ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2

ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2 - 2fea29e8 5efc 47a0 a0b1 1dd577a99275 scaled - ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2
ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2 - Untitled design 1 - ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2

ວັນທີ 26 ກັນຍາ 2021, ມະຫາວິທະຍາໄລອອກຟອດຂອງອັງກິດໄດ້ເຜີຍແຜ່ຜົນການສຶກສາວິໄຈຫລ້າສຸດ ພົບວ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ເຮັດໃຫ້ປະຊາຊົນໃນຫລາຍປະເທດມີອາຍຸຄາດສະເລ່ຍ (Life Expectancy) ຫລື ຄ່າສະເລ່ຍອາຍຸໄຂ ຊ່ວງປີ 2020 ຫລຸດລົງຫລາຍທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2.

ການວິໄຈດັ່ງກ່າວຄວບຄຸມ 29 ປະເທດ ເຊິ່ງສ່ວນຫລາຍເປັນປະເທດພັດທະນາແລ້ວໃນເອີຣົບເຊັ່ນ: ສະເປນ, ຝຣັ່ງ, ສະວິດເຊີແລນ, ອອສເຕຣຍ, ອິຕາລີ, ເບລຢ້ຽມ, ອັງກິດ ລວມທັງອາເມລິກາ ແລະ ຊິລີ.

ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2 - Visit Laos Visit SALANA BOUTIQUE HOTEL - ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2

ໂດຍພົບວ່າມີ 27 ປະເທດ ທີ່ອາຍຸຄາດສະເລ່ຍຂອງປະຊາຊົນໃນປີ 2020 ຫລຸດລົງ ເຊິ່ງ 22 ປະເທດ ມີອາຍຸຄາດສະເລ່ຍຫລຸດລົງປະມານ 6 ເດືອນ ເມື່ອທຽບໃສ່ປີ 2019.

ຂະນະທີ່ປະຊາກອນຊາຍໃນກຸ່ມປະເທດເຫລົ່ານີ້ສ່ວນຫລາຍມີອາຍຸຄາດສະເລ່ຍຫລຸດລົງຫລາຍກວ່າຜູ້ຍິງ ໂດຍຊາຍຊາວອາເມລິກາໄດ້ຮັບຜົນກະທົບຈາກວິກິດໂຄວິດໜັກທີ່ສຸດ ເຮັດໃຫ້ອາຍຸຄາດສະເລ່ຍຫລຸດລົງເຖິງ 2,2 ປີ, ຮອງລົງມາແມ່ນຊາຍຊາວລິທົວເນຍທີ່ມີອາຍຸຄາດສະເລ່ຍຫລຸດລົງ 1,7 ປີ.

ນອກຈາກນີ້, ພົບວ່າປະຊາກອນຊາຍໃນ 11 ປະເທດ ແລະ ປະຊາກອນຍິງໃນ 8 ປະເທດ ມີອາຍຸຄາດສະເລ່ຍຫລຸດລົງຫລາຍກວ່າ 1 ປີ ເຊິ່ງທີມວິໄຈຊີ້ວ່າ: ການຫລຸດລົງຂອງອາຍຸຄາດສະເລ່ຍໃນປະເທດຕ່າງໆນັ້ນ ອາດມີການເຊື່ອມໂຍງກັບຕົວເລກຜູ້ເສຍຊີວິດຈາກໂຄວິດ ເຊິ່ງຮອດຕອນນີ້ ທົ່ວໂລກມີຈຳນວນຜູ້ເສຍຊີວິດຈາກໂຄວິດສະສົມແລ້ວຫລາຍກວ່າ 4,7 ລ້ານຄົນ.

ດຣ. ໂຮເຊ ມານູເອລ ອາບູໂຕ ໜຶ່ງໃນທີມວິໄຈ ແລະ ຜູ້ຂຽນນຳໃນການວິໄຈສະບັບນີ້ ກ່າວເຖິງຜົນກະທົບຈາກວິກິດໂຄວິດທີ່ເກີດຂຶ້ນກັບອາຍຸຄາດສະເລ່ຍ ໂດຍຊີ້ວ່າປັດຈຸບັນ ປະເທດເຫລົ່ານີ້ຕ້ອງໃຊ້ເວລາສະເລ່ຍປະມານ 5,6 ປີ ຈຶ່ງຈະເພີ່ມອາຍຸຄາດສະເລ່ຍຂອງປະຊາກອນໄດ້ປະມານ 1 ປີ ເຊິ່ງຄວາມພະຍາຍາມທັງໝົດຖືກລົບລ້າງໄປຈາກການແຜ່ລະບາດຂອງໂຄວິດໃນປີຜ່ານມາ.

ອ້າງອີງ:

https://www.reuters.com/business/healthcare-pharmaceuticals/covid-19-pandemic-cut-life-expectancy-by-most-since-world-war-two-study-2021-09-26/

ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2 - lattana banner - ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2
ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2 - lattana banner 1 - ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2
ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2 -    AD conten website - ຜົນວິໄຈຊີ້ ວິກິດໂຄວິດເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງປະຊາຊົນຫລາຍປະເທດຫລຸດລົງຫລາຍສຸດນັບແຕ່ສົງຄາມໂລກຄັ້ງທີ 2
error: Alert: ເນື້ອຫາຂ່າວມີລິຂະສິດ !!