10 ປະໂຫຍດດີໆຈາກຫົວຜັກກາດຂາວ
September 30, 2021 - 5:00 PM

- ມີຄຸນຄ່າສານອາຫານຫລວງຫລາຍ ໄດ້ແກ່ : ຄາໂບໄຮເດຣດ, ເສັ້ນໄຍ, ໂປຣຕິນ, ທາດການຊຽມ, ຟົສຟໍ, ທາດເຫລັກ, ວິຕາມິນ A, ວິຕາມິນ B1, ວິຕາມິນ B2, ໄນອະຊິນ, ວິຕາມິນ C, ນ້ຳມັນຫອມລະເຫີຍ ລວມທັງສານຕ້ານມະເຮັງ.
- ຊ່ວຍລະບົບພູມຕ້ານທານ ເພາະອຸດົມໄປດ້ວຍວິຕາມິນ C ຫົວຜັກກາດຂາວຈຶ່ງຊ່ວຍສ້າງເມັດເລືອດຂາວ ທັງຍັງຊ່ວຍ ຟື້ນຟູເນື້ອເຍື່ອທົ່ວຮ່າງກາຍ.
- ຊ່ວຍລະບົບການຫາຍໃຈ ເນື່ອງຈາກມີຄຸນສົມບັດຈອບຈັບໄວຣັສ, ແບັກທີເຣຍ ແລະ ໄລ່ຂີ້ກະເທີ່ໄດ້ ນ້ຳປັ່ນຫົວຜັກກາດ ຂາວ ຈຶ່ງຊ່ວຍໃຫ້ລະບົບການຫາຍໃຈສະອາດ.
- ຊ່ວຍລະບົບທາງເດີນອາຫານ ເນື່ອງຈາກນ້ຳປັ່ນຫົວຜັກກາດຂາວມີເອັນໄຊ ຊະນິດທີ່ໃກ້ຄຽງກັບເອັນໄຊທີ່ພົບໃນລະບົບ ທາງເດີນອາຫານຂອງມະນຸດ.
- ຊ່ວຍລ້າງພິດ ຫົວຜັກກາດຂາວເປັນຢາໄລ່ນ້ຳຍ່ຽວຕາມທຳມະຊາດ ຊ່ວຍເຮັດຄວາມສະອາດໝາກໄຂ່ຫລັງ ມີຄຸນສົມ ບັດເປັນສານໄລ່ພິດ ແລະ ລະລາຍໄຂມັນໃຫ້ອອກມາທາງນ້ຳຍ່ຽວ.
- ຊ່ວຍປ້ອງກັນມະເຮັງ ເນື່ອງຈາກອຸດົມໄປດ້ວຍສານແອນຕີອອກຊິແດນ ຈຶ່ງຊ່ວຍຫລຸດອັດຕາການເກີດມະເຮັງຫລາຍ ຊະນິດ ໂດຍສະເພາະມະເຮັງກະເພາະອາຫານ.
- ຊ່ວຍປິ່ນປົວອາການອັກເສບ ຈາກການວິໄຈພົບວ່ານ້ຳປັ່ນຫົວຜັກກາດຂາວ ແລະ ໃບຂອງພືດຊະນິດນີ້ຊ່ວຍຫລຸດການ ອັກເສບທົ່ວຮ່າງກາຍໄດ້.
- ຊ່ວຍເສີມສ້າງກະດູກ ເນື່ອງຈາກອຸດົມໄປດ້ວຍທາດການຊຽມ ເຊິ່ງເສີມສ້າງສຸຂະພາບກະດູກ ໂດຍສະເພາະໃນຜູ້ເຖົ້າທີ່ ເລີ່ມມີອາການກະດູກຜ່ອຍ ການກິນຫົວຜັກກາດຂາວຈຶ່ງຊ່ວຍຫລຸດຜ່ອນບັນຫານີ້ໄດ້.
- ຊ່ວຍຫລຸດນ້ຳໜັກ ເຖິງຈະເປັນປະໂຫຍດຮອງຂອງການກິນຫົວຜັກກາດຂາວ ແຕ່ຍ້ອນຄວາມມີຄາໂບໄຮເດຣດທີ່ໃຫ້ພະ ລັງງານ ແລະ ຄໍເລສເຕີໂຣນຕ່ຳ ທັງຍັງມີກາກໄຍສູງ.
- ຊ່ວຍຫລຸດຮອຍຫ່ຽວຍານ, ຮອຍຕີນກາ, ຮອຍຝ້າ ເຊິ່ງນ້ຳທີ່ສະກັດຈາກຫົວຜັກກາດຂາວສາມາດເອົາໄປທາຜິວເພື່ອກຳ ຈັດຮອຍຫ່ຽວຕ່າງໆຕາມໄວໄດ້ ຫລື ວິທີທີ່ງ່າຍແມ່ນການກິນຫົວຜັກກາດຂາວ ເຊິ່ງມີແອນຕີອອກຊິແດນ ຊ່ວຍເຮັດໃຫ້ ນານເຖົ້າ ແລະ ຫລຸດຮອຍຫ່ຽວຍານກ່ອນໄວໃຫ້ແກ່ຜິວໄດ້.