ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ

ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - family unit immigration australia visa - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ
ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - kitchen vibe - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ

 

ສະຖາບັນຄອບຄົວ ເປັນລະບົບຄວາມສຳພັນທີ່ມີຄວາມເຊື່ອມໂຍງກັນ ຄອບຄົວຈຶ່ງເປັນແຫ່ລງສຳຄັນທີ່ໃຫ້ຄວາມສຳພັນທີ່ໃກ້ ຊິດ, ຄວາມອົບອຸ່ນ, ຄວາມເຂົ້າໃຈ, ກຳລັງໃຈ ແລະ ເປັນແຫ່ລງພັກພິງທາງໃຈໃນຍາມມີທຸກ. ການສ້າງສັນຄວາມຄອບໃຫ້ອົບ ອຸ່ນໄດ້ຕ້ອງເລີ່ມຈາກການເວົ້າຈາທີ່ດີຕໍ່ກັນ, ບໍ່ເອົາຄອບຄົວຂອງຕົນເອງໄປປຽບທຽບກັບຄອບຄົວອື່ນ. ນອກຈາກນີ້ແລ້ວ ສັງຄົມ ຍັງອາໄສສະຖາບັນຄອບຄົວເພື່ອເປັນແຫ່ລງສ້າງສະມາຊິກໃຫ້ນຳອີກ ຄອບຄົວໄດ້ເລີ່ມຕົ້ນຈາກຄົນສອງຄົນທີ່ຕັດສິນໃຈໃຊ້ຊີວິດ ຢູ່ຮ່ວມກັນ ໂດຍມີໂຕແປເປັນເລື່ອງຄວາມຮັກ ແລະ ການເລືອກຄູ່ຄອງ ດັ່ງນີ້ :

ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - Visit Laos Visit SALANA BOUTIQUE HOTEL - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ
ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - Visit Laos Visit SALANA BOUTIQUE HOTEL - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ
  1. ຄວາມໃກ້ຊິດສະໜິດສະໜົມ.
  2. ຄົນເຮົາມັກຈະແຕ່ງດອງກັບຄົນທີ່ຢູ່ໃກ້. ດັ່ງນັ້ນ ຄວາມຮັກທາງໃກ້ຈຶ່ງໄດ້ປຽບກ່ວາຄວາມຮັກທາງໄກ ດັ່ງສຳນວນທີ່ ວ່າ ຮັກແທ້ແພ້ໃກ້ຊິດນັ້ນເອງ.
  3. ຄວາມງາມ-ຄວາມຫລໍ່ ເປັນໂຕແປສຳຄັນທີ່ດຶງດູດຄົນໃຫ້ມາຮູ້ຈັກກັນ, ສະໜິດສະໜົມກັນ, ລົມກັນ ແລະ ກໍ່ໃຫ້ເກີດ ຄວາມຮັກຕໍ່ກັນ.
  4. ມີສັງຄົມຄ້າຍຄືກັນ ເຊັ່ນ : ລະດັບການສຶກສາທີ່ໃກ້ຄຽງກັນ ເຮັດໃຫ້ລົມກັນງ່າຍ, ລົມກັນຮູ້ເລື່ອງ.
  5. ຄວາມຄິດເຫັນກົງກັນ ຄື ການມີທັດສະນະຄະຕິໃນຫລາຍເລື່ອງ ໂດຍສະເພາະກັບບຸກຄົນທີ່ມີຄວາມຄິດເຫັນກົງກັນ ມັກ ຈະມີຄວາມສຸກເວລາຢູ່ຮ່ວມກັນ.
  6. ທັດສະນະຄະຕິໃກ້ຄຽງກັນ ເຊັ່ນ : ມັກເຮັດອາຫານ, ມັກກິນອາຫານແບບດຽວກັນ, ອາລົມຮ້ອນກັບອາລົມເຢັນ, ຊ່າງ ເວົ້າຊ່າງວ່າກັບຄົນມັກຟັງ ເປັນຕົ້ນ.
  7. ຄວາມພ້ອມຂອງໄວ ປັດຈຸບັນຫາກແຕ່ງດອງອາຍຸໜ້ອຍກ່ວາ 20 ປີ ຕ້ອງຖືວ່າເປັນໄວທີ່ຍັງບໍ່ພ້ອມຕໍ່ການໃຊ້ຊີວິດຄູ່.
  8. ອາຊີບຄ້າຍຄືກັນ ເປັນໂຕແປທີ່ເຮັດໃຫ້ຄົນເຮົາມັກກັນໄດ້ ເຊັ່ນ: ຄົນທີ່ຢູ່ໃນອາຊີບດຽວກັນ.
  • ຄູ່ແຕ່ງດອງທີ່ໄດ້ເລີ່ມຕົ້ນໃຊ້ຊີວິດຄູ່ກັນມາຈັກໄລຍະໜຶ່ງແລ້ວຈະຄຳນຶງໄດ້ວ່າ ການໃຊ້ຊີວິດຄູ່ເປັນສິລະປະຢ່າງໜຶ່ງ ທີ່ຕ້ອງການຄວາມລະອຽດອ່ອນ ແລະ ຄວາມເອົາໃຈໃສ່ອ່າວຫລາຍ, ການຮຽນຮູ້ການໃຊ້ຊີວິດຄູ່ຂອງຄູ່ແຕ່ງດອງ ເພື່ອຈະໃຫ້ຊີວິດຮັກປະສົບຄວາມສຳເລັດຢ່າງທີ່ຫວັງໄວ້ມີປັດໄຈຕ່າງໆ ດັ່ງນີ້ :
  1. ການເວົ້າໃຫ້ໜ້ອຍລົງ ຈາກທີ່ຝ່າຍເມຍເປັນຄົນຊ່າງເວົ້າຊ່າງວ່າ ຫລື ຖາມລຳລິລຳໄລກວນໃຈ ກໍຄວນຄິດ ກ່ອນເວົ້າ ແລະ ເວົ້າແຕ່ເລື່ອງທີ່ມີສາລະ, ເບິ່ງຜ່ານຂໍ້ບົກພ່ອງເລັກໆນ້ອຍໆໄປແດ່.
  2. ຄວາມເຄົາລົບຄວາມຄິດເຫັນເຊິ່ງກັນ ແລະ ກັນ, ຫລຸດການຍຶດຖືໂຕເອງເປັນໃຫຍ່.
  3. ພົບກັນເຄິ່ງທາງ ຫາກມີບັນຫາ ຊີວິດຄູ່ຍ່ອມໜີບໍ່ພົ້ນການຜິດຖຽງກັນ ຫລື ກະທົບກະທັ້ງກັນ, ໜັກເບົາຕ້ອງໃຫ້ ອະໄພກັນ, ຢ່າເມົາແຕ່ຖືອັກຄະຕິວ່າ “ຂ້ອຍບໍ່ຜິດ ເຈົ້າເປັນຄົນຜິດ”, ຮູ້ຈັກຍອມກັນແດ່ ພົບກັນເຄິ່ງທາງ ຄື ບໍ່ມີໃຜຖືກໃຜຜິດ ພຽງແຕ່ເປັນການເຂົ້າໃຈຜິດກັນເລັກໆນ້ອຍໆ ດັ່ງນັ້ນ ຮອຍຍິ້ມເທົ່ານັ້ນທີ່ຈະປະສານບັນຫາ ໄດ້.
  4. ຫາເວລາຢູ່ຮ່ວມກັນ ເລື່ອງເວລາເປັນສິ່ງສຳຄັນຫລາຍສຳລັບຄູ່ຮັກ ຫລື ຜົວເມຍຍຸກໃໝ່ ທີ່ຕ້ອງເຮັດວຽກ ນອກເຮືອນ ຄວນຫາເວລາຢູ່ນຳກັນໃຫ້ຫລາຍຂຶ້ນ ຫາກເປັນມື້ພັກຍັງມີກິດຈະກຳອື່ນທີ່ພາກຄູ່ຮັກໃຫ້ຫ່າງກັນ ຕະຫລອດເວລາມັນອາດເປັນສັນຍານທີ່ບໍ່ດີຕໍ່ຄູ່ຮັກຢ່າງແນ່ນອນ, ດັ່ງນັ້ນ ຄູ່ຮັກຄວນປັບເວລາໃໝ່ ເຊັ່ນ : ຂັບລົດຮັບສົ່ງກັນໄປເຮັດວຽກ, ຫາໂອກາດລົມກັນຂະນະລົດຕິດ, ດຶງເວລາຕອນສວຍອອກມາກິນເຂົ້ານຳກັນ, ການໄປຍ່າງເລາະເບິ່ງເຄື່ອງຂອງຕາມຮ້ານ, ຕາມຕະຫລາດນັດ, ການໄປຊື້ໜັງສືທີ່ມັກມາອ່ານ ຫລື ການ ອອກກຳລັງກາຍນຳກັນ.
  5. ໃຊ້ຊື່ຫລິ້ນໜ້າຮັກໆໃນການເອີ້ນກັນສອງຄົນ, ຜູ້ຊາຍບາງຄົນອາດຮູ້ສຶກອາຍ, ແຕ່ຖ້າຫາກເຮັດໄດ້ແລ້ວສິ່ງທີ່ ຈະໄດ້ຮັບມັນຫລາຍຄົນຫາຄ່າບໍ່ໄດ້ ການເອີ້ນກັນແບບເດັກນ້ອຍຈະຊ່ວຍໃຫ້ເຊົາເຄັ່ງຄຽດ ແລະ ຮູ້ສຶກໃກ້ຊິດ ກັນຫລາຍຂຶ້ນ.
  6. ຢ່າໂທຟ້ອງພໍ່ແມ່ເວລາຊີວິດຄູ່ມີບັນຫາ ຂໍ້ນີ້ເປັນສິ່ງສຳຄັນຫລາຍສຳລັບຄູ່ສົມລົດທີ່ຫາກໍແຍກເຮືອນອອກມາ ຈາກຄອບຄົວເກົ່າ ເພື່ອອອກມາສ້າງຄອບຄົວໃໝ່ນຳກັນ ດັ່ງນັ້ນ ຫາກຊີວິດຄູ່ມີບັນຫາຄວນຊ່ວຍກັນຫາທາງ ແກ້ບັນຫາກ່ອນ.
  7. ຮັກສາຄວາມສຳພັນກັບພໍ່ແມ່ທັງສອງຝ່າຍໄວ້ ການຮັກສາຄວາມສຳພັນໃຫ້ໃກ້ຊິດລະຫ່ວາງພໍ່ແມ່ຂອງທັງ ສອງຝ່າຍ ກັບຍາດພີ່ນ້ອງ ເປັນເລື່ອງດີຢ່າງຍິ່ງສຳລັບຊີວິດຄອບຄົວ ມັນເປັນຄວາມຮູ້ສຶກທາງບວກ ໂດຍສະ ເພາະຄວາມຮູ້ສຶກວ່າ ຜົວ ຫລື ເມຍເກີດຄວາມສະບາຍໃຈໃນທຸກກໍລະນີ ເຊັ່ນ : ຄວາມຮູ້ສຶກວ່າບໍ່ໄດ້ຖືກເອົາ ປຽບ ເພາະມີສິດທິຂອງເມຍ ຫລື ຜົວຢ່າງເຕັມທີ່ ການທີ່ທຸກຄົນຍອມຮັບທ່ານກໍເປັນກຳແພງກຳລັງໃນເລື່ອງ ຂອງມືທີສາມທີ່ພະຍາຍາມແຊກແຊງເຂົ້າມາໃນຊີວິດຮັກຂອງທັງຄູ່.
  8. ໃຫ້ຂອງຂັວນກັນ ແລະ ກັນ ການເຮັດແບບນີ້ຈະເຮັດໃຫ້ຫວນລະນຶກເຖິງໄລຍະເວລາທີ່ຮັກກັນໃໝ່ໆ ໂດຍບໍ່ຈຳ ເປັນຕ້ອງໃຫ້ຂອງຂັວນທີ່ມີລາຄາແພງ, ແຕ່ອາດເປັນພຽງມື້ໜຶ່ງທີ່ທ່ານເມື່ອຍຈາກວຽກເກືອບໝົດແຮງ ເມື່ອ ກັບເຮືອນມາພົບວ່າ ຜົວ ຫລື ເມຍຈັດໂຕະອາຫານໄວ້ລໍຖ້າ ມີອາຫານຂອງມັກຂອງທ່ານຢ່າງຮູ້ໃຈ ພຽງເທົ່າ ນີ້ກໍຈະຮູ້ສຶກຊຶ້ງໃຈໃນຄວາມຮັກຂອງເຂົາ ຫລື ນາງຫລາຍຂຶ້ນ ເພາະມັນເປັນການບອກຄວາມໄນວ່າເຂົາ ຫລື ນາງຮັກທ່ານຫລາຍນັ້ນເອງ.
  9. ຮັກສາອາລົມຂັນນຳກັນຕະຫລອດໄປ ອາລົມຂັນນັ້ນ ນັກຈິດຕະວິທະຍາຄອບຄົວຍອມຮັບວ່າ ຍິ່ງກ່ວາກາວ ກາຊ້າງສຳລັບຊີວິດຮັກເລີຍກໍວ່າໄດ້ ເພາະການມີອາລົມຂັນເປັນກຸນແຈສຳຄັນໃນການເຮັດໃຫ້ຊີວິດສົມລົດ ເປັນສຸກ ຊ່ວຍໃຫ້ຢູ່ນຳກັນດ້ວຍຄວາມຄ່ອງແຄ້ວ.
  10. ຄວາມຊື່ສັດ ເປັນສິ່ງສຳຄັນຕາມຫລັກພື້ນຖານຂອງຊີວິດຄູ່.
  11. ຄວາມເຊື່ອໝັ້ນໃນກັນ ແລະ ກັນ, ຄວາມເຊື່ອໝັ້ນນີ້ຈະເຮັດໃຫ້ຊີວິດຄູ່ມີຄວາມຄ່ອງແຄ້ວຫລາຍ ເຊັ່ນ : ການທີ່ ຜົວບບອກກັບເມຍວ່າຈະໄປວຽກຢູ່ໃສ ແລ້ວນາງກໍໝັ້ນໃຈວ່າເຂົາບໍ່ໄດ້ຕົວະ ຫລື ຖ້າເຂົາກັບເຮືອນເດິກ ໂດຍ ບໍ່ໄດ້ບອກລ່ວງໜ້າ ແຕ່ນາງກໍຍັງເຊື່ອໝັ້ນວ່າ ຜົວຖືກເອີ້ນປະຊຸມດ່ວນນັ້ນເອງ.
  12. ຕ້ອງເປັນໝູ່ກັນ, ຮູ້ຈັກສັນຫາແຕ່ຖ້ອຍຄຳທີ່ດີມາເວົ້າໃຫ້ຄູ່ຮັກຂອງຕົນເອງສະບາຍໃຈ, ຮູ້ຈັກແບ່ງປັນຄວາມ ຮູ້ສຶກຕໍ່ກັນ, ເຂົ້າໃຈຄວາມຮູ້ສຶກຂອງອີກຝ່າຍສະເໝີວ່າເຂົາ ຫລື ນາງຮູ້ສຶກແນວໃດ. ດັ່ງນັ້ນ, ຄວາມເປັນໝູ່ ຈຶ່ງເປັນສ່ວນໜຶ່ງທີ່ເຮັດໃຫ້ຊີວິດສົມລົດໝັ້ນຄົງ ແລະ ເປັນສຸກ.
  13. ໃຫ້ຄວາມສຳຄັນກັບຜົວ ຫລື ເມຍ, ຈື່ຈຳວັນສຳຄັນຕ່າງໆໄດ້ ເຊັ່ນ : ວັນເກີດ, ວັນຄົບຮອບແຕ່ງດອງ, ສະ ແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນຕໍ່ກັນ ແລະ ກັນ.
  14. ນັບຖືໃນກັນ ແລະ ກັນ ກ່ອນອື່ນຕ້ອງເລີ່ມຕົ້ນດ້ວຍການນັບຖືຕົນເອງກ່ອນ ເພາະຈະຊ່ວຍເຮັດໃຫ້ຮັກສາ ຄວາມເປັນໂຕຂອງໂຕເອງໄວ້ໄດ້ ຂະນະທີ່ຊີວິດແຕ່ງດອງມີການເຕີບໃຫຍ່, ມີຄວາມປ່ຽນແປງໄປຕາມການ ເວລາ ແລະ ສິ່ງແວດລ້ອມ ເຊັ່ນ : ເມື່ອຜົວເມຍມີຫລາຍຢ່າງທີ່ແຕກຕ່າງກັນຫລາຍ ແຕ່ທັງສອງຄົນໄດ້ຮຽນຮູ້ ທີ່ຈະສື່ສານອອກມາໃນດ້ານຄວາມຄິດ ແລະ ການກະທຳ ດັ່ງນັ້ນ ເມື່ອເບິ່ງເຫັນໂຕຕົນຂອງເຂົາ ຫລື ນາງໄດ້ ຈະແຈ້ງແລ້ວກໍຈົ່ງພະຍາຍາມໃຫ້ອະໄພ ແລະ ຍອມຮັບໃນໂຕຂອງເຂົາ ຫລື ນາງຢ່າງທີ່ເປັນຢູ່ ໂດຍພະຍາ ຍາມເບິ່ງແຕ່ໃນດ້ານທີ່ດີ ຢ່າເອົາເຂົາ ຫລື ນາງໄປປຽບທຽບກັບຄົນອື່ນ, ຢ່າລຳລິລຳໄລຫລາຍ ໃນເລື່ອງລາວ ທີ່ບໍ່ພໍໃຈເລັກໆນ້ອຍໆ ແຕ່ຈົ່ງຄຳນຶງວ່າ ຊີວິດແຕ່ງດອງທີ່ດີມີຄວາມສຸກນັ້ນ ເປັນສ່ວນປະສົມຂອງຄວາມຜູກ ພັນ ແລະ ຄວາມເປັນອິດສະລະເສລີ.
  15. ມີຄວາມປະນີປະນອມຕໍ່ກັນ ຈະເຮັດໃຫ້ຄູ່ສົມລົດຮູ້ສຶກເປັນອັນໜຶ່ງອັນດຽວກັນ ເຊັ່ນ : ເວລາທີ່ທັງສອງມີ ຄວາມຂັດແຍ່ງ ຫລື ມີບັນຫາລະຫ່ວາງກັນ ຕ່າງຄົນຕ່າງກໍຍອມຮັບວ່າຕົນເອງຜິດ ແລ້ວຍອມກ່າວຄຳຂໍໂທດ ກໍເຮັດໃຫ້ເກີດການປະນີປະນອມກັນເປັນນິໄສ ສາມາດເອົາໄປໃຊ້ໄດ້ໃນທຸກເທື່ອໃນຊີວິດແຕ່ງດອງ ເຊັ່ນ : ການປ່ຽນກັນໄປຮັບລູກ, ການສອນວຽກບ້ານລູກ ຫລື ການປ່ຽນກັນເຮັດວຽກເຮືອນໃນເວລາທີ່ອີກຝ່າຍບໍ່ ວ່າງ.
  16. ການຮູ້ຈັກໃຫ້ອະໄພກັນ.
  17. ຝຶກເປັນຄົນໃຈເຢັນ, ຄວາມໃຈເຢັນມີສ່ວນໃຫ້ຄູ່ສົມລົດບໍ່ເຜີເຮັດຫຍັງທີ່ຕ້ອງເຮັດໃຫ້ຮູ້ສຶກເສຍໃຈໄປຕະຫລອດ ຊີວິດ.
  18. ຊ່ວຍເຕືອນໃນສິ່ງທີ່ເຂົາມັກຈະເຮັດຜິດພາດຕະຫລອດ ແລ້ວໃຫ້ໂອກາດແກ້ໂຕໃໝ່.
  19. ຢ່າເອົາແຕ່ໃຈຕົນເອງ, ຄວນຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ມີຄວາມຄິດເປັນຜູ້ໃຫຍ່ ເບິ່ງທຸກຢ່າງດ້ວຍເຫດ ຜົນ.
  20. ຢ່າເປັນຄົນຂີ້ຫຶງຫວງ ແລະ ຢ່າຈອບຈັບຜິດ ເພາະຈະເຮັດໃຫ້ຄູ່ຂອງຕົນອຶດອັດ ບໍ່ສະບາຍໃຈໄດ້.
ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - 3 - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ
ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - 4 - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ
ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ - 5 - ຈິດຕະວິທະຍາເພື່ອຄວາມສຸກຂອງຄອບຄົວ