ສັບພະຄຸນດີໆຂອງໝາກກອກນ້ຳ
September 30, 2021 - 10:00 AM

- ດອກເປັນຢາບຳລຸງທາດໃນຮ່າງກາຍ.
- ໝາກກອກນ້ຳມີລົດຊາດສົ້ມອົມຫວານ ເອົາມາດອງໃສ່ເກືອກິນ ຈະຊ່ວຍແກ້ອາການກະຫາຍນ້ຳໄດ້ດີ ແລະ ຊ່ວຍເຮັດ ໃຫ້ຊຸ່ມຊື່ນຄໍ.
- ໝາກກອກນ້ຳສາມາດກິນໜ່ວຍດິບໃຊ້ເປັນຢາໄລ່ຂີ້ກະເທີ່ໃນຮູຄໍ ແລະ ແກ້ອາການຄັນຄໍໄດ້.
- ດອກຂອງໝາກກອກນ້ຳໃຊ້ເປັນຢາແກ້ພິດ, ເລືອດດັງໄຫລ.
- ເມື່ອເອົາໝາກກອກນ້ຳໄປດອງ ຫລື ເຊື່ອມກິນ ຈະເປັນໝາກໄມ້ທີ່ຊ່ວຍໃນເລື່ອງການລະບາຍ ຫລື ການຂັບຖ່າຍ.
- ເປືອກຈາກຕົ້ນແຫ້ງໝາກກອກນ້ຳມີລົດຊາດຝາດ ກິນເປັນຢາເຢັນ ແກ້ອາການຮ້ອນໃນໄດ້ ແລະ ເອົາມາຊົງ ໃສ່ນ້ຳຮ້ອນດື່ມເປັນນ້ຳຊາເປັນຢາຟອກເລືອດຫລັງການເກີດລູກ ຫລື ຢູ່ກຳຂອງແມ່ຍິງໄດ້.
- ໝາກກອກນ້ຳມີລົດຊາດສົ້ມອົມຫວານເອົາມາຈ້ຳເກືອແຈ່ວ, ຈ້ຳນ້ຳປາກິນເປັນໝາກສົ້ມກໍແຊບ, ເອົາໄປດອງ ຫລື ເຊື່ອມໃສ່ນ້ຳຕານກໍໄດ້ ນິຍົມກິນເປັນຂອງກິນຫລິ້ນຍາມວ່າງ ໂດຍຄຸນຄ່າທາງໂພຊະນາການຂອງໝາກກອກນ້ຳໃນປະ ລິມານ 100 ກຣາມ ປະກອບໄປດ້ວຍພະລັງງານ 86 ກາລໍຣີ, ນ້ຳ 75,8 ກຣາມ, ໄຂມັນ 0,3 ກຣາມ, ຄາໂບໄຮເດຣດ 22,3 ກຣາມ, ໄຍອາຫານ 0,5 ກຣາມ, ໂປຣຕິນ 1 ກຣາມ, ວິຕາມິນ A 375 ໜ່ວຍສາກົນ, ວິຕາມິນ B1 0,09 ມິນລີກຣາມ, ວິຕາມິນ B2 0,05 ມິນລີກຣາມ, ວິຕາມິນ B3 0,04 ມິນລີກຣາມ, ວິຕາມິນ C 49 ມິນລີກຣາມ, ທາດການຊຽມ 14 ມິນລີກຣາມ, ຟົສຟໍ 35 ມິນລີກຣາມ ແລະ ທາດເຫລັກ 0,9 ມິນລີກຣາມ.
- ແກ່ນໝາກກອກນ້ຳອາດເອົາມາກັ່ນໄດ້ນ້ຳມັນ ຄ້າຍຄືກັບນ້ຳມັນໂອລີຟ Olive Oil ຂອງຝຣັ່ງ ແລະ ສາມາດເອົາສຸມໄຟ ໃຫ້ເປັນຖ່ານ ແລ້ວເອົາມາແຊ່ໃສ່ນ້ຳ ໃຊ້ດື່ມແກ້ຮ້ອນໃນ, ດື່ມແກ້ອາການຫອບ, ແກ້ສະເອິໄດ້ດີຫລາຍ.
- ໝາກກອກນ້ຳຊ່ວຍຫລຸດລະດັບນ້ຳຕານໃນເລືອດ, ຫລຸດໄຂມັນໃນເສັ້ນເລືອດ, ຊ່ວຍແກ້ອາການທ້ອງບິດ ແລະ ເປັນຢາ ລະບາຍອ່ອນໆ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກດີ, ຫລຸດບັນຫາອາການຂັບຖ່າຍຍາກໄດ້.
- ນ້ຳຄັ້ນຈາກໃບຕົ້ນໝາກກອກນ້ຳໃຊ້ເປັນຢາຢອດຫູ ແກ້ອາການເຈັບຫູໄດ້ດີ.
- ໃບອ່ອນ ຫລື ຍອດອ່ອນຂອງຕົ້ນໝາກກອກນ້ຳໃຊ້ກິນເປັນຜັກກັບໄດ້.
- ປະຊາຊົນນິຍົມປູກຕົ້ນໝາກກອກນ້ຳໄວ້ຕາມແຄມຮ່ອງສວນ ເພື່ອໃຫ້ຮາກຊ່ວຍຈັບດິນ ປ້ອງກັນຕາຝັ່ງເຈື່ອນຕາມແຄມ ຮ່ອງສວນໄດ້. ປັດຈຸບັນນິຍົມປູກໄວ້ເປັນໄມ້ໃຫ້ໝາກທາງເສດຖະກິດ ເພາະມີຜົນຜະລິດທີ່ສູງຢ່າງສະໝ່ຳສະເໝີ ແລະ ຂາຍໄດ້ລາຄາດີ, ແຕ່ກໍມີປະຊາຊົນບາງກຸ່ມນິຍົມປູກເປັນຕົ້ນໄມ້ປະດັບ ເພາະປູກງ່າຍ, ໃຫຍ່ໄວ, ມີຍອດເປັນຟຸ່ມມົນ ກ້ວາງ ແລະ ໂລ່ງ ອອກດອກດົກຂາວເຕັມຕົ້ນ.