5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ

5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ - 08 4 - 5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ
5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ - Untitled design 1 - 5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ

 

  1. ຊື່ສັດຕໍ່ກັນ : ສ້າງຄວາມສະບາຍໃຈໃຫ້ກັນທອງສອງຝ່າຍ ແນ່ນອນວ່າຄວາມຊື່ສັດນີ້ມັນຈະລວມໄປເຖິງທຸກໆເລື່ອງໃນ ຊີວິດຄູ່, ຢ່າຕົວະກັນ ເພາະທ່ານບໍ່ມີທາງຕົວະໄດ້ຢ່າງແນບນຽນໄປຕະຫລອດຊີວິດ ຄວາມລັບມັນບໍ່ມີໃນໂລກ ພຽງແຕ່ ວ່າມັນຈະຮູ້ຊ້າ ຫລື ໄວ ແລະ ເມື່ອຄົນຕົວະ ແລະ ຖືກຈັບໄດ້ເມື່ອໃດ ຄວາມໄວ້ວາງໃຈຂອງອີກຝ່າຍໃນໂຕທ່ານມັນຈະ ຕິດລົບ 10 ທັນທີ ແລ້ວມັນຈະໃຊ້ເວລາດົນຫລາຍກ່ວາຈະກູ້ຄວາມໜ້າເຊື່ອຖືຂອງທ່ານກັບຄືນມາໄດ້. ເມື່ອທ່ານຊື່ສັດຕໍ່ ກັນ, ສ້າງຄວາມສະບາຍໃຈໃຫ້ກັນ ແລະ ກັນ, ເອົາໃຈເຂົາມາໃສ່ໃຈເຮົາ ພຽງເທົ່ານີ້ຄອບຄົວນ້ອຍໆຂອງທ່ານກໍຈະມີ ຄວາມສຸກຫລາຍຍິ່ງຂຶ້ນ.
  2. ເປີດໃຈຕໍ່ກັນ : ເວົ້າທຸກຢ່າງ, ຮັບຟັງທຸກເລື່ອງ ອັນນີ້ສຳຄັນຫລາຍໆ ການທີ່ເຮົາແຕ່ງດອງກັບໃຜຈັກຄົນກໍຍ້ອນວ່າຄົນຜູ້ ນັ້ນເຂົາພິເສດກ່ວາໝູ່ສະໜິດຂອງເຮົາ, ລົມກັບໄດ້ທຸກເລື່ອງ, ເຂົາຮັບຟັງທຸກຢ່າງ, ຕອນຄົບຫາກັນເປັນແຟນເຂົາເປັນ ແບບນີ້ກັນທຸກຄູ່. ດັ່ງນັ້ນ, ຕອນເປັນຜົວເມຍກັນກໍຕ້ອງເຮັດແບບນີ້ຕໍ່ໄປ ຢ່າໄດ້ປ່ອຍຖິ້ມ ເພາະເລື່ອງນີ້ເປັນເລື່ອງສຳຄັນ ຮອງລົງມາຈາກຄວາມຊື່ສັດ. ການລົມກັນນີ້ຂໍຍ້ຳວ່າໃຫ້ລົມກັນແບບທຸກເລື່ອງແທ້ໆ ຈື່ໄວ້ວ່າຜົວເມຍແມ່ນບຸກຄົນໆດຽວ ກັນແລ້ວ ທ່ານບໍ່ຈຳເປັນຕ້ອງອາຍ ຫລື ລຳບາກໃຈທີ່ຈະເວົ້າ ຫລື ຟັງເລື່ອງລາວຂອງອີກຝ່າຍ ເພາະມັນຈະເປັນການດີ ທີ່ຈະເຮັດໃຫ້ທ່ານຮັກ ແລະ ເຂົ້າໃຈກັນຫລາຍຂຶ້ນ.
  3. ເອົາໃຈໃສ່ເລື່ອງລາວຂອງກັນ ແລະ ກັນ : ປຶກສາຫາລື ຊ່ວຍກັນແກ້ໄຂບັນຫາ ແລະ ອຸປະສັກ ເຊື່ອຫລືບໍ່ວ່າ ບໍ່ມີໃຜມັກທີ່ ເວລາຕົນເອງເວົ້າແລ້ວບໍ່ມີໃຜເອົາໃຈໃສ່ຟັງ ແລະ ສິ່ງສຳຄັນຫລາຍໆຄື ເມື່ອອີກຝ່າຍມີບັນຫາ ຫລື ອຸປະສັກເຂົ້າມາ ທ່ານບໍ່ຄວນຕຳໜິ, ທັບຖົມ, ແຕ່ຄວນຈະປ່ຽນເປັນການແນະນຳ, ຊ່ວຍຄິດ ແລະ ຊ່ວຍແກ້ບັນຫາທີ່ເກີດຂຶ້ນຈະດີກ່ວາ. ບູ ຮານວ່າໄວ້ ສອງຫົວດີກ່ວາຫົວດຽວ ໝາຍເຖິງການຊ່ວຍກັນຄິດ ຊ່ວຍກັນເຮັດ ດີກ່ວາການເຮັດຫຍັງເອງຄົນດຽວ ຕອນ ນີ້ທ່ານມີຄູ່ຄິດແລ້ວ ຕ້ອງຮ່ວມມືກັນ ບັນຫາທີ່ໜັກກໍຈະແກ້ໄຂໄດ້ງ່າຍຂຶ້ນຫລາຍ ນີ້ກໍເປັນອີກເລື່ອງໜຶ່ງທີ່ຈະເຮັດໃຫ້ຊີວິດ ຄອບຄົວຂອງທ່ານມີຄວາມສຸກຂຶ້ນໄດ້ຄືກັນ.
  4. ຊ່ວຍເຫລືອ, ຮ່ວມມື, ແບ່ງເບົາ : ທຸກຄົນໃນເຮືອນມີໜ້າທີ່, ມີຄວາມຮັບຜິດຊອບ, ຜົວເມຍຍຸກໃໝ່ເຮັດວຽກຫາເງິນນອກ ເຮືອນ ເມື່ອກັບເຂົ້າມາໃນເຮືອນກໍຍັງມີວຽກເຮືອນລໍຖ້າຢູ່ ແນ່ນອນວ່າຖ້າທ່ານບໍ່ມີແມ່ບ້ານ ຫລື ຄົນຮັບໃຊ້ໃນເຮືອນ ແລ້ວ ວຽກທັງໝົດນີ້ຈະເປັນຂອງທ່ານສອງຄົນ ການຊ່ວຍເຫລືອກັນບໍ່ແມ່ນແຕ່ສະເພາະວຽກເຮືອນເທົ່ານັ້ນ, ແຕ່ຖ້າມີ ເລື່ອງອື່ນໃດທີ່ພໍຈະຊ່ວຍກັນຈັບບາຍໄດ້ມັນຈະເປັນເລື່ອງທີ່ດີຫລາຍ ເພາະເທົ່າກັບວ່າທ່ານມີກິດຈະກຳຮ່ວມກັນ, ໄດ້ຕື່ມ ຄວາມຮັກຄວາມເອົາໃຈໃສ່ໃຫ້ກັນ ແລະ ກັນຫລາຍຂຶ້ນ. ສຸພາສິດເພິ່ນວ່າ ຜົວຫາບເມຍຄອນ ໝາຍເຖິງການຊ່ວຍເຫລືອ ເກື້ອກູນກັນໃນທຸກໆເລື່ອງ ເທົ່ານີ້ຊີວິດຄູ່ຂອງທ່ານກໍເລີ່ມທີ່ຈະເປັນໜ້າອິດສາຫລາຍຂຶ້ນຕື່ມແລ້ວ.
  5. ປະຢັດ, ເກັບທ້ອນ, ວາງແຜນການເງິນ : ຂໍ້ນີ້ກໍສຳຄັນຫລາຍ ທ່ານຈະໃຊ້ຊີວິດຕາມໃຈຕົນເອງ, ທ່ຽວຫລິ້ນຈົນລືມວາງ ແຜນການເງິນບໍ່ໄດ້ ມັນເປັນການປະໝາດກັບຊີວິດຫລາຍໆ ແຜນການເງິນໃນຊີວິດເປັນເລື່ອງສຳຄັນຫລາຍທີ່ສຸດ ທີ່ຈະ ເຮັດໃຫ້ຊີວິດຄູ່ຂອງທ່ານດຳເນີນຕໍ່ໄປໄດ້ຢ່າງມີຄວາມສຸກ. ເງິນຄ່າດອງທີ່ໄດ້ຮັບມາຈາກພໍ່ແມ່ ພວກທ່ານຈະເຮັດແນວ ໃດ ? ຝາກທະນາຄານ ? ລົງທຶນ ? ຫລື ຈະເອົາໄປເຮັດຫຍັງ ? ຮັນນີມູນໃນປະເທດ ? ຫລື ຕ່າງປະເທດ ? ວາງແຜນ ການເງິນໄປເຖິງລູກໆທີ່ຈະເກີດມາຫລືຍັງ ? ທ່ານເຄີຍຊື້ປະກັນຊີວິດໄວ້ຫລືບໍ່ ? ສິ່ງເຫລົ່ານີ້ແມ່ນຄຳຖາມທີ່ຕ້ອງການ ຄຳຕອບຈາກຊີວິດຄູ່ຂອງທ່ານທັງສອງ. ເພື່ອຄວາມໝັ້ນຄົງ ແລະ ບໍ່ປະໝາດໃນຊີວິດ ການບໍລິຫານການເງິນທີ່ດີຄື ໂຕ ຢ່າງເງິນເດືອນ 10 ລ້ານກີບ ໃຫ້ທ້ອນ 1,5 ລ້ານກີບ, 3,5 – 4 ລ້ານກີບໃຊ້ໜີ້, 3 ລ້ານເງິນໃຊ້ສ່ວນໂຕ, ທ່ອງທ່ຽວ ແລະ ບັນເທີງ 1,5 ລ້ານກີບ ລວມທັງໝົດ 10 ລ້ານກີບພໍດີ, ແຕ່ຖ້າກໍລະນີທີ່ທ່ານມີເງິນກູ້ຢືມ ຫລື ໜີ້ສິນເກີນ 3,5 ຫລື 4 ລ້ານກີບ ໂຕເລກທີ່ຈະຕ້ອງຕັດອອກກໍຈະເປັນທ່ອງທ່ຽວ ແລະ ບັນເທີງ ບໍ່ແມ່ນຕັດສ່ວນທີ່ເປັນເງິນທ້ອນ ເພາະເງິນທ້ອນ ມີຄວາມສຳຄັນຫລາຍສຳລັບອະນາຄົດຂອງທ່ານທັງສອງ. ແນວໃດກໍດີ, ທຸກຄົນຍ່ອມມີພື້ນທີ່ສ່ວນໂຕ, ຢ່າລືມແບ່ງພື້ນ ທີ່ສ່ວນໂຕໃຫ້ແກ່ກັນ ແລະ ກັນແດ່ ເພື່ອຕື່ມເຕັມຊີວິດຂອງອີກຝ່າຍໃຫ້ມີຄວາມສຸກຢ່າງສົມບູນແບບ.
5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ - lattana banner 1 - 5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ
5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ -    AD conten website - 5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ
5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ - lattana banner - 5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ
5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ - Visit Laos Visit SALANA BOUTIQUE HOTEL - 5 ແນວທາງ ເຕັກນິກການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ
error: Alert: ເນື້ອຫາຂ່າວມີລິຂະສິດ !!