ຖົ່ວແດງ ແລະ ຖົ່ວຂຽວ ແບບໃດໃຫ້ປະໂຫຍດຫລາຍກ່ວາ
October 6, 2021 - 10:00 AM

+ ຖົ່ວແດງ :
- ເປັນພືດສະໝຸນໄພຈີນ ມີລິດເປັນກາງ.
- ມີຖິ່ນກຳເນີດຈາກແມັກຊິກໂກ.
- ມີໂປຣຕິນສູງທຽບເທົ່າກັບຊີ້ນສັດ.
- ມີໄຂມັນຕ່ຳ, ມີທາດການຊຽມ, ໂຟເລດ, ທາດເຫລັກ ແລະ ໄຍອາຫານສູງ.
- ເສີມສ້າງລະບົບພູມຕ້ານທານ, ຊ່ວຍບຳລຸງລະບົບປະສາດ ແລະ ສະໝອງ, ຊ່ວຍບຳລຸງຫົວໃຈ.
- ມັກເຮັດເປັນຂອງຫວານ, ເຮັດເປັນເຂົ້າໜົມໄສ້ຖົ່ວແດງ, ຂົ້ວເປັນອາຫານຄາວ.
- ຜູ້ເປັນພະຍາດປະດົງຂໍ້ ຫລື ປວດຂໍ້, ຂໍ້ອັກເສບ ບໍ່ຄວນກິນຫລາຍ ແລະ ຜູ້ທີ່ເປັນພະຍາດໝາກໄຂ່ຫລັງບໍ່ຄວນກິນ.
+ ຖົ່ວຂຽວ :
- ເປັນພືດສະໝຸນໄພຈີນ ມີລິດເຢັນ ຈຶ່ງຊ່ວຍໄລ່ຮ້ອນໄດ້.
- ມີຖິ່ນກຳເນີດຈາກອິນເດຍ, ອິນໂດເນເຊຍ, ມຽນມາ.
- ອຸດົມໄປດ້ວຍໂປຣຕິນ, ຄາໂບໄຮເດຣດ, ແຮ່ທາດ ແລະ ວິຕາມິນ ລວມທັງສານຕ້ານອະນຸມູນອິດສະລະ.
- ບຳລຸງກ້າມຊີ້ນ, ເລັ່ງລະບົບເຜົາຜານ, ຕ້ານມະເຮັງ, ຫລຸດຄວາມດັນເລືອດ, ຫລຸດໄຂມັນໃນເລືອດ.
- ມັກໃຊ້ຕົ້ມໃສ່ນ້ຳຕານ ເປັນຂອງຫວານ, ເຮັດເຂົ້າໜົມ, ແປຮູບເປັນເສັ້ນລ້ອນ ຍ້ອນເປັນຖົ່ວງອກ.
- ຜູ້ທີ່ເປັນພະຍາດກ່ຽວກັບມ້າມ ຫລື ເຈັບທ້ອງ – ຖອກທ້ອງເປັນປະຈຳ ບໍ່ຄວນກິນ.