ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ

ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ - 15d39cdde142232907cd9c14e776c4db - ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ
ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ - Untitled design 1 - ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ

ສາຍດ່ວນລະຫວ່າງສອງເກົາຫລີຖືກເຊື່ອມຕໍ່ກັນອີກ ໂດຍ ສປປ ເກົາຫລີ ຕັ້ງເງື່ອນໄຂຂອງການຕໍ່ສາຍວ່າ: ຂຶ້ນຢູ່ກັບທັດສະນະຄະຕິຂອງ ສ.ເກົາຫລີ ເອງ.

ວັນທີ 4 ຕຸລາ 2021, ສຳນັກຂ່າວບີບີຊີ (BBC) ລາຍງານວ່າ: ເຈົ້າໜ້າທີ່ຂອງ ສປປ ເກົາຫລີ ແລະ ສ.ເກົາຫລີ ມີການຕໍ່ສາຍເຈລະຈາກັນເປັນຄັ້ງທຳອິດນັບແຕ່ເດືອນສິງຫາ ຫລັງຈາກໂທລະສັບສາຍດ່ວນຂອງທັງສອງປະເທດໄດ້ຮັບການເຊື່ອມຕໍ່ກັນອີກ.

ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ

ກະຊວງລວມຊາດຂອງ ສ.ເກົາຫລີ ເປັນຜູ້ທີ່ອອກມາຢືນຢັນການຕໍ່ສາຍດ່ວນຄັ້ງນີ້ ໂດຍລັດຖະບານປະເມີນວ່າເປັນຈຸດເລີ່ມຕົ້ນຂອງການຟື້ນຟູການພົວພັນ ຫລັງຈາກຜ່ານມາຕົກຢູ່ໃນສະຖານະການເຄັ່ງຕຶງເລື້ອຍໆ.

ຂໍ້ສະເໜີດັ່ງກ່າວມາຈາກທ່ານ ກິມຈອງອຸນ ຜູ້ນຳ ສປປ ເກົາຫລີ ທີ່ກ່າວໃນສະພາວ່າ: ຕ້ອງການກັບມາເຈລະຈາກັນຜ່ານສາຍດ່ວນອີກແບບມີເງື່ອນໄຂ ເຊິ່ງ ສປປ ເກົາຫລີ ຍັງໄດ້ກ່າວວ່າ: ການຟື້ນຟູການພົວພັນຄັ້ງນີ້ຂຶ້ນຢູ່ກັບທັດສະນະຄະຕິຂອງ ສ.ເກົາຫລີ ເອງ.

ສາຍດ່ວນລະຫວ່າງສອງເກົາຫລີຖືກຕັດ ແລະ ເຊື່ອມຕໍ່ຫລາຍເທື່ອ ໂດຍໃນປີ 2020 ສປປ ເກົາຫລີ ໄດ້ມີການຕັດສັນຍານໄປ ຫລັງຈາກເຫດການທີ່ພວກເຂົາລະເບີດອາຄານສຳນັກງານທີ່ກໍ່ສ້າງຂຶ້ນມາເພື່ອການສື່ສານຖິ້ມ.

ຂະນະທີ່ໃນເດືອນສິງຫາຂອງປີນີ້, ສາຍດ່ວນຖືກເຊື່ອມຕໍ່ກັບມາອີກ ແຕ່ຢູ່ໄດ້ບໍ່ດົນ ເມື່ອ ສປປ ເກົາຫລີ ຕັດສິນໃຈຕັດສັນຍານອີກ ເນື່ອງຈາກຄວາມບໍ່ພໍໃຈໃນພາລະກິດຝຶກຊ້ອມຮ່ວມລະຫວ່າງກອງທັບອາເມລິກາ ແລະ ສ.ເກົາຫລີ.

ການເຊື່ອມສາຍດ່ວນອີກຖືເປັນຂ່າວດີທີ່ເກີດຂຶ້ນໃນຊ່ວງທີ່ ສປປ ເກົາຫລີ ມີການທົດລອງລູກສອນໄຟຢ່າງຕໍ່ເນື່ອງ 4 ຄັ້ງໃນຊ່ວງເວລາໄລ່ລຽງກັນ ເຊິ່ງເຮັດໃຫ້ນາໆຊາດເກີດຄວາມກັງວົນວ່າສະຖານະການຈະມີຄວາມເຄັ່ງຕຶງຂຶ້ນ.

ອ້າງອີງ:

https://www.bbc.com/news/world-asia-58784306

ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ -    AD conten website - ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ
ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ - lattana banner - ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ
ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ - lattana banner 1 - ສ.ເກົາຫລີ ຢືນຢັນເປີດນຳໃຊ້ ສາຍດ່ວນເຊື່ອມ ສປປ ເກົາຫລີ ຫວັງເປັນຈຸດເລີ່ມຟື້ນຟູການພົວພັນ
error: Alert: ເນື້ອຫາຂ່າວມີລິຂະສິດ !!