ປກສ ເມືອງຈັນທະບູລີ ສຶກສາອົບຮົມ ແລະ ປັບໄໝກຸ່ມຕັ້ງວົງຊຸມແຊວເຫລົ້າ-ເບຍ ຢູ່ອາພາດເມັ້ນ
October 2, 2021 - 11:35 AM

ເວລາ 1:30 ໂມງກາງຄືນ ຂອງວັນທີ 25 ກັນຍາ 2021 ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ, ສນ 1191, ປກສ ກຸ່ມ 5 ໜອງທາ ແລະ ອົງການປົກຄອງບ້ານ ໄດ້ລົງແກ້ໄຂກຸ່ມຕັ້ງວົງຊຸມແຊວ ຢູ່ອາພາດເມັ້ນເຄເອສ໌ ຕັ້ງຢູ່ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພົບເຫັນໄວລຸ້ນ ຈໍານວນ 16 ຄົນ ຍິງ 5 ຄົນ. ຈຶ່ງໄດ້ຊີນຂຶ້ນຫ້ອງການ ເຮັດບົດບັນທຶກສຶກສາອົບຮົມ ແລະ ປັບໄໝຕາມຄຳສັ່ງເລກທີ 016/ຈນວ ກຳນົດໄວ້.
ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ຮຽກຮ້ອງມາຍັງທຸກພາກສ່ວນເປັນເຈົ້າການປະຕິບັດ ສິດ-ພັນທະຂອງຕົນປະກອບສ່ວນ ເຂົ້າໃນວຽກງານຮັກສາຄວາມສະຫງົບ ຖ້າພົບເຫັນປະກົດການທີ່ເປັນໜໍ່ແໜງທີ່ຜິດຕໍ່ກົດໝາຍ ໃຫ້ລາຍງານ, ສົ່ງຂໍ້ຄວາມ, ຮູບພາບ, ວິດີໂອ, ສຽງ ແລະ ຫຼັກຖານອື່ນໆ ມາຍັງທາງວັອດແອັບເບີ 02028899774 ຮັບແຈ້ງຕະຫລອດ 24 ຊົ່ວໂມງ ເພື່ອຮ່ວມແຮງຮ່ວມໃຈກັນ ປ້ອງກັນ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມເປັນວົງກວ້າງ.