ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ

ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - d0ae3030 aea9 46a7 b6fd 6e006601d960 - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ
ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - kitchen vibe - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ

ເພື່ອເຮັດໃຫ້ວຽກງານຂະແໜງການເງິນຢູ່ແຂວງບໍ່ແກ້ວໂດຍສະເພາະວຽກງານພາສີປະຈໍາແຂວງ, ວຽກງານສ່ວຍສາອາກອນ, ມີຄວາມເຂັ້ມແຂງຮອບດ້ານ ແລະ ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່.

ໃນວັນທີ 1 ຕຸລາ 2021 ທີ່ພະແນກການເງິນແຂວງບໍ່ແກ້ວ, ໄດ້ປະກາດການຈັດຕັ້ງພາສີປະຈໍາແຂວງ ແລະ ປະກາດການຈັດຕັ້ງຮອງຫົວໜ້າສ່ວຍສາອາກອນປະຈຳແຂວງບໍ່ແກ້ວຂຶ້ນ, ໂດຍການເປັນປະທານຂອງທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ,ທເລຂາພັກແຂວງເຈົ້າແຂວງໆບໍ່ແກ້ວ, ມີຫົວໜ້າ-ຮອງພະແນກການເງິນແຂວງ, ບັນດາພະແນກການທີ່ກຽວຂ້ອງອ້ອມຂ້າງແຂວງ, ພະນັກງານຫຼັກແຫຼ່ງຂົງເຂດການເງິນຂອງແຂວງເຂົ້າຮ່ວມ.

ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ
ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ

ໃນພິທີດັ່ງກ່າວ, ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າພາສີປະຈຳແຂວງ, ຫົວໜ້າດ່ານພາສີສາກົນ, ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ; ລັດຖະມົນຕີກະຊວງການເງິນເຫັນດີຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ເປັນຫົວໜ້າພາສີປະຈໍາແຂວງບໍ່ແກ້ວ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ບຸນມີ ວົງຈິນດາ ຫົວໜ້າດ່ານພາສີສາກົນສາມຫຼ່ຽມຄໍາ ເປັນຮອງຫົວໜ້າພາສີປະຈໍາແຂວງບໍ່ແກ້ວ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສົມຫວັງ ພັນທະວົງ ຫົວໜ້າຂະແໜງຂອງກົມພາສີ ເປັນຮອງຫົວໜ້າພາສີປະຈໍາແຂວງບໍ່ແກ້ວ; ຍົກຍ້າຍທ່ານ ສັນສຸສິນ ວົງສາທອນ ຮອງຫົວໜ້າກອງຄຸ້ມຄອງພາສີ I, ຫົວ ໜ້າກອງກວດກາພາສີປະຈໍາແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ຢູ່ພະແນກການເງິນຂອງແຂວງ; ຍົກຍ້າຍທ່ານ ລໍາພອນ ຊາພັກດີ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວມາຮັບໜ້າທີ່ໃໝ່ຢູ່ກົມພາສີ ກະຊວງການເງິນ.

ລັດຖະມົນຕີກະຊວງການເງິນເຫັນດີຕົກລົງແຕ່ງຕັ້ງທ່ານ ຄໍາຜາຍ ຈັນນີຍະວົງ ເປັນຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV; ແຕ່ງຕັ້ງທ່ານ ຍັນທະໂຍ ດວງມະນີ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສຸກກະເສີມ ທອງບົວສີ ຮອງຫົວໜ້າກອງກວດກາພາສີປະຈໍາແຂວງບໍ່ແກ້ວ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV;ຍົກກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສາຄອນ ດວງມາລາ ຫົວໜ້າຂະແໜງກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຄໍາແດງ ທໍາມະແສງ ຫົວໜ້າດ່ານພາສີທ້ອງຖິ່ນປາງໄຮ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ.

ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຖະໜອມຈິດ ໄຊຍະໂວຫານ ຮອງຫົວໜ້າດ່ານພາສີສາກົນບ້ານມອມ ເປັນຫົວໜ້າດ່ານພາສີສາກົນສາມຫຼ່ຽມຄໍາ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຄໍາແປງ ສິດປັນຍາ ຫົວໜ້າດ່ານພາສີທ້ອງຖິ່ນຫ້ວຍຊາຍ ເປັນຮອງຫົວໜ້າດ່ານພາສີສາກົນສາມຫຼ່ຽມຄໍາ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສັນລະເສີນ ສີລາວົງ ຮອງຫົວ ໜ້າກອງກວດກາພາສີປະຈໍາແຂວງບໍ່ແກ້ວ ເປັນຫົວໜ້າດ່ານພາສີສາກົນບ້ານມອມ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ວິລະ ພົງສະຫວັດ ຮອງຫົວໜ້າດ່ານພາສີສາກົນສາມຫຼ່ຽມຄໍາ ເປັນຮອງຫົວໜ້າດ່ານພາສີສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ປະກາດແຕ່ງຕັ້ງຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ໂດຍເຫັນດີແຕ່ງຕັ້ງທ່ານ ພັດສະດານ ພັນດານຸວົງ ຫົວໜ້າຂະແໜງ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈຳແຂວງບໍ່ແກ້ວ.

ໂອກາດນີ້, ທ່ານ ປອ ບົວຄົງ ນາມມະວົງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ແນະນໍາ, ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ການຍົກຍ້າຍແຕ່ງຕັ້ງໃນຄັ້ງນີ້, ເພື່ອເຮັດການຈັດຕັ້ງປະຕິບັດວຽກງານວິຊາສະເພາະດີຂຶ້ນເລື່ອຍໆ, ສືບຕໍ່ໜ້າທີ່ວິຊາສະເພາະໃຫ້ມີຄຸນນະພາບຍົກສູງຄວາມຮັບຜິດຊອບ, ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ ແລະ ໄປສູ່ຄຸນນະພາບ, ກໍາແໜ້ນແນວທາງແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ມີສະຕິຕໍ່ການຈັດຕັ້ງເຂັ້ມງວດໃຫ້ຢູ່ໃນລະບຽບກົດໝາຍ, ມີຈັນຍາບັນ ຈັນຍາທໍາ, ມີຄວາມໂປ່ງໃສ, ສັດຊື່ບໍລິສຸດຕໍ່ໜ້າທີ່ວຽກງານ ແລະ ຖືຜົນປະໂຫຍດສ່ວນລວມຫຼາຍກວ່າຜົນປະໂຫຍດສ່ວນຕົວ, ເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດໃນການນໍາພາຄຸ້ມຄອງພະນັກງານທາງດ້ານລະບຽບຫຼັກການ ແລະ ພາສາຕ່າງປະເທດ,ຕັ້ງໜ້າປະຕິບັດກົນໄກປະສານງານສົມທົບກັບທຸກພາກສ່ວນໃຫ້ເປັນເອກະພາບກັນ ແລະໄປລວງດຽວກັນໃນການຈັດຕັ້ງປະຕິບັດໜ້າທີ່ໃນບົນຫຼັກການເພື່ອພ້ອມກັນປະຕິບັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດ.

ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - 5 - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ
ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - 4 - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ
ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ - 3 - ແຂວງບໍ່ແກ້ວປະກາດການຈັດຕັ້ງພາສີປະຈຳແຂວງ ແລະ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງ