ເຕືອນ!! ຢ່າຫລົງເຊື່ອການໂຄສະນາຂາຍຢາພື້ນເມືອງປົວໂຄວິດຂອງຕ່າງປະເທດທີ່ໂພສຂາຍຢູ່ຕາມສື່ອອນລາຍຕ່າງໆ
September 30, 2021 - 11:12 AM

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 30 ກັນຍາ 2021 ນີ້ວ່າ: ປັດຈຸບັນໄດ້ມີຜູ້ປະກອບການຫລາຍຄົນ ສວຍໂອກາດ ນໍາສິນຄ້າຢາພື້ນເມືອງຕ່າງປະເທດ ມາສະເໜີຂາຍຜ່ານຕະຫລາດສື່ສັງຄົມອອນລາຍ ຫລື ຊ່ອງທາງອື່ນພ້ອມທັງໂຄສະນາວ່າຢາຂອງຕົນນັ້ນມີປະສິດທິພາບໃນການປ້ອງກັນ ເສີມພູມຄຸ້ມກັນ ຫລື ປິ່ນປົວພະຍາດໂຄວິດ-19 ບໍ່ໃຫ້ລາມລົງປອດ. ດັ່ງນັ້ນຈຶ່ງແຈ້ງເຕືອນໃຫ້ສັງຄົມຮູ້ວ່າຢາທັງຫລາຍເຫລົ່ານັ້ນສວ່ນໃຫ່ຍບໍ່ໄດ້ຜ່ານການອະນຸມັດກະຊວງສາທາລະນະສຸກ.
ສະນັ້ນ, ຈຶ່ງຖືວ່າການປະກອບການແບບຜິດກົດໝາຍ ແລະ ເປັນການສວຍໂອກາດໃນພາວະວິກິດເຊັ່ນນີ້. ສະນັ້ນ ບັນດາທ່ານຈົ່ງມີສະຕິ ແລະ ຢ່າຫລົງເຊື່ອ ກົນລວງ ຂອງຜູ້ປະກອບການ.