ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ

ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ - c9a67805 3297 48e0 bebd 60986bab3b3d - ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ
ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ - Untitled design 1 - ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ

ຜູ້ບໍລິຫານໄບໂອເອັນເທັກເຊື່ອວ່າວັກຊີນຊະນິດໃໝ່ຍັງບໍ່ຈຳເປັນໃນປີນີ້, ແຕ່ກາງປີໜ້າອາດຕ້ອງໃຊ້ ເພາະໄວຣັສມີການກາຍພັນຢ່າງຕໍ່ເນື່ອງ.

ວັນທີ 3 ຕຸລາ 2021, ເວັບໄຊໄຟແນນຊຽວທາມ (Financial Times) ລາຍງານການສຳພາດຂອງທ່ານ ອູເກີ ຊາຮິນ ຜູ້ບໍລິຫານຂອງໄບໂອເອັນເທັກ (BioNTech) ບໍລິສັດສັນຊາດເຢຍລະມັນ ຜູ້ພັດທະນາວັກຊີນປ້ອງກັນພະຍາດໂຄວິດ-19 ຮ່ວມກັບໄຟເຊີ (Pfizer) ທີ່ອອກມາຄາດການວ່າ: ອາດຕ້ອງມີການພັດທະນາວັກຊີນສູດໃໝ່ເພື່ອນຳມາໃຊ້ໃນຊ່ວງກາງປີໜ້າ ເພື່ອປົກປ້ອງມະນຸດຈາກໄວຣັສກາຍພັນ.

ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ - Visit Laos Visit SALANA BOUTIQUE HOTEL - ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ

ທ່ານ ຊາຮິນ ກ່າວວ່າ: ໃນປີນີ້ ວັກຊີນສູດໃໝ່ຍັງບໍ່ມີຄວາມຈຳເປັນ ເຖິງວ່າສາຍພັນໃນປັດຈຸບັນຈະແຜ່ໄດ້ງ່າຍຂຶ້ນ, ແຕ່ຍັງບໍ່ແຕກຕ່າງຈາກສາຍພັນເກົ່າຈົນເຮັດໃຫ້ວັກຊີນບໍ່ສາມາດຮັກສາປະສິດທິພາບໄດ້, ແຕ່ພາຍໃນກາງປີໜ້າ ສະຖານະການອາດຈະຕ່າງອອກໄປ.

ໂດຍໄວຣັສຈະຍັງຢູ່ ແລະ ມັນຈະປັບຕົວໄປຫລາຍກວ່ານີ້ ບໍ່ມີເຫດຜົນໃດທີ່ຈະຄາດເດົາວ່າໄວຣັສລຸ້ນຕໍ່ໄປນັ້ນສາມາດຮັບມືໄດ້ງ່າຍຂຶ້ນ ນີ້ຄືການວິວັດທະນາການຢ່າງຕໍ່ເນື່ອງ ແລະ ການວິວັດທະນານັ້ນຫາກໍເລີ່ມຕົ້ນຂຶ້ນ.

ເຖິງວ່າການສັກວັກຊີນກະຕຸ້ນຈະສາມາດຊ່ວຍຮັບມືການກາຍພັນຫລັກໆໄດ້, ແຕ່ໃນທີ່ສຸດ ໄວຣັສຈະກາຍພັນຈົນສາມາດຫລີກລ່ຽງການຕອບສະໜອງຂອງພູມຕ້ານທານທີ່ເກີດຈາກວັກຊີນໄດ້.

ຜູ້ບໍລິຫານຂອງໄບໂອເອັນເທັກເຊື່ອວ່າ: ພາຍໃນປີໜ້າ ການກະຈາຍວັກຊີນຈະແບ່ງເປັນ 2 ທາງຫລັກໆ ຄືການສັກກະຕຸ້ນໃຫ້ຜູ້ທີ່ໄດ້ຮັບວັກຊີນແລ້ວ ກັບການພະຍາຍາມສັກໃຫ້ຜູ້ທີ່ຍັງບໍ່ສາມາດເຂົ້າເຖິງໄດ້.

ເຖິງວ່າຫລາຍປະເທດໃນກຸ່ມກຳລັງພັດທະນາ ແລະ ອົງກອນຊ່ວຍເຫລືອຕ່າງໆ ຈະອອກມາກົດດັນໃຫ້ມີການແບ່ງປັນສິດທິບັດເພື່ອໃຫ້ສາມາດຜະລິດວັກຊີນໄດ້ເພີ່ມຂຶ້ນ, ແຕ່ທ່ານ ຊາຮິນ ໄດ້ສະແດງຄວາມບໍ່ເຫັນພ້ອມກັບແນວຄິດດັ່ງກ່າວ ແລະ ເຊື່ອວ່າຈະເຮັດໃຫ້ເກີດຄວາມສ່ຽງໃນດ້ານການຄວບຄຸມຄຸນນະພາບຂຶ້ນມາ.

ຂະນະທີ່ ອັລເບິດ ເບີລາ ຜູ້ບໍລິຫານຂອງໄຟເຊີ ເຄີຍອອກມາປະຕິເສດແນວຄິດດັ່ງກ່າວເຊັ່ນກັນ ໂດຍໃຫ້ເຫດຜົນວ່າ: ການແບ່ງປັນສິດທິບັດໃຫ້ໃຊ້ໃນວົງກວ້າງ ຈະສົ່ງຜົນໃຫ້ບໍລິສັດໃຫຍ່ບໍ່ກ້າຈະລົງທຶນໃນນະວັດຕະກຳແບບນີ້ອີກໃນອະນາຄົດ.

ອ້າງອີງ:

https://www.ft.com/…/d88457da-6bbc-4f07-82a6-4738aa845492

ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ - lattana banner 1 - ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ
ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ -    AD conten website - ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ
ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ - lattana banner - ຜູ້ບໍລິຫານຂອງໄບໂອເອັນເທັກປະເມີນ ໂລກອາດຕ້ອງການວັກຊີນສູດໃໝ່ ເພື່ອຮັບມືເຊື້ອກາຍພັນກາງປີໜ້າ
error: Alert: ເນື້ອຫາຂ່າວມີລິຂະສິດ !!