ຕາລີບັນອອກຄຳສັ່ງ ຫ້າມຊ່າງຕັດຜົມແຖໜວດລູກຄ້າ ຮ້ານໃດຝ່າຝືນຈະຖືກລົງໂທດ

ຮ້ານຕັດຜົມຢູ່ອັບການິດສະຖານຖືກກຸ່ມຕາລີບັນຂົ່ມຂູ່ ຫ້າມແຖ-ເລັມໜວດເຄົາ ອ້າງຜິດກົດອິດສະລາມທີ່ຕີຄວາມໃນແບບຂອງຕົນ.
ວັນທີ 26 ກັນຍາ 2021, ສຳນັກຂ່າວບີບີຊີ (BBC) ລາຍງານວ່າ: ກຸ່ມຕາລີບັນອອກມາປະກາດຄຳສັ່ງຫ້າມບໍ່ໃຫ້ຊ່າງຕັດຜົມໃນອັບການິດສະຖານແຖ ຫລື ເລັມໜວດເຄົາຂອງຜູ້ທີ່ມາໃຊ້ບໍລິການ ໂດຍຊີ້ວ່າເປັນການລະເມີດກົດອິດສະລາມຈາກການຕີຄວາມໝາຍຂອງກຸ່ມ ຖ້າຜູ້ໃດຝ່າຝືນຈະຕ້ອງຖືກລົງໂທດ.
ຄຳສັ່ງດັ່ງກ່າວມີຜົນຢູ່ແຂວງເຮລມານ, ແຕ່ຍັງມີລາຍງານວ່າ: ຮ້ານຕັດຜົມໃນນະຄອນຫລວງຄາບູລກໍໄດ້ຮັບຄຳສັ່ງໃນລັກສະນະດຽວກັນ.
ນັບແຕ່ກຸ່ມຕາລີບັນຢຶດອຳນາດສຳເລັດໃນເດືອນຜ່ານມາ ໄດ້ມີການລົງໂທດຢ່າງໜັກຕໍ່ຜູ້ທີ່ຖືກກ່າວຫາວ່າກະທຳຄວາມຜິດ ໂດຍໃນວັນທີ 25 ກັນຍາຜ່ານມາ ກຸ່ມຕາລີບັນໄດ້ຍິງຜູ້ທີ່ຖືກກ່າວຫາວ່າລັກພາຕົວ 4 ຄົນ ຈາກນັ້ນເອົາສົບໄປແຂວນໄວ້ເໜືອຖະໜົນໃນແຂວງເຮຣັດ.
ເມື່ອຢ້ອນກັບໄປຄັ້ງທີ່ຕາລີບັນຄອງອຳນາດໄລຍະປີ 1996-2001 ພວກເຂົາສັ່ງຫ້າມບໍ່ໃຫ້ມີການຕົບແຕ່ງຊົງຜົມໃຫ້ເບິ່ງສະອາດ ແລະ ຢືນຢັນວ່າຜູ້ຊາຍຕ້ອງຈົ່ງໜວດເຄົາ.
ຂະນະທີ່ຊ່າງຕັດຜົມຄົນໜຶ່ງກ່າວວ່າ: ເຖິງວ່າລາວຈະຍັງບໍ່ໄດ້ຮັບຄຳສັ່ງດັ່ງກ່າວ, ແຕ່ໃນປັດຈຸບັນ ບໍ່ມີຜູ້ຊາຍໃນອັບການິດສະຖານເຂົ້າມາໃຊ້ບໍລິການອີກແລ້ວ ເພາະບໍ່ຕ້ອງການຖືກເປັນເປົ້າຈາກກຸ່ມຕາລີບັນ ຈຶ່ງຕັດສິນໃຈຈົ່ງໜວດເຄົາເພື່ອໃຫ້ເບິ່ງກົມກືນ.
ອ້າງອີງ: