ລາຍລະອຽດຜູ້ຕິດເຊື້ອໂຄວິດ-19 ຈຳນວນ 500 ຄົນ ທັງຊຸມຊົນ ແລະ ນຳເຂົ້າ

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 28 ກັນຍາ 2021 ນີ້ວ່າ: ປັດຈຸບັນສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 27 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.911 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 500 ຄົນ ຊຶ່ງແຍກເປັນຄົນນໍາເຂົ້າ ມີ 29 ຄົນ ຈາກ ແຂວງ ສະຫວັນນະເຂດ 20 ຄົນ, ນະຄອນຫລວງວຽງຈັນ 6 ຄົນ ແລະ ຈໍາປາສັກ 3 ຄົນ.
ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 471 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
- ນະຄອນຫຼວງ 363 ຄົນ, ລາຍລະອຽດມີດັ່ງນີ້:
- ພະນັກງານໂຮງງານ ທຣີໂອ 115 ຄົນ
- ພະນັກງານໂຮງງານ ອານພີລາວ 1 ຄົນ
- ໂຮງງານກຽນວິໄລ 3 ຄົນ
- ບໍລິສັດຊີມັງ 1 ຄົນ (ເອື້ອຍຕິດເຊື້ອເຮັດວຽກຢູ່ໂຮງງງານ ທຣີໂອ)
- ພະນັກງານໂຮງໝໍມິດຕະພາບ 1 ຄົນ (ພະຍາບານພະແນກສຸກເສີນ)
- ວິທະຍາຄານການແພດກອງທັບ 1 ຄົນ
- ຕະຫລາດທົ່ງຂັນຄຳ 35 ຄົນ
- ຕະຫລາດອົດຊີ 2 ຄົນ
- ຕະຫລາດທ່າງງອນ 3 ຄົນ
ສ່ວນ ທີ່ເຫລືອທີມງານກຳລັງສອບຖາມເອົາຂໍ້ມູນຕື່ມອີກ ລາຍລະອຽດຈະແຈ້ງຜ່ານທາງສື່ອອນລາຍພາຍຫລັງ.
- ຫລວງພະບາງ 29 ຄົນ
1) ເມືອງງອຍ ມີ 27 ຄົນ
- ບ້ານໜອງຂຽວ ມີ 21 ຄົນ (ອາຊີບ: ພະນັກງານແພດ 2 ຄົນ, ຊາວສວນ 12 ຄົນ, ພະນັກງານຕໍາຫລວດ 2 ຄົນ, ນັກຮຽນ 2 ຄົນ, ພະນັກງານບໍານານ 2 ຄົນ ແລະ ພະນັກງານເຮັດວຽກຢູ່ຫ້ອງການພາຍໃນ 1 ຄົນ)
- ບ້ານຫ້ວຍບໍ່ ມີ 3 ຄົນ (ທັງໜົດອາຊີບເປັນຊາວໄຮນາ)
- ບ້ານປາກບາກ ມີ 2 ຄົນ (ອາຊີບ: ພະນັກງານຄູ ແລະ ເດັກ)
- ບ້ານສົບຮຸນ ມີ 1 ຄົນ (ອາຊີບ: ກໍາມະກອນ)
2) ເມືອງນໍ້າບາກ (ບ້ານຂັນເທີງ ມີ 1 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ
3) ເມືອງວຽງຄໍາ (ບ້ານໂພນຄໍາ ມີ 1 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ
- ແຂວງວຽງຈັນ 12 ຄົນ: ຊື່ງ ກ່ຽວພັນ ກັບ ງານເຮືອນດີ ໃນ ອາທິດຜ່ານມາ:
1) ເມືອງໂພນໂຮງ ມີ 8 ຄົນ (ບ້ານນາໂພະລາດ ມີ 3 ຄົນ; ບ້ານໂພນໂຮງ ແລະ ບ້ານໂພນແກ້ວ ມີບ້ານລະ 02 ຄົນ; ບ້ານໂພນຫໍ ມີ 1 ຄົນ)
2) ເມືອງວັງວຽງ ມີ 4 ຄົນ (ບ້ານນາບອນ ມີ 2 ຄົນ; ບ້ານປາກເປະ ແລະ ບ້ານວຽງແກ້ວ ມີບ້ານລະ 1 ຄົນ)
- ບໍ່ແກ້ວ 7 ຄົນ: ເປັນ ກຳມະກອນ ຊາວມຽນມາ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ
- ຊຽງຂວາງ 1 ຄົນ:
- ບໍລິຄໍາໄຊ 3 ຄົນ:
1) ບ້ານສີວິໄລ, ເມືອງປາກຊັນ ມີລາຍງານ 2 ຄົນ ທັງໜົດເປັນຄອບຄົວດຽວກັນ ແລະ ກັກໂຕຢູ່ເຮືອນ ເຊິ່ງໄດ້ ສຳຜັດ ກັບຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 25 ກັນຍາ 2021.
2) ບ້ານທົ່ງນ້ອຍ, ເມືອງປາກຊັນ ມີລາຍງານ 1 ຄົນ ແລະ ກັກໂຕຢູ່ເຮືອນ ໄດ້ສໍາຜັດໃກ້ຊິດກັບຄົນ ຕິດເຊື້ອ ຜ່ານມາທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.
- ໄຊສົມບູນ 13 ຄົນ: ມາຈາກ ບ້ານຖໍ້າດິນ ເມືອງ ລ້ອງຊານ ພົວພັນ ກັບ ເຮືອນດີ
1) ບ້ານຖໍ້າດິນ, ເມືອງລ້ອງຊານ ມີ 12 ຄົນ ແລະ ສໍາຜັດໃກ້ຊິດກັບຄົນຕິດເຊື້ອຢູ່ບ້ານດຽວກັນ (ບ້ານຖໍ້າດິນ ທີ່ມາງານເຮືອນດີ) ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021
2) ບ້ານນໍ້າຄຸ້ຍ, ເມືອງລ້ອງຊານ ມີ 1 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ມາເຮືອນດີຢູ່ບ້ານຖໍ້າດິນ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021
- ຄຳມ່ວນ 19 ຄົນ: ໃນນັ້ນ 18 ຄົນ ຢູ່ເມືອງທ່າແຂກ ແລະ 1 ຄົນ ຢູ່ເມືອງເຊບັ້ງໄຟ
- ສາລະວັນ 1 ຄົນ: ບ້ານນາເຫລັກ, ເມືອງສາລະວັນ ທີ່ໄດ້ພົວພັນໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ ຊຶ່ງ ໄດ້ລາຍງານໃນວັນທີ 26 ກັນຍາ 2021.
- ສະຫວັນນະເຂດ 7 ຄົນ:
1) ບ້ານໂພນໄຊ, ນະຄອນໄກສອນ ມີ 5 ອົງ ແມ່ນ ນັກບວດ ຊຶ່ງໄດ້ພົວພັນໃກ້ຊິດກັບຄົນຜູ້ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 27 ກັນຍາ 2021.
2) ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 1 ຄົນ, ເຈົ້າໜ້າທີ່ ທະຫານ) ທີ່ໄດ້ພົວພັນໃກ້ຊິດກັບກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.
3) ບ້ານສະພານໃຕ້, ນະຄອນໄກສອນ ມີ 1 ຄົນ, ເປັນກຸ່ມສ່ຽງ ແລະ ຍັງບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ
- ຈໍາປາສັກ 16 ຄົນ:
1) ປາກເຊ 13 ຄົນ: ຈົວ 2 ອົງ, ໂຮງໝໍທະຫານແຂວງ 2 ຄົນ: (ທະຫານ 1 ຄົນ, ແພດທະຫານ 1 ຄົນ)
2) ບາຈຽງ 2 ຄົນ (ກຳມະກອນ ນິຄົມ 01 ຄົນ)
3) ໂພນທອງ 1 ຄົນ.