ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ

ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ - 14000711000183 Test PhotoN - ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ
ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ - Untitled design 1 - ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ

ວັນທີ 2 ຕຸລາ 2021, ປະຊາຊົນຊາວບຣາຊິວລວມຕົວປະທ້ວງຄັ້ງໃຫຍ່ໃນ 160 ກວ່າເມືອງທົ່ວປະເທດ ຮຽກຮ້ອງໃຫ້ທ່ານ ຢາອີ ໂບລໂຊນາຣູ ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ ຫລັງພົວພັນກັບການທຸຈະລິດວັກຊີນ, ບໍລິຫານປະເທດຜິດພາດ ໂດຍສະເພາະວິກິດໂຄວິດທີ່ຂ້າຊີວິດຄົນໃນບຣາຊິວໄປແລ້ວເກືອບ 6 ແສນຄົນ, ມີຜູ້ຕິດເຊື້ອສະສົມສູງກວ່າ 21,45 ລ້ານຄົນທົ່ວປະເທດ ຫລາຍທີ່ສຸດເປັນອັນດັບທີ 3 ຂອງໂລກ ຮອງຈາກອາເມລິກາ ແລະ ອິນເດຍ.

ການປະທ້ວງດັ່ງກ່າວໄດ້ຮັບການສະໜັບສະໜູນຈາກພັກຝ່າຍຄ້ານ ແລະ ສະຫະພາບການຄ້າ ປຸກກະແສຕໍ່ຕ້ານທ່ານ ໂບລໂຊນາຣູ ຂຶ້ນມາຢ່າງຕໍ່ເນື່ອງໃນຫລາຍເດືອນຜ່ານມາ ມີການຍື່ນຄຳຮ້ອງໃຫ້ມີການພິຈາລະນາຖອດຖອນທ່ານ ໂບລໂຊນາຣູ ອອກຈາກຕຳແໜ່ງຜູ້ນຳປະເທດ. ຂະນະທີ່ສານສູງບຣາຊິວໄດ້ເລີ່ມຕົ້ນການສືບສວນ. ກ່ອນໜ້າທີ່ບຣາຊິວຈະຈັດການເລືອກຕັ້ງທົ່ວໄປຂຶ້ນໃນເດືອນຕຸລາ 2022.

ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ

ວັລໂດ ໂອລິເວຍຣາ ໜຶ່ງໃນຊາວບຣາຊິວທີ່ຮ່ວມສະແດງຈຸດຢືນຮຽກຮ້ອງໃຫ້ທ່ານ ໂບລໂຊນາຣູ ລົງຈາກຕຳແໜ່ງ ລະບຸວ່າ: “ປະທານາທິບໍດີຄົນນີ້ຄືຕົວແທນທີ່ສະທ້ອນເຖິງທຸກສິ່ງທຸກຢ່າງທີ່ຖອຍຫລັງກັບໃນປະຊາຄົມໂລກ, ມີຄວາມຫິວໂຫຍ, ຄວາມທຸກຍາກ, ການສໍ້ລາດບັງຫລວງ ແລະ ພວກເຮົາອອກມາບ່ອນນີ້ມື້ນີ້ເພື່ອປົກປ້ອງປະຊາທິປະໄຕ”.

ໂດຍປັດຈຸບັນ ທ່ານ ໂບລໂຊນາຣູ ກຳລັງຜະເຊີນວິກິດທາງການເມືອງຄັ້ງໃຫຍ່ ສົ່ງຜົນໃຫ້ລະດັບຄະແນນຄວາມນິຍົມທ່ານຫລຸດຕໍ່າລົງຫລາຍ. ຜົນສຳຫລວດຫລ້າສຸດຂອງ Atlas Institute ຊີ້ວ່າ: ປະຊາຊົນຊາວບຣາຊິວປະມານ 61% ທີ່ຕອບຜົນສຳຫລວດສະແດງຄວາມຄິດເຫັນ ເບິ່ງວ່າ ຜົນງານລັດຖະບານບຣາຊິວໃນປັດຈຸບັນຢູ່ໃນເກນບໍ່ດີ ເຊິ່ງເພີ່ມຂຶ້ນຈາກ 21% ຈາກໄລຍະທີ່ທ່ານ ໂບລໂຊນາຣູ ເຂົ້າຮັບຕຳແໜ່ງປະທານາທິບໍດີບຣາຊິວຄັ້ງທຳອິດໃນເດືອນມັງກອນ 2019.

ອ້າງອີງ:

ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ - lattana banner 1 - ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ
ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ - lattana banner - ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ
ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ -    AD conten website - ປະຊາຊົນລວມຕົວປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ປະທານາທິບໍດີບຣາຊິວ ລາອອກຈາກຕຳແໜ່ງ
error: Alert: ເນື້ອຫາຂ່າວມີລິຂະສິດ !!