ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ

ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ - unnamed - ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ
ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ - Untitled design 1 - ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ

ເຊີ ອາໝັດ ອຳມາ ຮອງເຈົ້າເມືອງເຮຣັດ ທາງຕາເວັນຕົກຂອງອັບການິດສະຖານ ເປີດເຜີຍໃນວັນທີ 25 ກັນຍາວ່າ: ກຸ່ມຕາລີບັນໄດ້ແຂວນສົບຂອງຊາຍ 4 ຄົນ ທີ່ຖືກກ່າວຫາວ່າເປັນໂຈນລັກພາຕົວ ໂດຍປະຈານໄວ້ຢູ່ຈະຕຸລັດໃຈກາງເມືອງ ເພື່ອເຕືອນສະຕິຜູ້ທີ່ຄິດຈະກໍ່ເຫດອາດຊະຍາກຳໃນລັກສະນະນີ້.

ອຳມາ ເປີດເຜີຍວ່າ: ຊາຍທັງ 4 ໄດ້ລັກພາຕົວນັກທຸລະກິດທ້ອງຖິ່ນ ພ້ອມລູກຊາຍ ແລະ ພະຍາຍາມນຳເອົາພວກເຂົາອອກຈາກເມືອງ ກ່ອນໜ່ວຍລາດຕະເວນຂອງຕາລີບັນ ເຊິ່ງຕັ້ງດ່ານກວດອ້ອມເມືອງຈະສັງເກດເຫັນ ແລະ ເກີດການຍິງປະທະກັນຂຶ້ນ ເປັນເຫດໃຫ້ຊາຍທັງ 4 ຖືກສັງຫານ. ຂະນະທີ່ຝ່າຍຕາລີບັນບາດເຈັບ 1 ຄົນ ສ່ວນຜູ້ຖືກລັກພາຕົວໄດ້ຮັບການຊ່ວຍເຫລືອຢ່າງປອດໄພ.

ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ - Visit Laos Visit SALANA BOUTIQUE HOTEL - ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ

ວາຊີ ອາໝັດ ເຊດດິຄີ ເຈົ້າຂອງຮ້ານຄ້າພາຍໃນເມືອງ ເປີດເຜີຍຕໍ່ສຳນັກຂ່າວ AP ວ່າ: ສົບຂອງຊາຍທັງ 4 ຖືກແຍກແຂວນປະຈານ ໂດຍ 1 ສົບຖືກແຂວນໄວ້ຢູ່ຈະຕຸລັດແຫ່ງໜຶ່ງ, ສ່ວນອີກ 3 ສົບຖືກເອົາໄປແຂວນຢູ່ຈະຕຸລັດອື່ນໆ.

ຂະນະທີ່ ໂມຮຳເໝັດ ນາຊີ ປະຊາຊົນໃນເມືອງເຮຣັດ ທີ່ຊື້ອາຫານຢູ່ໃກ້ຈະຕຸລັດມອສໂຕເຟດ ເລົ່າວ່າ: ໄດ້ຍິນສຽງປະກາດຈາກຕູ້ລຳໂພງທີ່ເອີ້ນໃຫ້ຜູ້ຄົນມາເບິ່ງສົບທີ່ຖືກແຂວນ.

“ເມື່ອຂ້ອຍຍ່າງໄປ ຂ້ອຍເຫັນພວກເຂົາເອົາ 1 ສົບທີ່ຢູ່ທ້າຍລົດກະບະອອກມາ ຈາກນັ້ນຈຶ່ງແຂວນໄວ້ເທິງລົດເຄນ” ລາວກ່າວ.

ທັງນີ້, ພາບ ແລະ ຄລິບວິດີໂອຂອງເຄນທີ່ແຂວນສົບ ເຊິ່ງເຕັມໄປດ້ວຍເລືອດ ຖືກເຜີຍແຜ່ໄປທົ່ວໂຊຊຽວມີເດຍ ແລະ ມີພາບໜຶ່ງທີ່ມີຂໍ້ຄວາມຂຽນຕິດໄວ້ຢູ່ໜ້າເອິກຂອງສົບ ລະບຸວ່າ: “ນີ້ຄືໂທດຂອງການລັກພາຕົວ”.

ຂະນະທີ່ການແຂວນສົບຜູ້ກໍ່ອາດຊະຍາກຳດັ່ງກ່າວເກີດຂຶ້ນຫລັງຈາກ ມຸລເລາະ ນູຣຸດດິນ ຕູຣາບີ ສະມາຊິກອາວຸໂສຂອງຕາລີບັນ ເຄີຍດຳລົງຕຳແໜ່ງຫົວໜ້າຕຳຫລວດສາສະໜາ ແລະ ຕອນນີ້ຮັບໜ້າທີ່ເບິ່ງແຍງຄຸກ ເປີດເຜີຍຕໍ່ສຳນັກຂ່າວ AP ໃນອາທິດຜ່ານມາວ່າ: ທາງກຸ່ມຈະຟື້ນການບັງຄັບໃຊ້ບົດລົງໂທດທີ່ຮຸນແຮງເຊັ່ນ: ການຕັດມື ແລະ ຕັດຕີນ ແລະ ການປະຫານຊີວິດຜູ້ກໍ່ອາດຊະຍາກຳ ໂດຍໃຫ້ເຫດຜົນຄວາມຈຳເປັນເພື່ອຄວາມໝັ້ນຄົງ, ແຕ່ອາດບໍ່ມີການປະຫານຊີວິດຕໍ່ໜ້າສາທາລະນະແບບທີ່ເຄີຍເຮັດໃນອະດີດ.

ເຊິ່ງໄລຍະທີ່ກຸ່ມຕາລີບັນຄອງອຳນາດລັດຖະບານລະຫວ່າງປີ 1996-2001 ມັກຈະມີການລົງໂທດ ແລະ ປະຫານຊີວິດຜູ້ກໍ່ອາດຊະຍາກຳຕໍ່ໜ້າສາທາລະນະຢູ່ສະໜາມກິລາ ຫລື ຕໍ່ໜ້າໂບດໃນນະຄອນຫລວງຄາບູລ.

ອ້າງອີງ:

ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ - lattana banner 1 - ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ
ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ -    AD conten website - ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ
ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ - lattana banner - ຕາລີບັນແຂວນສົບຜູ້ຖືກກ່າວຫາເປັນໂຈນລັກພາຕົວ ປະຈານກາງເມືອງ ເຕືອນໃຈຜູ້ຄິດກໍ່ເຫດ
error: Alert: ເນື້ອຫາຂ່າວມີລິຂະສິດ !!