ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້

ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້ - 120690737 brainshrinkgettyimages - ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້
ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້ - Untitled design 1 - ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້

ດັ່ງທີ່ຮູ້ກັນດີແລ້ວວ່າ: ຜູ້ຕິດເຊື້ອໂຄວິດ-19 ມັກຕ້ອງທົນທໍລະມານນຳອາການປະຫລາດຕ່າງໆ ລວມທັງພາວະອ່ອນເພຍ ແລະ ຫົວສະໝອງມືນງົງໄປຫລາຍເດືອນ ເຖິງວ່າຈະຜ່ານການປິ່ນປົວຈົນຮ່າງກາຍປອດເຊື້ອໄວຣັສໄປແລ້ວກໍຕາມ ເຊິ່ງນັ້ນເປັນຜົນມາຈາກການທີ່ເນື້ອເຍື່ອຂອງອະໄວຍະວະບາງສ່ວນຖືກທຳລາຍໄປ.

ຫລ້າສຸດ ດຣ. ເຈສສິກາ ເບີນາດ ນັກວິໄຈຈາກມະຫາວິທະຍາໄລເທັກຊັສເອແອນເອັມຂອງອາເມລິກາ ອອກມາຕັ້ງຂໍ້ສັນນິຖານຜ່ານບົດຄວາມໃນເວັບໄຊ The Conversation ວ່າ: ໂຄວິດອາດສົ່ງຜົນກະທົບໃນລະດັບເລິກ ໂດຍເລັ່ງຂະບວນການເຖົ້າຂອງຄົນນຳ ເຫັນໄດ້ຈາກສະໝອງຂອງຜູ້ຕິດເຊື້ອໂຄວິດ-19 ທີ່ຫາຍດີແລ້ວ ຈະເກີດການສູນເສຍຊີ້ນສະໝອງສີເທົາ (grey matter) ຈົນຫົດຕົວນ້ອຍລົງໃນລັກສະນະດຽວກັບສະໝອງຂອງຜູ້ເຖົ້າ.

ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້ - Visit Laos Visit SALANA BOUTIQUE HOTEL - ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້

ການຫົດຕົວຂອງສະໝອງທີ່ວ່ານີ້ເກີດຂຶ້ນໃນລະດັບທີ່ບໍ່ແຕກຕ່າງກັນ ບໍ່ວ່າຜູ້ຕິດເຊື້ອຈະເຄີຍມີອາການຂອງໂຄວິດພຽງເລັກໜ້ອຍມາກ່ອນ ຫລື ເຄີຍມີອາການຮຸນແຮງຈົນຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍກໍຕາມ.

ຂໍ້ສັງເກດເລື່ອງໂຄວິດເລັ່ງຂະບວນການເຖົ້າແກ່ມີຂຶ້ນ ເມື່ອທີມວິໄຈຂອງອັງກິດເຜີຍແຜ່ຜົນການສຶກສາເບື້ອງຕົ້ນໃນສາງເອກະສານການແພດອອນລາຍ medRxiv.org ໃນເດືອນສິງຫາຜ່ານມາ ໂດຍຜົນວິເຄາະພາບສະແກນສະໝອງຂອງຊາວອັງກິດ 45.000 ຄົນ ເຊິ່ງນຳມາຈາກສາງຂໍ້ມູນຊີວະພາບ UK Biobank ຊີ້ວ່າຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການປ່ວຍໃນທຸກຮູບແບບ ມີຊີ້ນສະໝອງສີເທົາ ເຊິ່ງເປັນຈຸລັງປະສາດທີ່ໃຊ້ປະມວນຜົນຂໍ້ມູນຕ່າງໆບາງລົງ ໂດຍສະເພາະໃນສະໝອງສ່ວນໜ້າ ແລະ ສະໝອງເບື້ອງຂະໝັບ.

ຕາມປົກກະຕິແລ້ວສະໝອງຂອງຄົນເຮົາຈະຫົດຕົວເພາະຊີ້ນສະໝອງສີເທົາບາງລົງໄດ້ເມື່ອມີອາຍຸຫລາຍຂຶ້ນ, ແຕ່ສະໝອງຂອງຜູ້ຕິດເຊື້ອໂຄວິດພັດປ່ຽນແປງ ແລະ ຫົດຕົວຫລຸດຂະໜາດໃນອັດຕາທີ່ຫລາຍຍິ່ງຂຶ້ນກວ່າຄົນທີ່ເຖົ້າແກ່ລົງຕາມທຳມະຊາດ ໂດຍສິ່ງນີ້ເຮັດໃຫ້ຜູ້ທີ່ເຄີຍຕິດເຊື້ອໂຄວິດຄິດວິເຄາະໄດ້ຊ້າເມື່ອທຽບໃສ່ຜູ້ທີ່ບໍ່ເຄີຍຕິດເຊື້ອໄວຣັສໂຄວິດ.

ສຳລັບກໍລະນີທີ່ມີລາຍງານວ່າ: ຜູ້ຕິດເຊື້ອໂຄວິດຈະສູນເສຍປະສາດຮັບກິ່ນ ແລະ ລົດຊາດໄປຊົ່ວຄາວນັ້ນ ສອດຄ່ອງກັບທີມວິໄຈພົບວ່າ ໂຄງສ້າງຮູບກະເປາະ ເຊິ່ງເຮັດໜ້າທີ່ຮັບກິ່ນໃນສະໝອງສ່ວນໜ້າ (olfactory bulb) ຖືກໄວຣັສໂຄວິດເຂົ້າທຳລາຍ, ສ່ວນກໍລະນີສະໝອງເບື້ອງຂ້າງ (temporal lobe) ເຊິ່ງເປັນທີ່ຕັ້ງຂອງສະໝອງສ່ວນ Hippocampus ໄດ້ຮັບຄວາມເສຍຫາຍໃນກໍລະນີນີ້ນຳ ອາດເປັນສາເຫດໃຫ້ສູນເສຍຄວາມຈຳ ແລະ ຄວາມສາມາດໃນການຄິດວິເຄາະ ບໍ່ຕ່າງຈາກຜູ້ເຖົ້າ ແລະ ຜູ້ເປັນພະຍາດອັລໄຊເມີທີ່ສະໝອງສ່ວນດັ່ງກ່າວຈະເສື່ອມຖອຍລົງ.

ອ້າງອີງ:

https://www.bbc.com/thai/international-58690034

ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້ - lattana banner 1 - ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້
ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້ - lattana banner - ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້
ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້ -    AD conten website - ເຖິງວ່າຕິດເຊື້ອໂຄວິດອາການບໍ່ຮຸນແຮງ ອາດເຮັດໃຫ້ສະໝອງຫົດຄືຜູ້ເຖົ້າໄດ້
error: Alert: ເນື້ອຫາຂ່າວມີລິຂະສິດ !!