລະ ໄຂມັນກໍມີບໍ່ໜ້ອຍຄືກັນ ລວມທັງວິຕາມິນ ແລະ ເກືອແຮ່ ບໍ່ວ່າຈະແມ່ນ ທາດເຫລັກ, ທາດການຊຽມ ແລະ ຟົສຟໍ. ໝາກຂຽບຍັງເປັນແຫ່ລງຂອງສານຕ້ານອະນຸມູນອິດສະລະ, ວິຕາມິນ C ແລະ ເສັ້ນໄຍ ອາຫານ ເຊິ່ງຈະເຮັດໃຫ້ແຊນຕ່າງໆພາຍໃນຮ່າງກາຍມີຄວາມແຂງແຮງຂຶ້ນ, ບໍ່ເສື່ອມສະພາບໄວ ແລະ ເຮັດວຽກໄດ້ຢ່າງມີປະ ສິດທິພາບ.
- ໝາກຂຽບ ມີຄາໂບໄຮເດຣດຫລາຍ : ເຊິ່ງຢູ່ໃນຮູບແບບຂອງນ້ຳຕານຟລຸກໂຕສ ແລະ ກລູໂກສ ມີປະໂຫຍດໃນການ ຊ່ວຍໃຫ້ຮ່າງກາຍສາມາດເອົາໄປໃຊ້ງານໄດ້ງ່າຍ ຈຶ່ງສົ່ງຜົນໃຫ້ອະໄວຍະວະຕ່າງໆໃນຮ່າງກາຍໄດ້ຮັບພະລັງງານເພື່ອ ການເຮັດວຽກຢ່າງວ່ອງໄວ.
- ໝາກຂຽບ ອຸດົມໄປດ້ວຍທາດການຊຽມ : ເຊິ່ງເປັນທີ່ຮູ້ກັນດີວ່າຊ່ວຍບຳລຸງກະດູກ ແລະ ແຂ້ວ, ຊ່ວຍຫລຸດການສູນເສຍ ຂອງມວນກະດູກ ລວມທັງມີທາດແມັກນີຊຽມທີ່ຍິ່ງຊ່ວຍເສີມສ້າງຄວາມແຂງແຮງໃຫ້ກະດູກນຳ ແລະ ຫລຸດອາການຂໍ້ ອັກເສບໄດ້ເປັນຢ່າງດີ.
- ໝາກຂຽບ ມີລິດທີ່ຈະຊ່ວຍຮັກສາຄວາມດຸ່ນດ່ຽງຂອງນ້ຳໃນຮ່າງກາຍໃຫ້ເປັນປົກກະຕິ : ເພາະມີທາດໂປຕັສຊຽມ ເຊິ່ງ ຍັງຊ່ວຍຫລຸດຄວາມດັນເລືອດສູງໄດ້ນຳ.
- ໝາກຂຽບ ມີສັບພະຄຸນຫລຸດລະດັບຂອງຄໍເລສເຕີໂຣນລົງ ເຊິ່ງຈະຫລຸດໂອກາດການເກີດພະຍາດອື່ນໆໄດ້ຫລາຍ.
- ໝາກຂຽບ ຊ່ວຍປ້ອງກັນການເກີດໄຂ້ຫວັດ : ເຮັດໃຫ້ພູມຕ້ານທານໃນຮ່າງກາຍສົມບູນແຂງແຮງ ເພາະໝາກຂຽບມີວິ ຕາມິນ C ຫລາຍ.
- ໝາກຂຽບ ມີຄຸນສົມບັດຊ່ວຍບຳລຸງເລືອດ : ປິ່ນປົວອາການຂອງພະຍາດເລືອດຈິງ ແລະ ຍັງມີທາດທອງແດງທີ່ມີສ່ວນ ສຳຄັນໃນການສ້າງຮີໂມໂກລບິນ.
- ໝາກຂຽບ ຈະຊ່ວຍໃຫ້ຮ່າງກາຍມີພະລັງງານໃຊ້ຢ່າງເຫລືອເຟືອ : ເພາະວິຕາມິນ B ທີ່ໝາກຂຽບມີນັ້ນຈະຊ່ວຍຜະລິດ ພະລັງງານໃນຮ່າງກາຍໄດ້ຫລາຍ.
- ໝາກຂຽບ ເປັນໝາກໄມ້ທີ່ເໝາະສົມກັບຄົນທີ່ກຳລັງຫລຸດນ້ຳໜັກ ແລະ ຄວບຄຸມນ້ຳໜັກ : ເນື່ອງຈາກໃນໝາກຂຽບມີ ໄຂມັນໜ້ອຍ ແລະ ມີເສັ້ນໄຍອາຫານຫລາຍ, ແຕ່ກໍບໍ່ຄວນກິນຫລາຍເກີນໄປ ແລະ ບໍ່ເໝາະສົມກັບຄົນທີ່ປ່ວຍເປັນພະ ຍາດເບົາຫວານ.
- ປະໂຫຍດຂອງໝາກຂຽບມີສານຕ້ານອະນຸມູນອິດສະລະ : ໂດຍສະເພາະສານປະກອບໂພລີຟີນອລ ທີ່ຊື່ວ່າ ແທນນິນ ແລະ ຄາເທຊິນ ເຊິ່ງຈະຊ່ວຍປ້ອງກັນ ແລະ ຂັດຂວາງການຈະເລີນເຕີບໃຫຍ່ຂອງແຊນມະເຮັງ ແລະ ສາມາດຫລຸດຜ່ອນ ອາການອັກເສບຂອງພະຍາດຕ່າງໆ ເຊັ່ນ : ຂໍ້ອັກເສບ ຫລື ປະດົງຂໍ້, ພະຍາດຫົວໃຈ ແລະ ຫລອດເລືອດ ເປັນຕົ້ນ.
- ໝາກຂຽບ ມີກົດໂຟເລດ : ທີ່ມີຄຸນສົມບັດໃນການຫລຸດໂອກາດຈະເກີດຄວາມພິການຕັ້ງແຕ່ກຳເນີດ ແມ່ມານຄວນກິນ ເປັນປະຈຳ.
- ສັບພະຄຸນຂອງໝາກຂຽບເປັນຢາລະບາຍອ່ອນໆ : ທີ່ແກ້ອາການຖ່າຍຍາກ, ຊ່ວຍຍ່ອຍອາຫານ ແລະ ເປັນຢາສະໝານ ບາດແຜໃນລຳໄສ້.
- ໝາກຂຽບ ມີປະໂຫຍດໃນການຊ່ວຍກຳຈັດເຫົາ : ເອົາໃບໝາກຂຽບ 10 – 12 ໃບ ມາຕຳປະສົມກັບນ້ຳຈົນເຂົ້າກັນ ໃຫ້ ທາໃຫ້ທົ່ວຫົວ ປະໄວ້ປະມານ 30 ນາທີ ຈາກນັ້ນລ້າງອອກໃຫ້ສະອາດ ເຮັດເປັນປະຈຳ ຈະຊ່ວຍຂ້າເຫົາ ແລະ ໄຂ່ເຫົາ ຈະຄ່ອຍໆລີບລົງ ແລະ ຕາຍໄປໃນທີ່ສຸດ.
- ໝາກຂຽບມີສັບພະຄຸນຊ່ວຍປິ່ນປົວຂີ້ກາກ, ຂີ້ຫິດ, ຂີ້ກ້ຽນ ແລະ ຫລຸດອາການຟົກຊ້ຳຕາມຮ່າງກາຍໄດ້ດີ : ໂດຍໃຊ້ໃບ ໝາກຂຽບປະມານ 7 – 8 ໃບ ມາຕຳ ແລ້ວພອກຜິວໜັງບໍລິເວນທີ່ມີອາການ ເຊິ່ງຍັງປິ່ນປົວພະຍາດຜິວໜັງ ແລະ ປິ່ນ ປົວບາດແຜໄດ້ເຊັ່ນກັນ.