ເຄື່ອງກວດຫາເຊື້ອໂຄວິດ-19 ແບບໄວ ຕ້ອງນໍາໃຊ້ສະເພາະແພດໝໍໄດ້ຮັບການຝຶກອົບຮົມ ແລະ ຜ່ານການອະນຸຍາດຈາກສາທາເທົ່ານັ້ນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 27 ກັນຍາ 2021 ນີ້ວ່າ: ປັດຈຸບັນ, ການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນການລະບາດຢູ່ຊຸມຊົນໃນໂຮງຈັກ, ໂຮງງານ ແລະ ສຳນັກງານອົງການຕ່າງໆ. ດັ່ງນັ້ນ, ເພື່ອເຮັດໃຫ້ຊອກຄົ້ນຫາເຊື້ອພະຍາດໃຫ້ໄດ້ໄວທີ່ສຸດ, ກະຊວງສາທາລະນະສຸກ ຈຶ່ງໄດ້ອະນຸມັດ ໃຫ້ນໍາໃຊ້ ຊຸດກວດແບບໄວ (COVID-19 Rapid test “RDT”), ໂດຍໄດ້ນຳໃຊ້ຕາມທີ່ອົງການອະນາໄມໂລກຮອງຮັບໃນເຫດການພາວະສຸກເສີນເທົ່ານັ້ນ ແລະ ໃຊ້ສະເພາະໃນສະຖານທີ່ບໍລິການສາທາລະນະສຸກ ທີ່ແພດໄດ້ຮັບການຝຶກອົບຮົມ. ປັດຈຸບັນ ມີຫລາຍພາກສ່ວນ ໄດ້ສວຍໂອກາດອອກມາໂຄສະນາຂາຍໂດຍສະເພາະໃນສື່ສັງຄົມອອນລາຍຕ່າງໆ, ເຊິ່ງການນຳໃຊ້ນັ້ນຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ປະສິດຕິພາບອີກດ້ວຍ ເພາະອາດຈະໃຫ້ຜົນລົບປອມໄດ້. ພ້ອມດຽວກັນນັ້ນການນຳໃຊ້ຊຸດເຄື່ອງກວດທີ່ບໍ່ໄດ້ຮັບການອະນຸມັດຈາກກະຊວງສາທາລະນະສຸກ ຖືວ່າເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ ເພາະ ຊຸດກວດທີ່ນໍາມາຂາຍອາດເປັນຂອງປອມ, ບໍ່ໄດ້ມາດຕາຖານ ແລະ ທີ່ສໍາຄັນທີ່ສຸດການເກັບມ້ຽນສິ່ງເສດເຫລືອ-ຂີ້ເຫຍື້ອ ຈາກການນໍາໃຊ້ຊຸດກວດແບບໄວ້ນີ້ ແມ່ນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດຖ້າເຮັດບໍ່ຖືກຕ້ອງມັນຈະແພ່ເຊື້ອໄປສູ່ຄົນອ້ອມຂ້າງຕື່ມອີກ.
ສະນັ້ນ, ເຮົາຈຶ່ງບໍ່ແນະນໍາໃຫ້ຊື້ໄປກວດເອງ ເຮັດໃຫ້ເກີດມີຄວາມສ່ຽງໄດ້ຖ້າເຮົາເກັບຕົວຢ່າງບໍ່ຖືກວິທີ ແລະ ຈະມີຫລາຍບັນຫາທີ່ຈະເກີດຂຶ້ນ ສຸດທ້າຍແລ້ວເຮົາອາດຈະເປັນຜູ້ແຜ່ເຊື້ອໄປສູ່ຄົນອື່ນ ແລະ ຂໍຢໍ້າອີກວ່າ ການນຳໃຊ້ເຄື່ອງກວດແບບໄວນີ້ໄດ້ ກໍແມ່ນແພດທີ່ໄດ້ຮັບການອົບຮົມ ແລະ ຮູ້ວິທີການຄຸ້ມຄອງຂີ້ເຫຍື້ອຫລັງເກັບຕົວຢ່າງ ໄດ້ເທົ່ານັ້ນ ແລະ ເຄື່ອງກວດທີ່ເອົາມາໃຊ້ ຕ້ອງຖືກຮັບຮອງຈາກອົງການອະນາໄມໂລກ. ບໍ່ແນະນຳໃຫ້ໃຊ້ເອງ ບໍ່ວ່າຈະຊື້ນຳຕະຫລາດ ຫລື ຊື້ຢູ່ໃສ ຍີ່ຫໍ້ໃດກະຕາມ ເພາະອາດມີຄວາມສ່ຽງ ທີ່ຈະແຜ່ເຊື້ອໄປສູ່ຄົນອື່ນ ຖ້າເກັບຕົວຢ່າງບໍ່ຖືກວິທີ ແລະ ບໍ່ຮູ້ວິທີຄຸ້ມຄອງຂີ້ເຫຍື້ອ.